logo

ຮ່າໂນ້ຍ ມຸ່ງໄປເຖິງວັນບຸນທົ່ວປວງຊົນໄປປ່ອນບັດເລືອກຕັ້ງ

2026/3/8 | 11:58:15
(VOVWORLD) - ໃນຊຸມວັນຕົ້ນເດືອນ ມີນາ, ຢູ່ທົ່ວທຸກແຫ່ງຫົນຖະໜົນສາຍຕ່າງໆຂອງນະຄອນຫຼວງ ຮ່າໂນ້ຍ ເຕັມໄປດ້ວຍສີແດງຂອງທຸງຊາດ, ປ້າຍຄຳຂວັນ ແລະ ປ້າຍໂຄສະນາ ມຸ່ງໄປເຖິງວັນບຸນທົ່ວປວງຊົນໄປປ່ອນບັດເລືອກຕັ້ງ ວັນທີ 15 ມີນາ 2026. ຈາກບັນດາເສັ້ນທາງຢູ່ເຂດໃຈກາງຕະຫຼອດຮອດແຕ່ລະເຂດຊຸມຊົນ, ວຽກງານການກະກຽມໃຫ້ແກ່ເຫດການການເມືອງສຳຄັນນີ້ ພວມໄດ້ຮັບການຜັນຂະຫຍາຍຢ່າງຮີບດ່ວນ, ສ້າງບັນຍາກາດທີ່ເຄັ່ງຂຶມ ແຕ່ກໍເຕັມໄປດ້ວຍຄວາມພາກພູມໃຈ.
ປາໂນຂະໜາດໃຫຍ່ໂຄສະນາກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ສະໄໝ 2026 – 2031 ໄດ້ຕັ້ງຢູ່ໃກ້ບໍລິເວນສະໜາມຫຼວງ ບາດິ່ງ.
ການປະດັບປະດາດອກໄມ້ທຸງຊາດ, ຄຳຂວັນ ບໍ່ພຽງແຕ່ປະກອບສ່ວນສ້າງຄວາມງາມໃຫ້ແກ່ຕົວເມືອງເທົ່ານັ້ນ ຫາກຍັງສະແດງໃຫ້ເຫັນຈິດໃຈຄວາມຮັບຜິດຊອບ ແລະ ສະຕິຄວາມທາງດ້ານການເມືອງຂອງປະຊາຊົນນະຄອນຫຼວງ ຕໍ່ວັນບຸນໃຫຍ່ຂອງປະເທດຊາດອີກດ້ວຍ.
ທຸງຊາດໄດ້ແຂວນຢູ່ລຽບຕາມຖະໜົນສາຍຕ່າງໆຢູ່ເຂດໃຈກາງ….
….. ຕະຫຼອດຮອດທາງຮ່ອມທາງຊອຍ, ອັນໄດ້ສ້າງບັນຍາກາດທີ່ເຄັ່ງຂຶມ, ເຕັມໄປດ້ວຍສີສັນປະກາຍແຈ້ງຂອງນະຄອນຫຼວງ.
ເຂດອ້ອມໜອງ ຮວ່ານກຽມ ພົ້ນເດັ່ນຂຶ້ນດ້ວຍບັນດາປ້າຍໂຄສະນາຂະໜາດໃຫຍ່ ແລະ ໜ້າຈໍ led ມຸ່ງໄປເຖິງວັນບຸນໃຫຍ່ຂອງທົ່ວປວງຊົນ.
ໜ້າຈໍ led ຂະໜາດໃຫຍ່ຢູ່ບັນດາຖະໜົນຈຸດສຸມຂອງ ຮ່າໂນ້ຍ ໄດ້ກະຈາຍຂ່າວໂຄສະນາກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊດຊຸດທີ XVI ແລະ ສະພາປະຊາຊົນທຸກຂັ້ນ ສະໄໝ 2026 – 2031.
ບັນດາຄຳຂວັນຊົມເຊີຍວັນເລືອກຕັ້ງໄດ້ແຂວນຢູ່ຫຼາຍຈຸດຄົບຄົມມະນາຄົມໃຫຍ່ໃນບໍລິເວນ ຮ່າໂນ້ຍ, ປະກອບສ່ວນເຜີຍແຜ່ຂໍ້ມູນຂ່າວໂຄສະນາ, ນຳວັນບຸນຂອງທົ່ວປວງຊົນຫຍັບເຂົ້າມາໃກ້ກັບການດຳລົງຊີວິດຂອງປະຊາຊົນນະຄອນຫຼວງ.
ປະຊາຊົນພາຍໃນປະເທດ ກໍຄືແຂກທ່ອງທ່ຽວສາກົນມີຄວາມປິຕິຊົມຊື່ນຖ່າຍຮູບກັບປ້າຍໂຄສະນາກ່ຽວກັບວັນເລືອກຕັ້ງຢູ່ຖະໜົນ ບ່າຈ້ຽວ, ຕາແສງ ເກືອນາມ.
ຢູ່ຫຼາຍເຂດຊຸມຊົນ, ຄຸ້ມຖະໜົນໄດ້ສຳເລັດການກະກຽມສະຖານທີ່ປ່ອນບັດ, ຕິດປະກາດບັນຊີລາຍຊື່ຜູ້ມີສິດເລືອກຕັ້ງ ແລະ ຍູ້ແຮງການໂຄສະນາເພື່ອໃຫ້ປະຊາຊົນກຳໄດ້ສິດ ແລະ ພັນທະຂອງຕົນຢ່າງຈະແຈ້ງ.
ປະຊາຊົນຕິດຕາມ, ຊອກຮູ້ຂໍ້ມູນຢູ່ກະດານຕິດປະກາດບັນຊີລາຍຊື່ຜູ້ມີສິດເລືອກຕັ້ງຮັບໃຊ້ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະພາປະຊາຊົນທຸກຂັ້ນ ສະໄໝ 2026 – 2031 ໃນບໍລິເວນນະຄອນ ຮ່າໂນ້ຍ.
ເຂດຕິດປະກາດບັນຊີລາຍຊື່ຜູ້ມີສິດເລືອກຕັ້ງຢູ່ຈຸດປ່ອນບັດຈຳນວນໜຶ່ງໃນບໍລິເວນ ຮ່າໂນ້ຍ.
ວັນອາທິດ, ວັນທີ 15 ມີນາ 2026, ຜູ້ມີສິດເລືອກຕັ້ງໃນທົ່ວປະເທດຈະເຂົ້າຮ່ວມການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ສະໄໝ 2026 – 2031. ຜູ້ມີສິດເລືອກຕັ້ງ ຮ່າໂນ້ຍ ກໍຈະພ້ອມກັບຜູ້ມີສິດເລືອກຕັ້ງໃນທົ່ວປະເທດປະຕິບັດສິດ ແລະ ພັນທະພົນລະເມືອງ, ເລືອກເອົາບັນດາຜູ້ແທນທີ່ຕາງໜ້າໃຫ້ແກ່ເຈດຈຳນົງ, ຄວາມມຸ່ງມາດປາດຖະໜາຂອງປະຊາຊົນໃນສະໄໝໃໝ່.

TAG
VOV/VOVworld/ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ສະໄໝ 2026 – 2031

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ