logo

ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈິ່ນ​ຮົ່ງ​ຮ່າ: ກະ​ກຽມ​ບັ້ນ​ກວດ​ກາ​ຄັ້ງ​ທີ 5 ຂອງ​ຄະ​ນະ​ກຳ​ມະ​ການ​ເອີ​ຣົບ ຢ່າງ​ຮອບ​ດ້ານ

2026/2/24 | 11:24:04
(VOVWORLD) -   ຕອນບ່າຍວັນທີ 24 ກຸມພາ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ໄດ້ເປັນປະທານກອງປະຊຸມຄັ້ງທີ 31 ຂອງຄະນະຊີ້ນຳແຫ່ງຊາດກ່ຽວກັບການຕ້ານການຂຸດຄົ້ນສິນທະເລແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ຖືກຕ້ອງຕາມຂໍ້ກຳນົດ (ຄະນະຊີ້ນຳແຫ່ງຊາດກ່ຽວກັບ IUU).
ບັນຍາກາດການເຮັດວຽກ (ພາບ: VOV)

  ຕາມບົດລາຍງານຂອງກະຊວງກະສິກຳ ແລະ ສິ່ງແວດລ້ອມແລ້ວ, ທາງກະຊວງໄດ້ປະກາດໃຊ້ແຜນການກວດກາ, ກວດສອບຈຸດສູງ ແລະ ຈັດແບ່ງວຽກງານໃຫ້ແກ່ 7 ກະຊວງ, ຂະແໜງການ ລວມມີ: ກະສິກຳ ແລະ ສິ່ງແວດລ້ອມ, ຍຸຕິທຳ, ຕຳຫຼວດ, ປະກອບປະເທດ, ວິທະຍາສາດເຕັກໂນໂລຢີ, ອຸດສາຫະກຳ ແລະ ການຄ້າ, ກວດກາລັດຖະບານ)   ປະຕິບັດການກວດກາຢູ່ 15 ທ້ອງຖິ່ນຈຸດສຸມນັບແຕ່ນີ້ຮອດວັນທີ 9 ມີນາ; ສົ່ງໜັງສືທາງລັດຖະການຮຽກຮ້ອງໃຫ້ບັນດາແຂວງ, ນະຄອນແຄມທະເລ, ເຕົ້າໂຮມເຮືອຫາປາເພື່ອກວດກາວຽກງານຕ້ານການຂຸດຄົ້ນ IUU ຢູ່ທ້ອງຖິ່ນ, ກະກຽມເຮັດວຽກກັບຄະນະກວດກາຄັ້ງທີ 5 ຂອງຄະນະກຳມະການເອີຣົບ (EC). ເມື່ອກ່າວຄຳເຫັນນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ສະເໜີໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນສຳຫຼວດກວດຄືນບົດລາຍງານອະພິປາຍທັງໝົດ ເຊິ່ງ EC ມີຄວາມສົນໃຈ; ສືບຕໍ່ຜັນຂະຫຍາຍບັ້ນກວດກາຈຸດສູງກ່ຽວກັບການປະຕິບັດໜ້າທີ່ຕ້ານການຂຸດຄົ້ນ IUU; ຂົງເຂດວິທະຍາສາດ - ເຕັກໂນໂລຢີ, ຕ້ອງສົມທົບກັບກະຊວງກະສິກຳ ແລະ ສິ່ງແວດລ້ອມເຮັດແຈ້ງລັກສະນະເຊື່ອມຕໍ່, ເຊື່ອມຈອດຂອງບັນດາລະບົບ.

TAG
VOV/VOVworld/ຕ້ານການຂຸດຄົ້ນ IUU/ສິນ​ທະ​ເລ​

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ