logo

ຮ່າ​ໂນ້ຍ​ ບັນ​ລຸ​ລະ​ດັບ​ສະ​ຖິ​ຕິ​ກ່ຽວ​ກັບ​ການ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ໃນ​ໂອ​ກາດ​ບຸນ​ເຕັດ

2026/2/22 | 05:17:59
(VOVWORLD) - ໃນໂຄງປະກອບແຂກທ່ອງທ່ຽວ, ຈຳນວນແຂກທ່ອງທ່ຽວສາກົນຄາດວ່າບັນລຸ 217.000 ເທື່ອຄົນ, ເພີ່ມຂຶ້ນຢ່າງແຮງ 55%. ບັນດາຕະຫຼາດສາກົນມີຈຳນວນແຂກທ່ອງທ່ຽວຫຼາຍທີ່ສຸດມາ ຮ່າໂນ້ຍ ໃນໂອກາດນີ້ລວມມີ: ຈີນ, ສ.ເກົາຫຼີ, ອິນເດຍ, ຝລັ່ງ, ອັງກິດ, ອາເມລິກາ, ໄຕຫວັນ (ຈີນ), ເຢຍລະມັນ, ຟີລິບປິນ ແລະ ອົດສະຕາລີ. 
(ພາບປະກອບ: KTDT)

ຕາມຕົວເລກຂອງພະແນກການທ່ອງທ່ຽວຮ່າໂນ້ຍ, ຄາດວ່າໃນ 9 ວັນບຸນປະໃໝ່ປະຈຳຊາດປະມະເມຍ (ແຕ່ວັນທີ 14 – 22 ກຸມພາ), ນະຄອນ ຮ່າໂນ້ຍ ໄດ້ຕ້ອນຮັບແຂກທ່ອງທ່ຽວປະມານ 1,34 ລ້ານຄົນ, ເພີ່ມຂຶ້ນ 36,3 %ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີກາຍນີ້, ຢູ່ລະດັບສູງທີ່ສຸດນັບແຕ່ກ່ອນມາຮອດປັດຈຸບັນ ໃນໂອກາດບຸນເຕັດປີອື່ນໆ. ຍອດລາຍຮັບບັນລຸໄດ້ 4,87 ພັນຕື້ດົງ, ເພີ່ມຂຶ້ນ 40%ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2025.

ໃນໂຄງປະກອບແຂກທ່ອງທ່ຽວ, ຈຳນວນແຂກທ່ອງທ່ຽວສາກົນຄາດວ່າບັນລຸ 217.000 ເທື່ອຄົນ, ເພີ່ມຂຶ້ນຢ່າງແຮງ 55%. ບັນດາຕະຫຼາດສາກົນມີຈຳນວນແຂກທ່ອງທ່ຽວຫຼາຍທີ່ສຸດມາ ຮ່າໂນ້ຍ ໃນໂອກາດນີ້ລວມມີ: ຈີນ, ສ.ເກົາຫຼີ, ອິນເດຍ, ຝລັ່ງ, ອັງກິດ, ອາເມລິກາ, ໄຕຫວັນ (ຈີນ), ເຢຍລະມັນ, ຟີລິບປິນ ແລະ ອົດສະຕາລີ. ບັນດາຕົວເລກນີ້ສະແດງໃຫ້ເຫັນວ່າ ຮ່າໂນ້ຍສືບຕໍ່ຢັ້ງຢືນຖານະຕຳແໜ່ງແມ່ນໜຶ່ງໃນບັນດາສະຖານທີ່ນັບພົບດຶງດູດໃຈແຖວໜ້າທົ່ວປະເທດໃນໂອກາດບຸນເຕັດ.

TAG
VOV/VOVworld/ຮ່າ​ໂນ້ຍ​/​ແຂກ​ທ່ອງ​ທ່ຽວ​/​ບຸນ​ເຕັດປີ​ມະ​ເມຍ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ