logo

ຮ່ວມ​ແຮງ​ຮ່ວມ​ໃຈ​ຫັນ​ບັນ​ດາ​ເປົ້າ​ໝາຍ​ພັດ​ທະ​ນາ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ

2026/2/18 | 17:00:00
(VOVWORLD) -   ພາຍຫຼັງກອງປະຊຸມໃຫ່ຍຄັ້ງທີ 14 ຂອງພັກກອມມູນິດ ຫວຽດນາມ ໄດ້ອັດລົງດ້ວຍບັນດານະໂຍບາຍຊີ້ຂາດທີ່ມີລັກສະນະບຸກທະລຸ, ກະແສການກະທຳໄດ້ແຜ່ກະຈາຍຢ່າງແຮງຈາກລັດຖະບານຮອດແຕ່ລະທ້ອງຖິ່ນ. ໂດຍບໍ່ນອນໃນເອກະສານ, ບັນດາເປົ້າໝາຍຍຸດທະສາດກຳລັງໄດ້ຫັນເປັນລະອຽດດ້ວຍຂັ້ນຕອນທີ່ຂ້ຽວຂາດ, ທຸກຢ່າງແມ່ນມຸ່ງໄປເຖິງເປົ້າໝາຍລວມ: ລຸລ່ວງທຸກແຫຼ່ງກຳລັງເພື່ອຫັນຄວາມຄາດຫວັງເຕີບໂຕສອງຕົວເລກໃຫ້ປະກົດຜົນເປັນຈິງ.
ໄທງວຽນພັດທະນາເສດຖະກິດສັງຄົມ (ພາບ: VOV)

   ໂດຍຖືບຸກທະລຸແມ່ນກຳລັງໜູນ, ຖືການກະທຳແມ່ນໄມ້ຫຼາວັດແທກນັ້ນ, ຫວຽດນາມ ພວມຮີບເຮັ່ງນຳມະຕິກອງປະຊຸມໃຫ່ຍຄັ້ງທີ 14 ເຂົ້າສູ່ຊີວິດ.

“ຄຳສັ່ງ” ສອງຕົວເລກ

   ພາຍຫຼັງອັດກອງປະຊຸມໃຫ່ຍຄັ້ງທີ 14 ຂອງພັກກອມມູນິດ ຫວຽດນາມ ມາເປັນເວລາເກືອບ 2 ອາທິດ, ລັດຖະບານໄດ້ຈັດວາລະປະຊຸມນັດສາມັນປະຈຳເດືອນມັງກອນ ປີ 2026 ໂດຍພາຍໃຕ້ການເປັນປະທານຂອງ ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ. ນະທີ່ນີ້, ທ່ານນາຍົກລັດຖະມົນຕີໄດ້ຍົກອອກຄຳຂວັນ “1 ເປົ້າໝາຍ, 2 ຮັບປະກັນ, 3 ມີ, 4 ບໍ່, 5 ຫັນ ແລະ 6 ຈະແຈ້ງ”. ນີ້ບໍ່ພຽງແຕ່ແມ່ນບັນດາຕົວເລກທີ່ມີລັກສະນະສັນຍາລັກເທົ່ານັ້ນ, ຫາກຍັງແມ່ນສານທີ່ຈະແຈ້ງໃນການຊີ້ນຳ, ບໍລິຫານ:

   ຈິດໃຈໄດ້ວາງອອກແມ່ນຕ້ອງມີຄວາມມານະພະຍາຍາມສູງສຸດ, ຕ້ອງມີການກະທຳຢ່າງຂ້ຽວຂາດ, ສຸມໃສ່ປະຕິບັດທິດນຳ “1 ເປົ້າໝາຍ, 2 ຮັບປະກັນ, 3 ມີ, 4 ບໍ່, 5 ຫັນ ແລະ 6 ຈະແຈ້ງ”. ໃນນັ້ນ 1 ເປົ້າໝາຍແມ່ນການເຕີບໂຕສອງຕົວເລກ; 2 ຮັບປະກັນ ລວມມີຮັບປະກັນການພັດທະນາເພື່ອສ້າງຄວາມສະຖຽນລະພາບ, ສະຖຽນລະພາບເພື່ອຊຸກຍູ້ການພັດທະນາ, ຮັບປະກັນຄວາມສະຫງົບ, ປອດໄພ, ປະຊາຊົນຢູ່ເຢັນເປັນສຸກ; 3 ມີ ລວມມີການປະກອບສ່ວນຂອງ ປຊຊ, ມີການປະກອບສ່ວນຂອງລັດ, ມີການປະກອບສ່ວນວິສາຫະກິດ; 4 ບໍ່ລວມມີ ບໍ່ຟູມເຟືອຍ 1 ວັນ, ບໍ່ຊັກຊ້າ 1 ອາທິດ, ບໍ່ພາດໂອກາດໃນ 1 ເດືອນ, ບໍ່ຕົກຢູ່ໃນທ່າຮັບໃນ 1 ປີ;  5 ຫັນ ມີ: ຫັນເປັນສີຂຽວ, ຫັນເປັນດີຈີຕອນ, ຫັນແຫຼ່ງກຳລັງເປັນຢ່າງດີທີ່ສຸດ, ຫັນການຄຸ້ມຄອງບໍລິຫານເປັນອັດສະລີຍະ, ຫັນຜົນປະໂຫຍດຂອງລັດ, ປຊຊ ແລະ ວິສາຫະກິດເປັນກົມກຽວ; ຈັດແບ່ງໜ້າທີ່ 6 ຈະແຈ້ງ ລວມມີ: ຄົນຈະແຈ້ງ, ວຽກງານຈະແຈ້ງ, ຄວາມຮັບຜິດຊອບຈະແຈ້ງ, ສິດອຳນາດຈະແຈ້ງ, ເວລາຈະແຈ້ງ ແລະ ໝາກຜົນຈະແຈ້ງ.

ທ່ານ ຫງວຽນວັນຟອງ, ຮອງເລຂາຜູ້ປະຈຳຄະນະພັກນະຄອນ ຮ່າໂນ້ຍ  (ພາບ: hanoi.gov.vn)

     ປີ 2026 ລັດຖະບານກໍ່ພວມສະແດງໃຫ້ເຫັນພາບພົດ “ສ້າງສາ”. ບັນດາກະຊວງຂະແໜງການ, ທ້ອງຖິ່ນ ພວມຮີບເຮັ່ງສ້າງແຜນການຜັນຂະຫຍາຍປະຕິບັດບັນດາມະຕິເລກທີ 01 ແລະ 02 ຂອງລັດຖະບານ ໃຫ້ສຳເລັດກ່ອນວັນທີ 15 ກຸມພາ ປີ 2026. ກະກຽມບົດລາຍງານກວ່າ 30 ສະບັບໃຫ້ເປັນຢ່າງດີ, ໃນນັ້ນມີຮ່າງກົດໝາຍ, ມະຕິ 15 ສະບັບ ເພື່ອຍື່ນສະເໜີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 1 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 16. ສຸມໃສ່ກະກຽມບັນດາແຜນຮ່າງຕາມລາຍການເຮັດວຽກຂອງກົມການເມືອງ, ຄະນະເລຂາທິການ, ສະພາແຫ່ງຊາດ, ລາຍການປະຕິບັດງານຂອງລັດຖະບານ, ນາຍົກລັດຖະມົນຕີ, ຮັບປະກັນລະດັບຄວາມຄືບໜ້າ, ຄຸນນະພາບ.

ການກະທຳຈາກທ້ອງຖິ່ນຕ່າງໆ

  ພາຍຫຼັງກອງປະຊຸມໃຫ່ຍຄັ້ງທີ 14 ຂອງພັກກອມມູນິດ ຫວຽດນາມ ໄດ້ສິ້ນສຸດລົງ, ນະຄອນ ຮ່າໂນ້ຍ ໄດ້ຈັດກອງປະຊຸມທາງອອນໄລກັບ 1.600 ສະຖານທີ່ເຊື່ອມຕໍ່. ນີ້ບໍ່ພຽງແຕ່ແມ່ນການໂຄສະນາເຜີຍແຜ່ມະຕິເທົ່ານັ້ນ, ຫາກຍັງແມ່ນການລະດົມກຳລັງໃຈສະມາຊິກພັກກວ່າ 1.6 ລ້ານຄົນຄັ້ງໃຫ່ຍອີກດ້ວຍ. ດ້ວຍຄຳໝັ້ນສັນຍາ “ຮ່າໂນ້ຍ ເວົ້າແລ້ວຕ້ອງເຮັດ-ເຮັດໄວ, ເຮັດຖືກ, ເຮັດແນວໃດໃຫ້ບັນລຸປະສິດທິຜົນ”, ທ່ານ ຫງວຽນວັນຟອງ, ຮອງເລຂາຜູ້ປະຈຳຄະນະພັກນະຄອນ ຮ່າໂນ້ຍ ເນັ້ນໜັກວ່າ:

          ຮ່າໂນ້ຍ ພັດທະນາອີງຕາມນະວັດຕະກຳ, ຖືວິທະຍາສດເຕັກໂນໂລຊີ ແລະ ການຫັນເປັນດີຈີຕອນ ແມ່ນກຳລັງໜູນການເຕີບໂຕຕົ້ນຕໍ. ທີສອງແມ່ນຈັດຕັ້ງພື້ນທີ່ຕົວເມືອງຄືນໃໝ່ ຫັນໄປສູ່ຮູບແບບຫຼາຍສູນ, ຫຼາຍຂົ້ວ, ຫຼາຍຊັ້ນສີຂຽວທີ່ກົມກຽວ ແລະ ປັບຕົວໃຫ້ເຂົ້າກັບການປ່ຽນແປງຂອງດິນຟ້າອາກາດ ແລະ ຍົກສູງຄຸນນະພາບຊີວິດຂອງ ປຊຊ. ທີສາມແມ່ນຖືວັດທະນະທຳເປັນພະລັງອ່ອນ, ອະນຸລັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອອະລິຍະທຳນັບພັນປີ ແລະ ຖືຊາວ ຮ່າໂນ້ຍ ເປັນໃຈກາງພ້ອມກັບວັດທະນະທຳ ທັງລອງ-ຮ່າໂນ້ຍ ສ້າງທ່າໄດ້ປຽບແກ່ງແຍ້ງທີ່ແຕກຕ່າງ.

      ໃນຂະນະນັ້ນ, ແຂວງ ໄທງວຽນ ມີຂັ້ນຕອນການປ່ອຍເງິນລົງທຶນພາກລັດ “ຢ່າງໜ້ອຍສຸດແມ່ນ 50-60% ກ່ອນເດືອນມິຖຸນາ” ແມ່ນສັນຍານທີ່ໜ້າປະເອີບໃຈ. ທ່ານ ຫວູດິງຕຽນ, ຮອງຜູ້ອຳນວຍການຄະນະຄຸ້ມຄອງໂຄງການລົງທຶນກໍ່ສ້າງບັນດາກິດຈະກຳພົນລະເຮືອນ ແລະ ອຸດສາຫະກຳແຂວງ ໄທງວຽນ ໃຫ້ຮູ້ວ່າ:

  ຄະນະຄຸ້ມຄອງໂຄງການໄດ້ສຸມໃສ່ຍູ້ໄວຄວາມຄືບໜ້າການສ້າງ, ຍື່ນສະເໜີເພື່ອໃຫ້ອະນຸມັດຜ່ານບັນດາບົດລາຍງານສະເໜີແຜນນະໂຍບາຍການລົງທຶນ ແລະ ໃຫ້ອະນຸມັດຜ່ານໂຄງການ, ຮັບປະກັນວ່າເມື່ອໄດ້ຮັບທຶນແລ້ວຈະສາມາດຜັນຂະຫຍາຍການກໍ່ສ້າງໂດຍທັນທີ. ນັບແຕ່ຕົ້ນປີ, ຄະນະຄຸ້ມຄອງໄດ້ສ້າງແຜນການປ່ອຍເງິນຕາມແຕ່ລະເດືອນ, ແຕ່ລະໄຕມາດ, ສູ້ຊົນປີ 2026 ຈະປ່ອຍເງິນ 100% ແຜນການທຶນທີ່ໄດ້ມອບໝາຍ.

             ວິວັດການບຸກບືນຂອງຊາດໃນສັງກະລາດໃໝ່ ບໍ່ອະນຸຍາດໃຫ້ຜູ້ໃດຢືນຢູ່ນອກຮອບ. ດ້ວຍຄວາມຕັດສິນໃຈຈາກຜູ້ນຳລັດຖະບານ, ການນຳໜ້າຂອງບັນດາຜູ້ພາທາງຄື ຮ່າໂນ້ຍ ແລະ ການຫັນປ່ຽນຢ່າງແທ້ຈິງຈາກບັນດາທ້ອງຖິ່ນຄື ໄທງວຽນ, ປຊຊ ມີສິດເຊື່ອໝັ້ນວ່າ ເປົ້າໝາຍການເຕີບໂຕ “2 ຕົວເລກ” ຈະປະກົດຜົນເປັນຈິງ./.

TAG
VOV/VOVworld/ຮ່ວມ​ແຮງ​ຮ່ວມ​ໃຈ​ຫັນ​ບັນ​ດາ​ເປົ້າ​ໝາຍ​ພັດ​ທະ​ນາ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ/“ຄຳສັ່ງ” ສອງຕົວເລກ/ທ່ານ ຫງວຽນວັນຟອງ/ຮອງເລຂາຜູ້ປະຈຳຄະນະພັກນະຄອນ ຮ່າໂນ້ຍ/ພາບພົດ “ສ້າງສາ”/

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ