(VOVWORLD) - ຕ້ອນຮັບວັນເພັງເດືອນ 8 ຂອງທຸກປີ, ໝູ່ບ້ານ ຊວັນດິງ (ຮ່າໂນ້ຍ) ຈະຟ້າວຟັ່ງຜະລິດເຂົ້າໜົມວັນບຸນໄຫວ້ພະຈັນທີ່ເປັນມູນເຊື້ອ ນັບແຕ່ຕົ້ນເດືອນ 7 ໄລ່ຕາມຈັນທະປະຕິທິນ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງລູກຄ້າໄດ້.
![]() |
| ຊຸມວັນນີ້, ເມື່ອແວ່ຢາມໝູ່ບ້ານອາຊີບ ຊວັນດິງ (ຮ່າໂນ້ຍ), ລູກຄ້າຈະຖືກດຶງດູດໃຈດ້ວຍກິ່ນຫອມທີ່ເປັນເອກະລັກສະເພາະຂອງເຂົ້າໜົມໄຫວ້ພະຈັນພື້ນເມືອງ. |
![]() |
| ຜູ້ເຮັດເຂົ້າໜົມໃຫ້ຮູ້ວ່າ: ຂະບວນການຜະລິດແມ່ນພິຖິພິຖັນທີ່ສຸດດ້ວຍຫຼາຍຂັ້ນຕອນ. |
![]() |
| ສິ່ງທີ່ສ້າງຄວາມແຕກຕ່າງ ແລະ ດຶງດູດລູກຄ້າຂອງເຂົ້າໜົມໄຫວ້ພະຈັນແມ່ນໄສ້ຂອງເຂົ້າໜົມ. |
![]() |
| ຕາມ ລຸງ ຢຸງ, ເຈົ້າຂອງຮາກຖານຜະລິດເຂົ້າໜົມ ຊິງຮຸ່ງ ແລ້ວ, ຄອບຄົວລຸງໄດ້ເຮັດໄສ້ເອງເພື່ອຫຼຸດຜ່ອນຄ່າໃຊ້ຈ່າຍ, ເຂົ້າໜົມແຕ່ລະອັນເມື່ອໄປເຖິງມືຂອງລູກຄ້າຈະມີລາຄາດີທີ່ສຸດ. ເຖິງຢ່າງໃດກໍຕາມ, ລຸງຢັ້ງຢືນວ່າ ຄຸນນະພາບຕ້ອງເໜືອກວ່າສິ່ງໃດໝົດ. |
![]() |
![]() |
| ເຂົ້າໜົມແຕ່ລະອັນ ລຸງ ຢຸງ ໄດ້ເຮັດໄສ້ຕາມສູດດັ້ງເດີມຂອງຄອບຄົວ. |
![]() |
| ເພື່ອຮັບປະກັນນ້ຳໜັກໃຫ້ຖືກຕ້ອງ, ໄສ້ຂອງເຂົ້າໜົມໄດ້ເຮັດຢ່າງລະມັດລະວັງໃຫ້ແຕ່ລະກ້ອນ, ເຖິງວ່າຈະນ້ອຍ ຫຼື ໃຫຍ່. |
![]() |
![]() |
![]() |
| ບັນດາຂັ້ນຕອນຄື: ໃສ່ໄສ້, ໃສ່ກອບແບບ ແລະ ແນບເຂົ້າໜົມໃຫ້ເປັນຮູບ ໄດ້ປະຕິບັດຢ່າງລະມັດລະວັງເພື່ອບໍ່ໃຫ້ແປ້ງເປືອກນອກຂອງເຂົ້າໜົມແຕກ. |
![]() |
| ເຂົ້າໜົມໄດ້ປີ້ງຢູ່ອຸນຫະພູມທີ່ພໍດີ ເພື່ອໃຫ້ເປືອກມີຄວາມແຂງພໍດີ ແຕ່ຍັງຮັກສາກິ່ນຫອມຂອງຖົ່ວຂຽວ. |
![]() |
| ຂັ້ນຕອນສຸດທ້າຍແມ່ນຫຸ້ມຫໍ່. |
![]() |
| ເຖິງວ່າຢູ່ຕະຫຼາດຍັງມີເຂົ້າໜົມຂອງຍຸກສະໄໝໃໝ່ຫຼາຍຊະນິດ, ແຕ່ກຳລັງດຶງດູດຂອງລົດຊາດແລະ ກິ່ນຫອມທີ່ເປັນມູນເຊື້ອ ຍັງບໍ່ທັນສາມາດປ່ຽນແທນໄດ້. |




