logo

ຮັບເຄື່ອງຊ່ວຍເຫຼືອຈາກ ໂປໂລຍ ສະຫງວນໃຫ້ປະຊາຊົນຜູ້ຖືກຜົນສະທ້ອນຈາກໄພທຳມະຊາດແຂວງ ດັກລັກ

2025/12/29 | 09:37:00
(VOVWORLD) - ເຄື່ອງຊ່ວຍເຫຼືອຂອງລັດຖະບານ ໂປໂລຍ ໃນຄັ້ງນີ້ລວມມີ: ຜ້າຫົ່ມ, ຕູບ ແລະ ເຄື່ອງໃຊ້ທີ່ຈຳເປັນອື່ນໆ.
ການມອບ - ຮັບເຄື່ອງຊ່ວຍເຫຼືອ
(ພາບ: SGGPO)

        ຕອນບ່າຍວັນທີ 28 ທັນວາ, ຢູ່ສະໜາມບິນສາກົນ ໂນ້ຍບ່າຍ (ຮ່າໂນ້ຍ), ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ໄດ້ຮັບງວດສິນຄ້າຊ່ວຍເຫຼືອມະນຸດສະທຳຂອງລັດຖະບານ ໂປໂລຍ, ແນໃສ່ໜູນຊ່ວຍວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດຢູ່ແຂວງ ດັກລັກ.

        ເຂົ້າຮ່ວມການມອບ - ຮັບເຄື່ອງຊ່ວຍເຫຼືອມີຫົວໜ້າກົມຄຸ້ມຄອງຄັນຄູ ແລະ ປ້ອງກັນ, ຕ້ານໄພທຳມະຊາດ (ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ); ອັກຄະລັດຖະທູດຜູ້ມີອຳນາດເຕັມ - ສະຖານທູດ ໂປໂລຍ; ອັກຄະລັດຖະທູດທີ່ປຶກສາຄະນະຜູ້ຕາງໜ້າສະຫະພັນ ເອີລົບ (ອີຢູ) ປະຈຳ ຫວຽດນາມ. ເຄື່ອງຊ່ວຍເຫຼືອຂອງລັດຖະບານ ໂປໂລຍ ໃນຄັ້ງນີ້ລວມມີ: ຜ້າຫົ່ມ, ຕູບ ແລະ ເຄື່ອງໃຊ້ທີ່ຈຳເປັນອື່ນໆ. ນີ້ແມ່ນບັນດາສິນຄ້າມີຄວາມໝາຍຢ່າງແທດຈິງ, ປະກອບສ່ວນຕອບສະໜອງຄວາມຕ້ອງການພື້ນຖານໃນການດຳລົງຊີວິດປະຈຳວັນ ແລະ ໜູນຊ່ວຍປະຊາຊົນຢູ່ເຂດຖືກຜົນສະທ້ອນຈາກໄພທຳມະຊາດຂອງແຂວງ ດັກລັກ.

TAG
VOV/VOVworld/ຜ້າ​ຫົ່ມ/ຕູບ ແລະ ເຄື່ອງ​ໃຊ້​

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ