logo

ຮ້ານຄ້າຫຼາຍຮ້ານຢູ່ຄຸ້ມຖະໜົນເກົ່າຮ່າໂນ້ຍຕ້ອງປິດປະຕູຍ້ອນໂລກລະບາດ Covid – 19

2020/8/10 | 13:40:00

(VOVWORLD) -ບັນດາເຈົ້າຂອງຮ້ານຄ້າຫຼາຍຮ້ານຢູ່ຮ່າໂນ້ຍພວມກະກຽມຟື້ນຟູກິດຈະການດຳເນີນທຸລະກິດຄ້າຂາຍຂະນະທີ່ໂລກລະບາດ Covid – 19 ໄດ້ຜ່ອນຄາຍລົງຊົ່ວຄາວ, ອີກຄັ້ງໜຶ່ງຕ້ອງປິດປະຕູຍ້ອນບັນດາກໍລະນີຕິດເຊື້ອໃໝ່ໃນຊຸມຊົນໄດ້ປະກົດຂຶ້ນຄືນໃໝ່ພາຍຫຼັງ 99 ວັນ

4 ແຍກ ຕະຮຽນ - ເລືອງງອກກວຽນຊຶ່ງແມ່ນສະຖານທີ່ຫຼ້າຫຼິ້ນບັນເທິງຟົດຟື້ນທີ່ສຸດຢູ່ຮ່າໂນ້ຍ ປັດຈຸບັນຕ້ອງປິດປະຕູ. ນອກຈາກບັນດາຮ້ານເຕັ້ນລຳ, ກາຣາໂອເກຕ້ອງປິດປະຕູ ກໍ່ຍັງມີຮ້ານກິນດື່ມບາງຮ້ານເຖິງວ່າບໍ່ນອນໃນການກຳນົດກໍຕາມ, ແຕ່ກໍ່ຕ້ອງພັກຜ່ອນຍ້ອນວ່າບໍ່ມີແຂກ
ຄຸ້ມຖະໜົນເກົ່າຮ່າໂນ້ຍເມື່ອກ່ອນນີ້ແມ່ນບ່ອນຄ້າຂາຍຢ່າງໜ້າແໜ້ນ. ແຕ່ຍ້ອນຜົນສະທ້ອນຈາກໂລກລະບາດ Covid – 19, ມີຮ້ານຄ້າຫຼາຍຮ້ານຢູ່ທີ່ນີ້ຕ້ອງປິດປະຕູ ຫຼື ພັກຜ່ອນຊົ່ວຄາວເພື່ອລໍຖ້າໂລກລະບາດ ຢຸດຕິລົງເພື່ອຈະກັບຄືນສູ່ການດຳເນີນທຸລະກິດ. ບັນດາຮ້ານຕ້ອງປິດປະຕູສ່ວນຫຼາຍແມ່ນ: ບັນດາບໍລິສັດທ່ອງທ່ຽວ, ຮ້ານຂາຍເຄື່ອງນຸ່ງ, ຮ້ານກິນດື່ມ ຫຼື ຮ້ານເສີມສວຍ…
ບັນດາຮ້ານບໍລິການທ່ອງທ່ຽວຕັ້ງຢູ່ຖະໜົນມ໊າໄມກໍ່ຕ້ອງປິດປະຕູຍ້ອນບໍ່ມີແຂກ
ຢູ່ບັນດາຮ້ານຂາຍຂອງກິນ, ແຂກມາຊື້ສ່ວນຫຼາຍກໍ່ຊື້ເມື່ອກິນຢູ່ເຮືອນແທນທີ່ກິນຢູ່ຮ້ານ
ປະກາດປິດປະຕູເທື່ອທີ 2ນັບແຕ່ວັນທີ 3 ສິງຫາ ຂອງໂຮງແຮມຢາທິ້ງ.
ບັນດາຮ້ານຂາຍເຄື່ອງທີ່ລະນຶກ, ຮ້ານຂາຍປີ້ຍົນ, ປີ້ລົດໂດຍສານ, ຮ້ານບໍລິການທ່ອງທ່ຽວຢູ່ຖະໜົນເລືອງວັນການ ກໍ່ຕ້ອງປິດປະຕູ.
ບໍມີແຂກມາຊື້ເຄື່ອງ, ດັ່ງນັ້ນຜູ້ຂາຍເຄື່ອງຕ້ອງຫຼິ້ມເກມ ຫຼື ອ່ານຂ່າວຢູ່ໂທລະສັບ.
ບັນດາຮ້ານຂາຍຜ້າໄໝຢູ່ຖະໜົນຮ່າງກາຍກໍ່ຕ້ອງປິດປະຕູເກືອບທັງໝົດ

ເຖິງວ່າໄດ້ຕິດປ້າຍປະກາດຫຼຸດລາຄາກໍ່ຕາມ ແຕ່ກໍ່ບໍ່ມີແຂກມາຊື້ເຄື່ອງ. 

ຮ້ານຄ້າຫຼາຍຮ້ານຕ້ອງໂອນຄືນຫຼືປະກາດໃຫ້ເຊົ່າຕໍ່ ຍ້ອນການດຳເນີນທຸລະກິດຄ້າຂາຍຊັກຊ້າ

ຮ້ານຄ້າຮ້ານໜຶ່ງຕັ້ງຢູ່ຖະໜົນຮ່າງບົງຕ້ອງປິດປະຕູປະກາດໃຫ້ເຊົ່າຕໍ່

TAG
VOV/VOVworld/ຮ້ານຄ້າ/ຄຸມຖະໜົນເກົ່າຮ່າໂນ້ຍ/ໂລກລະບາດ Covid – 19

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ