logo

ຮ່າໂນ້ຍເຫຼື້ອມຍິບຍັບຜ່ານງານວາງສະແດງ “ທຽນກວາງ”

2025/1/5 | 16:13:55

(VOVWORLD) - ຜ່ານງານວາງສະແດງ “ທຽນກວາງ”, ບັນດາຈິດຕະກອນຢາກເລົ່າເລື່ອງກ່ຽວກັບແສງສະຫວ່າງທີ່ສັກກະລະບູຊາຂອງດິນຟ້າເຍືອງໃສ່ ທັງລອງ ເຊິ່ງແມ່ນສະຖານທີ່ເຕົ້າໂຮມວັດທະນະທຳ, ປະຫວັດສາດ ແລະ ສິ່ງຍອດຍິ່ງຂອງໝູ່ບ້ານຫັດຖະກຳທີ່ເປັນມູນເຊື້ອ.

ຢູ່ເຂດ ທ້າຍຮອກ, ປູສະນີສະສະຖານລະດັບຊາດພິເສດ ວັນມຽວ - ກວັກຕືຢາມ, ພວມດຳເນີນງານວາງສະແດງຍຸກສະໄໝ “ຂີດໝາຍແຫ່ງອາລະຍະທຳສະໄໝກ່ອນ”.

ງານວາງສະແດງໄດ້ແນະນຳ 10 ຜົນງານຂອງຈິດຕະກອນ 9 ທ່ານໂດຍໄດ້ປະພັນ ແແລະຈັດວາງຕາມຫຼາຍຮູບແບບ, ວັດຖຸທີ່ຫຼາກຫຼາຍກ່ຽວກັບບັນດາຄຸນຄ່າທາງດ້ານອະລິຍະທຳ.
“ທຽນກວາງ” ແມ່ນບັນດາຜົນງານຢາງປຼາດຕິກ composite ທີ່ເຮັດເປັນໜ້າກາກໂທລະສັບ ດ້ວຍຄວາມໝາຍ “ໃຫ້ບັນດາຄຸນຄ່າເກົ່າແກ່ຂອງຄົນລຸ້ນກ່ອນ ຍາມໃດກໍ່ມີຄວາມໃກ້ຊິດກັບທຸກຄົນ”.
ຜົນງານ “ຢອດແຮ້ງ - ເຕີວ່າງ” ຂອງທ່ານ ຟານມິງແບັກ ແລະ ຮ່າຟ້າມເຕິນ ເຊີດຊູຄວາມງາມຂອງແມ່ຍິງ ຫວຽດ.
ບັນດາຜົນງານໄດ້ນຳໃຊ້ວັດຖຸທີ່ເປັນມູນເຊື້ອສົມທົບກັບບັນດາເຕັກນິກທີ່ທັນສະໄໝ.
ຈິດຕະກອນຫວູຊວນດົ່ງ ກັບຜົນງານ “ແກະສະຫຼັກ” ລວມມີບັນດາໂຄມໄຟຮູບເມັດເຂົ້າ ໄດ້ແຕ້ມລວດລາຍດ້ວຍມື ຈາກຍຸກສະໄໝ ດົງເຊີນ ຕະຫຼອດຮອດສະໄໝເຈົ້າຊີວິດ ດິງ, ຫຼີ, ເຈິ່ນ, ເລ, ຫງວຽນ ເພື່ອລະນຶກເຖິງອາຊີບຕີທອງ, ຕີເງິນທີ່ມີຊື່ສຽງ.
ຜົນງານ “ເງ່ໂຟ້” ມີແຫຼ່ງບັນດານໃຈຈາກຮູບຂົວລອງບຽນ ເຊິ່ງສະແດງໃຫ້ເຫັນຄວາມງາມ ແລະ ຄຸນຄ່າທີ່ເປັນມູນເຊື້ອ, ວັດທະນະທຳ, ປະຫວັດສາດຂອງ ທັງລອງ ໃນເມື່ອກ່ອນ.
ຊຸດຜົນງານ “ສີສັນວັນເວລາ” ຂອງຈິດຕະກອນຫວູເລຕຸ່ງ ວາດພາບເຖິງອາຊີບເຮັດເຄື່ອງປັ້ນດິນເຜົາ ຜ່ານການຕັດດ້ວຍ laser ສ້າງເປັນຮູບແປວໄຟ - ສັນຍາລັກຂອງຈຸດເລີ່ມຕົ້ນ.
ຜົນງານ “ແສງສີສັນຂອງເວລາ” ແມ່ນພາບທີ່ໄດ້ແຕ້ມຢູ່ພາອາລູມີນຽມ ເຊິ່ງມີແຫຼ່ງບັນດານໃຈຈາກເລກ 5.
ແຕ່ລະຜົນງານແມ່ນວິທີການເບິ່ງທີ່ເປັນເອກະລັກສະເພາະກ່ຽວກັບຄຸນຄ່າຂອງມໍລະດົກ ທັງລອງ - ຮ່າໂນ້ຍ.
ພິເສດ, ຢູ່ງານວາງສະແດງ, ມະຫາຊົນມີໂອກາດຮັບຊົມຜົນງານທີ່ມີຊື່ວ່າ “ນ້ຳສ້າງ ທຽນກວາງ”.
ນີ້ແມ່ນໂຄມໄຟໃຫຍ່ໄດ້ປະດັບປະດາດ້ວຍຫຼາຍລວດລາຍທີ່ເກົ່າແກ່.ງານວາງສະແດງໄດ້ດຳເນີນຢູ່ອາຄານ ຕ່ຽນເດື່ອງ, ເຂດ ທ້າຍຮອກ ຮອດວັນທີ 25 ເມສາ ປີ 2025.

TAG
VOV/VOVworld/

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ