logo

ຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວຢ້ຽມຢາມຫວຽດນາມ

2012/2/14 | 07:41:40
, ທ່ານ ພົນ​ຈັດ​ຕະ​ວາ ສຸບັນ ຫຸນ​ນະ​ຈຳປາ, ຮອງ​ຫົວໜ້າ​ກົມ​ໃຫຍ່​ການ​ເມືອງ ​ແລະ ຄະນະ​ພະນັກງານ​ກອງພັນ​ໃຫຍ່ ​ແລະ ກອງ​ພົນ​ຂອງກອງທັບ​ປະຊາຊົນ​ລາວ ມາ​ຢ້ຽມຢາມ​ຫວຽດນາມ

ທ່ານ ພົນ​ໂທ ຫງວຽນ​ບ໋າ​ຕິ ໄດ້ໃຫ້ການຕ້ອນຮັບຄະນະພະນັກງານກອງທັບ ປະຊາຊົນຫວຽດນາມ
(ພາບ: qdnd.vn)

​(vovworld) - ໂດຍ​ໄດ້​ຮັບ​ຄຳ​ເຊີ​ນຈາກ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ, ທ່ານ ພົນ​ຈັດ​ຕະ​ວາ ສຸບັນ ຫຸນ​ນະ​ຈຳປາ, ຮອງ​ຫົວໜ້າ​ກົມ​ໃຫຍ່​ການ​ເມືອງ ​ແລະ ຄະນະ​ພະນັກງານ​ກອງພັນ​ໃຫຍ່ ​ແລະ ກອງ​ພົນ​ຂອງກອງທັບ​ປະຊາຊົນ​ລາວ ມາ​ຢ້ຽມຢາມ​ຫວຽດນາມ. ວັນ​ທີ 13/2, ພົນ​ຕີ ​ເລືອ​ງ​ເກື່ອງ, ກຳມະການ​ສູນ​ກາງ​ພັກ​, ຮອງ​ຫົວໜ້າ​ກົມ​ໃຫຍ່​ການ​ເມືອງ​ກອງທັບ​ປະຊາຊົນ​ຫວຽດນາມ ​ໄດ້​ໃຫ້ການ​ຕ້ອນຮັບ ພົນ​ຈັດ​ຕະ​ວາ ສຸບັນ ຫຸນ​ນະ​ຈຳປາ. ທ່ານ ພົນ​ຕີ ​ເລືອ​ງ​ເກື່ອງ ຊົມ​ເຊີຍ​ທ່ານ ພົນ​ຈັດ​ຕະ​ວາ ສຸບັນ ຫຸນ​ນະ​ຈຳປາ ​ໄດ້ມາ​ຢ້ຽມຢາມ​ຫວຽດນາມ​ຕາມ​ຂໍ​້ຕົກລົງ​ຮ່ວມ​ມື​ປ້ອງ​ກັນ​ຊາດ​ລະຫວ່າງ 2 ປະ​ເທດ. ​ແລະກໍ​ໃນ​ວັນ​ດຽວ​ກັນ, ທ່ານພົນ​ຈັດ​ຕະ​ວາ ສຸບັນ ຫຸນ​ນະ​ຈຳປາ ​ໄດ້​ເຂົ້າ​ຢ້ຽມ​ຂ່ຳ​ນັບທ່ານ ພົນ​ໂທ ຫງວຽນ​ບ໋າ​ຕິ, ກຳມະການ​ສູນ​ກາງ​ພັກ, ​ຫົວໜ້າເສ​ນາ​ທິການ​ໃຫຍ່​ກອງທັບ​ປະຊາຊົນ​ຫວຽດນາມ ​ແລະ ຢ້ຽມຢາມ​ກອງບັນຊາ​ການທະຫານ​ນະຄອນຫຼວງ​ຮ່າ​ໂນ້ຍ.

TAG
ຄະນະພະນັກງານກອງທັບ ປະຊາຊົນຫວຽດນາມ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ