(VOVWORLD) - ໂລກລະບາດໂຄວິດ -19, ການແຍກຫ່າງສັງຄົມ ເຮັດໃຫ້ປະຊາຊົນຫລາຍໆຄົນຢູ່ໃນບໍລິເວນນະຄອນ ຮ່າໂນ້ຍ ປະສົບກັບຄວາມຫຍຸ້ງຍາກ. ເພື່ອຮັບປະກັນຊີວິດການເປັນຢູ່ໃຫ້ແກ່ປະຊາຊົນພາຍຫລັງໂລກລະບາດ, ອຳນາດການປົກຄອງທຸກຂັ້ນຂອງນະຄອນ ພວມຜັນຂະຫຍາຍບັນດາການຫນູນຊ່ວຍຢ່າງແທດຈິງໃຫ້ປະຊາຊົນເທື່ອລະກ້າວ.
ທຸກຂັ້ນ, ຂະແຫນງການ ຂອງນະຄອນຫລວງ ມີຫລາຍມາດຕະການຫນູນຊ່ວຍປຊຊ ທີ່ປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດ. (ພາບ:qdnd.vn) |
ຢູ່ ເມືອງ ນາມຕື່ລຽມ, ບັນດາຄົນງານ ແລະ ນັກສຶກສາຕ່າງແຂວງໄດ້ຮັບການຫນູນຊ່ວຍເຄື່ອງໃຊ້ທີ່ຈຳເປັນລວມມູນຄ່າ 400.000 ດົ່ງຈາກອຳນາດການປົກຄອງທ້ອງຖິ່ນ. ຂອງຂວັນແຕ່ລະພູດນັ້ນ ບໍ່ພຽງແຕ່ປະກອບສ່ວນຫນູນຊ່ວຍປະຊາຊົນໃນໄລຍະຫລັງໂລກລະບາດ ເທົ່ານັ້ນ ຫາກຍັງສະແດງໃຫ້ເຫັນຄວາມເອົາໃຈໃສ່ຂອງອຳນາດການປົກຄອງທີ່ມີຕໍ່ເປົ້າໝາຍທີ່ປະສົບກັບຄວາມຫຍຸ້ງຍາກຢູ່ບໍລິເວນນຳອີກ.
ດ້ວຍເປົ້າໝາຍ “ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫລັງ”, ການປະຕິບັດວຽກງານຫນູນຊ່ວຍປະຊາຊົນປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ -19 ຕາມບັນດາມະຕິຂອງສູນກາງ ແລະ ຂອງນະຄອນຮ່າໂນ້ຍ ໂດຍບັນດາພະແນກ, ຂະແຫນງການກ່ຽວຂ້ອງ, ບັນດາທ້ອງຖິ່າປະຕິບັດຢ່າງວ່ອງໄວ ດ້ວຍການດັດປັບຢ່າງມີໄຫວພິບເພື່ອໃຫ້ແທດເໝາະກັບແຕ່ລະກໍລະນີ, ເພື່ອແນໃສ່ຮັບປະກັນການຫນູນຊ່ວຍໃຫ້ປະຊາຊົນຢ່າງສູງສຸດ. ທ່ານ ຫງວຽນກວັກແຄງ ຮອງຫົວຫນ້າພະແນກແຮງງານ ທະຫານເສຍອົງຄະ ແລະ ສັງຄົມ ນະຄອນຮ່າໂນ້ຍ ໃຫ້ຮູ້ວ່າ:
“ມີປະຊາຊົນ, ຜູ້ອອກແຮງງານ ບາງກຸ່ມ ຖືກຜົນສະທ້ອນຈາກ ໂລກລະບາດໂຄວິດ -19 ຍັງບໍ່ທັນໄດ້ມີຢູ່ຂໍ້ກຳນົດທີ່ໄດ້ປະກາດໃຊ້ ທາງນະຄອນຈະມີນະໂຍບາຍພິເສດສະເພາະ. ພ້ອມກັນນັ້ນ ນະຄອນ ກໍ່ໄດ້ຊີ້ນຳການໝູນໃຊ້ຢ່າງມີຫົວຄິດປະດິດສ້າງ, ມີໄຫວພິບເພື່ອຫນູນຊ່ວຍຜູ້ອອກແຮງງານປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ 19”
ໃນຊ່ວງເວລາເກີດໂລກລະບາດ, ເດັກນ້ອຍ ກໍ່ແມ່ນເປົ້າໝາຍຖືກຜົນສະທ້ອນບໍ່ແມ່ນຫນ້ອຍ ເປັນຕົ້ນໃນການຮ່ຳຮຽນ. ໂດຍຮູ້ໄດ້ຄວາມຫຍຸ້ງຍາກຂອງນັກຮຽນ ແລະ ພໍ່ແມ່ພວກນ້ອງ, ຄະນະຊາວຫນຸ່ມນະຄອນ ໄດ້ສົມທົບກັບບັນດາອົງການຊາວຫນຸ່ມຂັ້ນຮາກຖານ ຜັນຂະຫຍາຍການເຄື່ອນໄຫວຫລາຍຢ່າງທີ່ແທດຈິງ ແລະ ມີຄວາມໝາຍ.
ຢູ່ ເມືອງ ຮ່ວາງມາຍ, ໂຄງການ “ຊ່ວຍພວກນ້ອງໄປໂຮງຮຽນເພື່ອຜ່ານຜ່າໂລກລະບາດ” ໄດ້ສ້າງຂຶ້ນ ດ້ວຍຈຸດປະສົງຫນູນຊ່ວຍພວກນ້ອງນັກຮຽນປະສົບກັບຄວາມຫຍຸ້ງຍາກຢູ່ບໍລິເວນເມືອງ ໄດ້ນຳໃຊ້ອຸປະກອນຮ່ຳຮຽນແບບທາງໄກ. ເອື້ອຍ ຫງວຽນກີ່ງຈາງ, ເລຂາຄະນະຊາວຫນຸ່ມ ເມືອງ ຮ່ວາງມາຍ ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າສຳຫລວດກວດກາຢູ່ໃນບໍລິເວນເມືອງ ເພື່ອລວບລວມບັນຊີລາຍຊື່ພວກນ້ອງນັກຮຽນຍັງບໍ່ທັນມີບັນດາອຸປະກອນຮຽນແບບທາງໄກ ຈາກນັ້ນ ຜັນຂະຫຍາຍລາຍການຫນູນຊ່ວຍ ໄອແພດ, ຄອມພິວເຕີໃຫ້ພວກນ້ອງ. ພວກຂ້າພະເຈົ້າລະດົມ ໄອແພດເກົ່າ ແຕ່ຍັງໃຊ້ໄດ້ດີ ແລະ ຮັບເງິນຫນູນຊ່ວຍຈາກບັນດາຜູ້ໃຈບຸນໃຈກຸສົນ. ພວກຂ້າພະເຈົ້າຊື້ ໄອແພດໃຫມ່ໄດ້ 20 ເຄື່ອງ ເພື່ອມອບໃຫ້ພວກນ້ອງ ແລະ ໄລຍະຈະມາເຖິງ ຈະສືບຕໍ່ຮັບເອົາບັນດາອຸປະອນເກົ່າເພື່ອມາຫນູນຊ່ວຍພວກນ້ອງ”
ມອບອຸປະການການຮຽນໃຫ້ນັກຮຽນປະສົບກັບຄວາມຫຍຸ້ງຍາກ ຢູ່ ເມືອງ ຮ່ວາງມາຍ. (ພາບ:tuoitrethudo.com.vn) |




