logo

ຮອງປະທານປະເທດດັ້ງທິງັອກທິ້ງ ຢ້ຽມຢາມ ສປປ.ລາວ

2018/6/20 | 08:01:00
(VOVWORLD) -ໂດຍຮັບຄຳເຊື້ອເຊີນຂອງ ທ່ານຮອງປະທານປະເທດແຫ່ງ ສປປ.ລາວ ພັນຄຳ ວິພາວັນ, ວັນທີ 19 ມິຖຸນາ, ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງັອກທິ້ງ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ເລີ່ມຕົ້ນການຢ້ຽມຢາມລາວ ໃນລະຫວ່າງວັນທີ 19 – 22 ມິຖຸນາ.

ການພົບປະເຈລະຈາລະຫວ່າງຄະນະຜູ້ແທນຂັ້ນສູງຫວຽດນາມ ແລະ ລາວ

(ພາບ: Thong Tan/TTXVN)

ທີ່ການພົບປະເຈລະຈາ, ທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງທິງັອກທິ້ງ  ແລະ ທ່ານຮອງປະທານປະເທດ ພັນຄຳ ວິພາວັນ ໄດ້ເຫັນດີເປັນເອກະພາບຕໍ່ເລື່ອງ ຈະເອົາໃຈໃສ່ສຶກສາອົບຮົມນ້ຳໃຈສາມັກຄີລະຫວ່າງຫວຽດນາມ-ລາວ ໃຫ້ແກ່ພະນັກງານ ແລະ ປະຊາຊົນສອງປະເທດໃຫ້ດີຍິ່ງກວ່າອີກ, ໂດຍສະເພາະແມ່ນໄວໜຸ່ມ; ສືບຕໍ່ເພີ່ມທະວີການຮ່ວມມືໃນວຽກງານປ້ອງກັນຄວາມສະຫງົບຢູ່ເຂດຊາຍແດນໃຫ້ແໜ້ນແຟ້ນ, ສະກັດກັ້ນສະພາບການຄ້າມະນຸດ, ການຄ້າຂາຍຢາເສບຕິດຢ່າງຜິດກົດໝາຍ, ການຄ້າເຖື່ອນ, ຂຸດຄົ້ນຊັບພະຍາກອນທຳມະຊາດຢ່າງຜິດກົດໝາຍຢູ່ລຽບຕາມເສັ້ນຊາຍແດນ, ກໍ່ສ້າງເສັ້ນຊາຍແດນຫວຽດນາມ- ລາວໃຫ້ມີສັນຕິພາບ, ມິດຕະພາບ ແລະ ພັດທະນາ; ກວດກາ, ຊຸກຍູ້ການຜັນຂະຫຍາຍບັນດາໂຄງການ ທີ່ວິສາຫະກິດຫວຽດນາມໄດ້ຮັບໜັງສືອະນຸຍາດໃຫ້ລົງທຶນຢູ່ລາວ ຢ່າງມີປະສິດທິຜົນ ແລະ ແທດຈິງ.

        ແລະກໍໃນຕອນບ່າຍຂອງວັນດຽວກັນ, ທ່ານນາງຮອງປະທານປະເທດ ດັ້ງທິງັອກທິ້ງ ໄດ້ເຂົ້າຢ້ຽມຂ່ຳນັບທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ.ລາວ ແລະ ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ. ທ່ານນາງຮອງປະທານປະເທດ ດັ້ງທິງັອກທິ້ງ ຢັ້ງຢືນວ່າ ຈະສືບຕໍ່ຮັດແໜ້ນນ້ຳໃຈມິດຕະພາບ, ຄວາມສາມັກຄີແບບພິເສດ ລະຫວ່າງ ຫວຽດນາມ - ລາວ ໃຫ້ນັບມື້ນັບພັດທະນາທັງລວງກວ້າງ ແລະ ລວງເລິກ, ນຳມາເຊິ່ງຜົນປະໂຫຍດອັນແທດຈິງໃຫ້ແກ່ປະຊາຊົນສອງປະເທດ.


TAG
VOV/VOVworld/ການ​ຄ້າ​ເຖື່ອນ/​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ