logo

ຮອງ​ປະ​ທາ​ນາ​ທິ​ບໍ​ດີ ເວ​ເນ​ຊູ​ເອ​ລາ Delcy Rodriguez ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ຊົ່ວ​ຄາວ

2026/1/4 | 11:07:35
(VOVWORLD) -   ວັນທີ 03 ມັງກອນ, ສານລັດຖະທຳມະນູນຂຶ້ນກັບສານສູງສຸດ ເວເນຊູເອລາ ໄດ້ບົ່ງຕົວທ່ານນາງ ຮອງປະທານາທິບໍດີ Delcy Rodriguez ຮັບດຳລົງຕຳແໜ່ງປະທານາທິບໍດີຊົ່ວຄາວ ໃນສະພາບການທ່ານປະທານາທິບໍດີ Nicolas Maduro  ຖືກຈັບຕົວໃນບັ້ນການທະຫານຂອງກຳລັງ ອາເມລິກາ.
ທ່ານນາງ ຮອງປະທານາທິບໍດີ Delcy Rodriguez ກ່າວຄຳເຫັນຕໍ່ໜ້າວົງການນັກຂ່າວໃນວັນທີ 10/03/2025 (ພາບເອກະສານ: REUTERS/Leonardo Fernandez Viloria)

ສານລັດຖະທຳມະນູນຊີ້ແຈ້ງວ່າ ເລື່ອງທ່ານນາງ Delcy Rodriguez ຮັບດຳລົງຕຳແໜ່ງ “ປະທານາທິບໍດີ ສ. Bolivar Venezuela ເພື່ອແນໃສ່ຮັບປະກັນການຕໍ່ເນື່ອງກ່ຽວກັບດ້ານບໍລິຫານ ແລະ ການປ້ອງກັນຊາດຢ່າງຮອບດ້ານຂອງປະເທດນີ້.

        ກ່ອນໜ້ານັ້ນ ໃນວັນດຽວກັນ, ທ່ານນາງຮອງປະທານາທິບໍດີ Delcy Rodriguez ຮັບ ໃຫ້ຮູ້ວ່າ ທ່ານນາງໄດ້ຮຽກຕົວສະມາຊິກສະພາປ້ອງກັນຄວາມສະຫງົບ ພາຍຫຼັງທີ່ ອາເມລິກາ ຖະແຫຼງດຳເນີນບັ້ນການທະຫານຢູ່ ເວເນຊູເອລາ.

        ຕາມທ່ານນາງແລ້ວ, ຈຸດປະສົງຂອງບັ້ນຮົບໂດຍ ອາເມລິກາ ດຳເນີນ “ແມ່ນການກໍ່ລັດຖະປະຫານ ແລະ ຢຶດເອົາຊັບພະຍາກອນທຳມະຊາດ” ຂອງ ເວເນຊູເອລາ.

                            

TAG
VOV/VOVworld/ຮອງປະທານາທິບໍດີ Delcy Rodriguez/ປະ​ທາ​ນາ​ທິ​ບໍ​ດີ ຊົ່ວ​ຄາວ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ