logo

ຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີ່ງ ເຈລະຈາກັບຮອງນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ

2017/10/24 | 09:13:22
(VOVWORLD) - ໂດຍໄດ້ຮັບຄຳເຊີນຂອງທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ ເຈືອງຮ່ວາບີ່ງ, ທ່ານຮອງນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ແລະ ຄະນະຜູ້ແທນລັດຖະບານ ລາວ ໄດ້ເລີ່ມຕົ້ນການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ແຕ່ວັນທີ 23 – 29 ຕຸລາ. 
 ຮອງນາຍົກລັດຖະມົນຕີ ສອງປະເທດ ຫວຽດນາມ ແລະ ລາວ ທີ່ການພົບປະ

ທີ່ການເຈລະຈາໃນຕອນບ່າຍວັນທີ 23 ຕຸລາ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການ ລັດຖະບານ ຫວຽດນາມ ເຈືອງຮ່ວາບີ່ງ ຢືນຢັນວ່າ: ພັກ, ລັດ ແລະ ລັດຖະບານ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ, ສະຫງວນບຸລິມະສິດສູງສຸດໃຫ້ແກ່ການປັບປຸງ ແລະ ພັດທະນາການພົວພັນແບບພິເສດກັບ ລາວ. ທ່ານຮອງນາຍົກລັດຖະມົນຕີ ສະເໜີໃຫ້: 2 ຝ່າຍສະຫລຸບ, ຕີລາຄາການພົວພັນຮ່ວມມືລະຫວ່າງ 2 ຝ່າຍ ໃນບັນດາຂົງເຂດໃນປີ 2017 ແລະ ກະກຽມບັນດາເນື້ອໃນຮ່ວມມື, ສະເໜີບັນດາມາດຕະການໃໝ່ບຸກທະລຸ ເພື່ອຍົກສູງປະສິດທິຜົນແຫ່ງການຮ່ວມມືລະຫວ່າງ 2 ປະເທດໃນປີ 2018; ຊຸກຍູ້ຜັນຂະຫຍາຍບັນດາເນື້ອໃນໃນສັນຍາຮ່ວມມື ຫວຽດນາມ -ລາວ ໄລຍະ 2016 – 2020. 2 ປະເທດຍົກອອກບັນດາມາດຕະການຍູ້ແຮງການຮ່ວມມືໃນບັນດາຂົງເຂດການເມືອງ, ປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ເສດຖະກິດ, ການຄ້າ, ການລົງທຶນ, ຄົມມະນາຄົມຂົນສົ່ງ, ການທ່ອງທ່ຽວ… ສ່ວນທ່ານຮອງນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ຫວັງວ່າ: ຫວຽດນາມ ຈົ່ງແບ່ງປັນບົດຮຽນກ່ຽວກັບວຽກງານຄຸ້ມຄອງ, ບັນດາໂຄງການສ້າງເສດຖະກິດມະຫາພາກເວົ້າລວມ, ກໍ່ຄືບັນດາຮູບແບບນຳເອົາການຜະລິດຕິດພັນກັບການພັດທະນາທ່ອງທ່ຽວ, ກະສິກຳ ຢູ່ຊົນນະບົດໃນເຂດ, ພາກຕ່າງໆ.

        2 ຝ່າຍເຫັນດີເປັນເອກະສັນສືບຕໍ່ຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງປີສາມັກຄີ ມິດຕະພາບ ຫວຽດນາມ - ລາວ 2017; ຕັ້ງໜ້າໂຄສະນາເຖິງປະຊາຊົນ, ພິເສດແມ່ນລຸ້ນໜຸ່ມ 2 ປະເທດໃຫ້ມີຄວາມເຂົ້າໃຈເລິກເຊິ່ງ ແລະ ເສີມຂະຫຍາຍສາຍພົວພັນແບບພິເສດ ຫວຽດນາມ - ລາວ. 

TAG
VOV/VOVworld/ໂຄ​ສະ​ນາ/ຮ່ວມ​ມື/ເຈ​ລະ​ຈາ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ