logo

ຮາມາດສ ບໍ່ວາງອາວຸດຂະນະທີ່ຜືນແຜ່ນດິນ ປາແລັດສະຕິ ຍັງຖືກຄວບຄຸມ

2026/2/9 | 09:25:01
(VOVWORLD) - ວັນທີ 08 ກຸມພາ, ການນຳຂະບວນການ ຮາມາດສ ຢືນຢັນວ່າ ກຸ່ມນີ້ຈະບໍ່ວາງອາວຸດ, ກ່ອນທີ່ກອງທັບ ອິດສະຣາແອັນ ຢຸດຕິການຢຶດຄອງບັນດາເຂດດິນແດນຂອງຊາວ ປາແລັດສະຕິນ, ໃນນັ້ນມີເຂດ ກາຊາ.

        ອອກຖະແຫຼງການທີ່ກອງປະຊຸມຈັດຂຶ້ນຢູ່ ໂດຮາ, ກາຊາ, ທ່ານ Khaled Mashal, ເຈົ້າໜ້າທີ່ຂັ້ນສູງ ຮາມາດສ ຊີ້ແຈ້ງວ່າ ການຢຶດຄ້ອງ, ລວມທັງຕໍ່ສູ້ດ້ານອາວຸດ, ແມ່ນສິດຜົນປະໂຫຍດຢ່າງຊອບທຳຂອງຊາວ ປາແລັດສະຕິນ. ເວລາໃດທີ່ຍັງມີໜ້າຂອງກຳລັງຢຶດຄອງຢູ່ບັນດາເຂດດິນແດນຂອງຊາວ ປາແລັດສະຕິນ, ເວລານັ້ນ ຮາມາດສ ແລະ ບັນດາກຸ່ມຕໍ່ສູ້ ປາແລັດສະຕິນ ຈະບໍ່ປົດອາວຸດຕໍ່ສູ້ຂອງຕົນ.

        ຖະແຫຼງການຂອງເຈົ້າໜ້າທີ່ຂັ້ນສູງ ຮາມາດສ ຊີ້ໃຫ້ເຫັນວ່າ ກຸ່ມນີ້ຈະບໍ່ປົດອາວຸດຢູ່ເຂດ ກາຊາ ຕາມຂໍ້ລິເລີມສັນຕິພາບຂອງທ່ານ Donald Trump, ປະທານາທິບໍດີ ອາເມລິກາ, ກ່ອນທີ່ກອງທັບ ອິດສະຣາແອັນ ຖອນທະຫານທັງໝົດອອກຈາກເຂດດິນແດນນີ້.

TAG
VOV/VOVworld/​ຕໍ່​ສູ້​/​ອາ​ວຸດ/ສິດ​ຜົນ​ປ​ະ​ໂຫຍດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ