logo

ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນ​າມ ບຸ່ຍ​ແທັງ​ເຊີນ ເຮັດ​ວຽກ​ກັບ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ສະ​ເຫຼີມ​ໄຊ ກົມ​ມະ​ສິດ

2024/12/31 | 11:53:22
(VOVWORLD) -     ທ່ານຮອງນາຍົກລັດຖະມົນຕີ ບຸ່ຍແທັງເຊີນ ສະເໜີໃຫ້ທ່ານຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ຊີ້ນຳຝ່າຍລາວ ໃຫ້ການສົມທົບກັບ ຫວຽດນາມ ຢ່າງແໜ້ນແຟ້ນ ເພື່ອຊຸກຍູ້ການຜັນຂະຫຍາຍບັນດາໂຄງການຈຸດສຸມຄື ທ່າກ່ຳປັ່ນ ຫວູງອ໊າງ, ບັນດາໂຄງການເຊື່ອມຕໍ່ຄົມມະນາຄົມທາງບົກ, ທາງລົດໄຟ ກັບ ທ່າກ່ຳປັ່ນທະເລ ຫວູງອ໊າງ.

ຕອນເຊົ້າວັນທີ 31 ທັນວາ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທງເຊີນ ໄດ້ພົບປະເຮັດວຽກກັບທ່ານຮອງນາຍົກລັດຖະມົນຕີ ລາວ ສະເຫຼີມໄຊ ກົມມະສິດ, ແລກປ່ຽນບັນດາເນື້ອໃນ ເພື່ອກະກຽມໃຫ້ແກ່ກອງປະຊຸມຄັ້ງທີ 47 ຄະນະກຳມະການຮ່ວມມືທະວີພາຄີລະຫວ່າງລັດຖະບານ ຫວຽດນາມ - ລາວ ໃນເວລາຈະມາເຖິງ. ນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ບຸ່ຍແທັງເຊີນ ຢັ້ງຢືນວ່າ ຍາມໃດກໍຖືເປັນສຳຄັນ ແລະ ໃຫ້ບຸລິມະສິດສູງສຸດແກ່ການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ; ພ້ອມທັງເຊື່ອໝັ້ນວ່າ ການຢ້ຽມຢາມຂອງຄະນະຈະບັນລຸໄດ້ໝາກຜົນອັນດີງາມທີ່ສຸດ.

        ຮອງນາຍົກລັດຖະມົນຕີສອງທ່ານໄດ້ປຶກສາຫາລືກ່ຽວກັບບັນດາໂຄງການຮ່ວມມືລະຫວ່າງສອງປະເທດ, ໃນນັ້ນ, ມີບັນດາໂຄງການພັດທະນາພື້ນຖານໂຄງລ່າງຄື ເສັ້ນທາງຄວາມໄວສູງ ຮ່າໂນ້ຍ - ວຽງຈັນ, ໂຄງການສວນອຸດທິຍານ ມິດຕະພາບ ຫວຽດນາມ - ລາວ ຢູ່ ລາວ. ກ່ຽວຂ້ອງເຖິງວຽກງານກະກຽມໃຫ້ແກ່ກອງປະຊຸມຄັ້ງທີ 47 ຄະນະກຳມະການຮ່ວມມືທະວີພາຄີລະຫວ່າງລັດຖະບານ ຫວຽດນາມ - ລາວ, ທ່ານຮອງນາຍົກລັດຖະມົນຕີ ບຸ່ຍແທັງເຊີນ ເນັ້ນໜັກວ່າ ຫວຽດນາມ ຖືເປັນສຳຄັນການພົບປະລະຫວ່າງນາຍົກລັດຖະມົນຕີສອງທ່ານກັບບັນດາວິສາຫະກິດສອງປະເທດ. ຫວຽດນາມ ຈະເຊີນບັນດາວິສາຫະກິດ, ກຸ່ມບໍລິສັດໃຫຍ່ ມາລາວເຂົ້າຮ່ວມ ແລະ ວິສາຫະກິດສອງຝ່າຍຈະເຮັດວຽກນຳກັນ. ທ່ານຮອງນາຍົກລັດຖະມົນຕີ ບຸ່ຍແທັງເຊີນ ສະເໜີໃຫ້ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງເຖິງບັນດາໂຄງການໂດຍກົງ ແລກປ່ຽນກັບບັນດາເພື່ອນລາວ ເພື່ອແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງ, ປະກອບເອກະສານນິຕິກຳໃຫ້ບັນດາໂຄງການໃຫ້ສຳເລັດ, ຮັບປະກັນຖືກຕ້ອງຕາມກຳນົດເວລາ.

        ທ່ານຮອງນາຍົກລັດຖະມົນຕີ ບຸ່ຍແທັງເຊີນ ສະເໜີໃຫ້ທ່ານຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ຊີ້ນຳຝ່າຍລາວ ໃຫ້ການສົມທົບກັບ ຫວຽດນາມ ຢ່າງແໜ້ນແຟ້ນ ເພື່ອຊຸກຍູ້ການຜັນຂະຫຍາຍບັນດາໂຄງການຈຸດສຸມຄື ທ່າກ່ຳປັ່ນ ຫວູງອ໊າງ, ບັນດາໂຄງການເຊື່ອມຕໍ່ຄົມມະນາຄົມທາງບົກ, ທາງລົດໄຟ ກັບ ທ່າກ່ຳປັ່ນທະເລ ຫວູງອ໊າງ.

TAG
VOV/VOVworld/ທ່າ​ກ່ຳ​ປັ່ນ ຫວູງອ໊າງ/​ໂຄງ​ການ​ເຊື່ອມ​ຕໍ່​ຄົມ​ມະ​ນາ​ຄົມ​ທາງ​ບົກ/ທາງ​ລົດ​ໄຟ/ຫວຽດ​ນາມ - ລາວ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ