logo

ຮ່າໂນ້ຍ: ຮ້ານກາເຟທີ່​ມີ​ຄວາມເອກະລັກພິເສດ ປະດັບປະດາທຸງແດງດາວຄຳ ສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ ຫວຽດນາມ

2025/8/24 | 06:00:00
(VOVWORLD) - ໃນຊຸມວັນຍາມລະດູໃບໄມ້ຫຼົ່ນແຫ່ງປະຫວັດສາດສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ ຫວຽດນາມ (2/9/1945-2/9/2025), ຮ້ານກາເຟ Cheka ຢູ່ເຂດຕົວເມືອງ ເຢືອງໂນ້ຍ, ຮ່າໂນ້ຍ ໄດ້ຮັບການປະດັບປະດາຢ່າງຟົດຟື້ນໄປດ້ວຍສີສັນທຸງຊາດສີແດງ...
Cheka ຄືໄດ້ຄຸມເສື້ອໃໝ່ທີ່ສວຍງາມດ້ວຍສີສັນອັນຮຸ່ງເຮືອງເຫຼືອງເຫຼື້ອມຂອງທຸງແດງດາວຄຳ, ແຕ່ລະມູມຂອງຮ້ານໄດ້ກາຍເປັນຄຳຕັກເຕືອນກ່ຽວກັບຄວາມເອກອ້າງທະນົງໃຈຂອງຊາດ.
ດ້ວຍບັນຍາກາດທີ່ພົ້ນເດັ່ນຂອງທຸງແດງດາວຄຳ, ສະຖານທີ່ແຫ່ງນີ້ໄດ້ກາຍເປັນໜຶ່ງໃນບັນດາຈຸດນັດພົບຂອງຫຼາຍຄົນພ້ອມກັບນ້ຳໃຈຮັກຊາດລວມ ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ ທີ 2 ກັນຍາ,
ນະທີ່ນີ້, ຢູ່ແຕ່ລະມູມລ້ວນແຕ່ໄດ້ເຊື່ອມຕົວເຂົ້າກັບປະຫວັດສາດອັນອົງອາດກ້າຫານ, ເຊື້ອເຊີນລູກຄ້າມາຖ່າຍຮູບ ແລະ ຮູ້ສຶກໄດ້ເຖິງຄຸນຄ່າກ່ຽວກັບເອກະລາດ, ເສລີພາບຂອງຊາດຢ່າງເລິກເຊິ່ງກ່ວາ.
ເອື້ອຍ ຫງວຽນບາວເງິນ ເຈົ້າຂອງຮ້ານໃຫ້ຮູ້ວ່າ ບ່ອນ check-in ວິທະຍຸກະຈາຍສຽງ ຫວຽດນາມ ດຶງດູດຜູ້ຄົນຫຼາຍທີ່ສຸດ. ຢູ່ບ່ອນນີ້, ແຂກຍັງໄດ້ຮັບຟັງຄືນສຽງເວົ້າຂອງປະທານໂຮ່ຈີມິນ ອ່ານບົດຖະແຫຼງການປະກາດເອກະລາດ ແລະ ລາຍການກະຈາຍສຽງຂອງວິທະຍຸກະຈາຍສຽງ ຫວຽດນາມ ຈຳນວນໜຶ່ງ. ເອື້ອຍ ເງິນ ແບ່ງປັນດ້ວຍຄວາມຕື້ນຕັນໃຈວ່າ ບັນດາສະມາຊິກໃນຮ້ານ ຢາກຫັນສະຖານທີ່ໃນຊຸມວັນລະດູໃບໄມ້ຫຼົ່ນປະຫວັດສາດນີ້ກາຍເປັນຄຳຕັກເຕືອນກ່ຽວກັບຄວາມເອກອ້າງທະນົງໃຈຂອງຊາດ.
ບັນດາວັດຖຸ ຢູ່ສະຖານທີ່ check-in ວິທະຍຸກະຈາຍສຽງ ຫວຽດນາມ ໂດຍບັນດາສະມາຊິກໃນຮ້ານເລືອກ ແລະ ວາງສະແດງຢ່າງພິຖີພິຖັນ.
Cheka ບໍ່ພຽງແຕ່ແມ່ນສະຖານທີ່ນັດພົບຂອງຜູ້ມັກຮັກກາເຟເທົ່ານັ້ນ ຫາກຍັງແມ່ນສະຖານທີ່ເກັບຮັກສາ ແລະ ແຜ່ກະຈາຍນ້ຳໃຈຮັກຊາດອີກດ້ວຍ.
ສາຍຕາທີ່ລະມຸນຂອງພວກນ້ອງນ້ອຍໃນສະຖານທີ່ເຕັມໄປດ້ວຍສີສັນທຸງຊາດ.
ກຸ່ມເພື່ອນໜຸ່ມຮ້ອງໂຮດັງກ້ອງ “ຂ້ອຍຮັກ ຫວຽດນາມ” ແລະ ບັນທຶກຄວາມຊົງຈຳທີ່ເປັນໜ້າເອກອ້າງທະນົງໃຈໃນຊຸມວັນຂອງລະດູໃບໄມ້ຫຼົ່ນປະຕິວັດ.

TAG
VOV/VOVworld/

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ