logo

ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ບຸ່ຍ​ແທັງ​ເຊີນ ຕ້ອນ​ຮັບ​ທ່ານ​ເລ​ຂາພັກ, ເຈົ້າ​ແຂວງ​ໆ​ ຈຳ​ປາ​ສັກ, ລາວ

2024/12/18 | 11:00:00
(VOVWORLD) - ໃນການຢ້ຽມຢາມ ລາວ ແລະ ເປັນປະທານຮ່ວມກອງປະຊຸມປຶກສາຫາລືການເມືອງຂັ້ນລັດຖະມົນຕີການຕ່າງປະເທດ ຫວຽດນາມ - ລາວ ຄັ້ງທີ 11, ຕອນບ່າຍວັນທີ 17 ທັນວາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ໃຫ້ການຕ້ອນຮັບທ່ານເລຂາພັກແຂວງ, ເຈົ້າແຂວງໆ ຈຳປາສັກ ອາລຸນໄຊ ສູນນະລາດ.

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ບຸ່ຍແທັງເຊີນ ຕ້ອນຮັບທ່ານເລຂາພັກແຂວງ, ເຈົ້າແຂວງໆ ຈຳປາສັກ ອາລຸນໄຊ ສູນນະລາດ

  ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ບຸ່ຍແທັງເຊີນ ໄດ້ຕີລາຄາສູງບັນດາໝາກຜົນທີ່ບັນລຸໄດ້ໃນການພັດທະນາເສດຖະກິດ - ສັງຄົມ, ພິເສດແມ່ນການພົວພັນທີ່ເປັນມູນເຊື້ອອັນດີງາມລະຫວ່າງແຂວງ ຈຳປາສັກ ກັບທ້ອງຖິ່ນຂອງ ຫວຽດນາມ.

        ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ບຸ່ຍແທັງເຊີນ ສະເໜີໃຫ້ແຂວງ ຈຳປາສັກ ສືບຕໍ່ໃຫ້ບຸລິມະສິດ, ສ້າງເງື່ອນໄຂໃຫ້ປະຊາຄົມຊາວ ຫວຽດນາມ ອາໄສ, ດຳລົງຊີວິດ, ດຳເນີນທຸລະກິດຢູ່ແຂວງ ຈຳປາສັກ, ເພື່ອປະກອບສ່ວນພັດທະນາເສດຖະກິດ - ສັງຄົມຂອງແຂວງ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ບຸ່ຍແທັງເຊິນ ຢັ້ງຢືນວ່າ ຈະສືບຕໍ່ສະໜັບສະໜູນ ແລະ ຊຸກຍູ້ວິສາຫະກິດ ຫວຽດນາມ ຄົ້ນຄວ້າລົງທຶນດຳເນີນທຸລະກິດຢູ່ລາວ ເວົ້າລວມ ແລະ ຢູ່ແຂວງ ຈຳປາສັກ ເວົ້າສະເພາະ, ພິເສດ ແມ່ນສຸມໃສ່ບັນດາຂົງເຂດ ເຊິ່ງແຂວງ ອາດມີທ່າແຮງ ແລະ ມີຄວາມຕ້ອງການຄື ການທ່ອງທ່ຽວ, ການຜະລິດກະສິກຳ, ຜະລິດຫົວອາຫານສັດ.

        ສ່ວນທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງໆ ຈຳປາສັກ ຢັ້ງຢືນວ່າ ການຢ້ຽມຢາມ ແລະ ການເຮັດວຽກຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ພ້ອມດ້ວຍຄະນະຜູ້ແທນ ຫວຽດນາມ ໃນຄັ້ງນີ້ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເພີ່ມທະວີສາຍພົວພັນມິດຕະພາບແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ.


TAG
VOV/VOVworld/ຈຳ​ປາ​ສັກ/ອາ​ລຸນ​ໄຊ ສູນ​ນະ​ລາດ/ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ