logo

ຮູບ​ພາບ​ກ່ຽວ​ກັບ​ຖ້ຽວ​ບິນ​ນຳ​ຊາວ ຫວຽດ​ນາມ​ ຈ​າກ​ອູ່​ຮັ້​ນ​ກັບ​ເມືອ​ປະ​ເທດ

2020/2/12 | 09:28:00
(VOVWORLD) -ເວລາ 5 ໂມງ 4 ນາທີຕອນເຊົ້າ ວັນທີ 10 ກຸມພາ ຖ້ຽວບິນເລກໝາຍ HVN68 ໄດ້ນຳພົນລະເມືອງຫວຽດນາມ ຈາກອູ່ຮັ້ນກັບເມືອຮອດທ່າອາກາດສະຍານສາກົນເວີນໂດນ
ຖ້ຽວບິນເລກໝາຍ HVN68 ໄດ້ນຳພົນລະເມືອງອູ່ຮັ້ນ ກັບເມືອຮອດທ່າອາກາດສະຍານສາກົນ ເວີນໂດນ. ໃນເຮືອບິນມີຈຸບິນ ແລະ ຜູ້ຮັບໃຊ້ເຮືອບິນລວມ 15 ຄົນ, ທ່ານໝໍ 3 ຄົນ ແລະ ຜູ້ໂດຍສານ 30 ຄົນ
ບັນດາພາກສ່ວນຢູ່ໜ້າດິນຖືກລະດົມເພື່ອເພີ່ມທະວີການບໍລິຫານ, ຕິດຕາມຖ້ຽວບິນດ້ວຍບຸລິມະສິດສູງສຸດເພື່ອຮັບປະກັນແຜນການທີ່ໄດ້ວາງໄວ້
ບັນດານັກຂ່າວ VOV ເຄື່ອນໄຫວຢູ່ທ່າອາກາດສະຍານສາກົນ ເວີນໂດນ
ໃນເວລາລໍຖ້າເຮືອບິນເຮັດລະບຽບການ, ບັນດາພະນັກງານ, ແພດໝໍໄດ້ປັບແປງເຄີ່ອງນຸ່ງ, ອຸປະກອນການແພດ
ລົດຮັບໃຊ້ສະເພາະຂອງທ່າອາກາດສະຍານສາກົນ ເວີນໂດນ ໄດ້ນຳຜູ້ໂດຍສານຈາກເຮືອບິນໄປຍັງບໍລິເວນກວດສຸຂະພາບ
ບັນດາຜູ້ໂດຍສານທຳອິດ ກັບເມືອຮອດທ່າອາກາດສະຍານສາກົນ ເວີນໂດນ
ພະນັກງານແພດໝໍກວດອຸນຫະພຸມຮ່າງກາຍຂອງຜູ້ໂດຍສານ ແລະ ຈຸບິນ
ຜູ້ໂດຍສານຄົນທຳອິດເຮັດລະບຽບແຈ້ງ ອາການສຸຂະພາບຢູ່ ທ່າອາກາດສະຍານສາກົນ ເວີນໂດນ
ເພື່ອແນໃສ່ຮັບປະກັນຄວາມປອດໄພທາງດ້ານສຸຂະພາບຂອງຜູ້ໂດຍສານ ແລະ ແຮງງານຢູ່ທັງອູ່ຮັ້ນ ປະເທດຈີນ ແລະ ຫວຽດນາມ ນັ້ນ, Vietnam Airline ໄດ້ສົມທົບກັບບັນດາອົງການທີ່ມີໜ້າທີ່ຮັບຜິດຊອບໄດ້ປະກອບຊຸດເຄື່ອງນຸ່ງກັນເຊື້ອໄວຣັດ ໃຫ້ແກ່ຈຸບິນ ແລະ ພາລະກອນໜ້າດິນຈັດສົ່ງຜູ້ຊ່ຽວຊານນຳອຸປະກອນ ການແພດສະເພາະເພື່ອຮັບໃຊ້ຖ້ຽວບິນ

ເມື່ອລົງຈາກລົດໃນທັນທີ, ບັນດາຜູ້ໂດຍສານໄດ້ຍ່າງເຂົ້າບໍລິເວນທີ່ຖືກສີດຢາຂ້າເຊື້ອ

ເຄື່ອງຂອງທັງໝົດຂອງຜູ້ໂດຍສານກໍ່ຖືກສີດຢາຂ້າເຊື້ອແນໃສ່ລີກລ້ຽງຄວາມສ່ຽງຕິດແປດໂລກພະຍາດ
ພາຍຫຼັງທີ່ໄດ້ຖືກສີດຢາຂ້າເຊື້ອແລ້ວ, ບັນດາຜູ້ໂດຍສານໄດ້ເຂົ້າກວດອຸນຫະພູນຮ່າງກາຍ

ບັນດາຜູ້ໂດຍສານເຮັດລະບຽບການເຂົ້າເມືອງ

ຜູ້ໂດຍສານທັງໝົດແລະຈຸບິນໃນຖ້ຽວບິນກໍ່ລ້ວນແຕ່ຕ້ອງປະຕິບັດ ຢ່າງຖືກຕ້ອງຕາມຂັ້ນຕອນທີ່ໄດ້ນຳໃຊ້ກັບແຂກທີ່ມາຈາກເຂດເກີດໂລກລະບາດຕາມລະບຽບການຂອງສູນກວດໂລກລະບາດສາກົນ ແລະ ໄດ້ຖືກນຳເຂົ້າເຂດ ແຍກຕົວຕ່າງຫາກ ເພື່ອກວດແລະຕິດຕາມອາການສຸຂະພາບໃນເວລາ 14 ວັນ ຢູ່ໂຮງໝໍພະຍາດ ເຂດຮ້ອນເລກ 2 (ທີ່ຮ່າໂນ້ຍ).

TAG
VOV/VOVworld/​ອູ່​ຮັ້​ນ/ໄວ​ຣ​ັດ ໂຄ​ໂຣ​ນາ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ