logo

ຮ່ວມມືກໍ່ສ້າງຊາຍແດນ ຫວຽດນາມ -ລາວ ສັນຕິພາບ, ມິດຕະພາບ

2017/7/14 | 11:04:07
(VOVWORLD) -ວັນທີ 14 ກໍລະກົດ, ຢູ່ເທດສະບານເມືອງ ເກື໋ອຫວຽດ, ເມືອງ ຈໍລີງ, ແຂວງ ກວາງຈິ, ຄະນະຊີ້ນຳການປັກຫຼັກໝາຍຊາຍແດນ 3 ແຂວງ ກວາງຈີ້ (ຫວຽດນາມ), ສະຫວັນນະເຂດ ແລະ ສາລາວັນ (ປະເທດລາວ) ໄດ້ຈັດຕັ້ງການໂອ້ລົມສົນທະນາວຽກງານຊາຍແດນ ແລະ ປັກຫຼັກໝາຍຊາຍແດນປີ 2017. 
ດ່ານຊາຍແດນ ສາກົນ ລາວບ໋າວ (ກວາງຈິ) 

ແຂວງ ກວາງຈີ້ ມີເສັ້ນຊາຍແດນຮ່ວມກັບ 2 ແຂວງ ສະຫວັນນະເຂດ ແລະ ສາລາວັນ (ປະເທດລາວ) ດ້ວຍລວງຍາວ 179,628 ກມ. ໃນຊຸມປີຜ່ານມາ, 3 ແຂວງ ໄດ້ສາມັກຄີ, ຮ່ວມມືແໜ້ນແຟ້ນ ເພື່ອຄຸ້ມຄອງ, ປົກປັກຮັກສາຊາຍແດນ, ຫຼັກໝາຍຊາຍແດນກໍ່ຄືບັນດາສະພາບການໃນເສັ້ນຊາຍແດນຮ່ວມ. ຜ່ານນັ້ນ, ເພີ່ອແນໃສ່ຮັກປະກັນ, ຮັກສາສະຖຽນລະພາບ, ແກ້ໄຂບັນດາບັນຫາກ່ຽວຂ້ອງເຖິງວຽກງານຄຸ້ມຄອງ, ຮັກສາຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍໃນເສັ້ນຊາຍແດນຢ່າງມີປະສິດທິຜົນ ປະກອບສ່ວນສ້າງຊາຍແດນ ຫວຽດນາມ - ລາວ ສັນຕິພາບ, ມິດຕະພາບ.

        ໃນການໂອ້ລົມສົນທະນາ, ຜູ້ຕາງໜ້າການນຳ 3 ແຂວງ ໄດ້ຍົກອອກຫຼາຍມາດຕະການ, ນະໂຍບາຍເພື່ອແນໃສ່ແກ້ໄຂບັນດາຄວາມຫຍຸ້ງຍາກ, ສິ່ງຄົງຄ້າງ ກໍ່ຄືຍົກອອກບາງທິດທາງໃໝ່ໃນການຄຸ້ມຄອງລວມ. ຜູ້ຕາງໜ້າການນຳ 3 ແຂວງ ໄດ້ເປັນເອກະພາບເຊັນບົດບັນທຶກຊ່ວຍຈຳບັນດາເນື້ອໃນຮ່ວມມືໃນວຽກງານຊາຍແດນ ແລະ ປັກຫຼັກໝາຍຊາຍແດນປີ 2017 – 2018 ດ້ວຍຫຼາຍເນື້ອໃນສຳຄັນ.

TAG
VOV/VOVworld/ຊາຍ​ແດນ/ສາກົນ/ສັນ​ຕິ​ພາບ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ