logo

ຮ່າ​ໂຮ້ຍ ໃຫ້​ບຸ​ລິ​ມະ​ສິດ​ໃນ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ໄມ​ຕີ​ຈິດ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ກັບ​ທ້ອງ​ຖິ່ນ​ຕ່າງໆ​ຂອງ​ລາວ

2023/2/18 | 07:47:20
(VOVWORLD) - ຕອນບ່າຍວັນທີ 17 ກຸມພາ, ຢູ່ຮ່າໂນ້ຍ, ຄະນະຜູ້ແທນຫ້ອງວ່າການສູນກາງພັກປະຊາຊົນປະຕິວັດລາວ ໂດຍທ່ານ ທອງສະລິດ ມັງໜໍ່ເມກ, ເລຂາສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ ເປັນຫົວໜ້າຄະນະໄດ້ມາຢ້ຽມຢາມ ແລະ ເຮັດວຽກກັບຄະນະພັກນະຄອນ ຮ່າໂນ້ຍ.
ທ່ານ ທອງສະລິດ ມັງໜໍ່ເມກ, ເລຂາສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ ປະຊາຊົນປະຕິວັດ ລາວ ແລະ ທ່ານເລຂາຄະນະພັກນະຄອນ ຮ່າໂນ້ຍ ດິງຕ໊ຽນຢຸງ ທີ່ການຕ້ອນຮັບ (ພາບ: hanoimoi.com.vn)

ທີ່ການຕ້ອນຮັບ, ທ່ານເລຂາຄະນະພັກນະຄອນ ຮ່າໂນ້ຍ ດິງຕ໊ຽນຢຸງ ຢັ້ງຢືນວ່າ ນະຄອນຫຼວງ ຮ່າໂນ້ຍ ຍາມໃດກໍໃຫ້ບຸລິມະສິດໃນການພັດທະນາການພົວພັນໄມຕີຈິດມິດຕະພາບ, ການຮ່ວມມືກັບທ້ອງຖິ່ນຕ່າງໆຂອງລາວ, ພິເສດແມ່ນນະຄອນຫຼວງ ວຽງຈັນ. ໃນໄລຍະຜ່ານມາ, ການພົວພັນຮ່ວມມືລະຫວ່າງສອງນະຄອນຫຼວງເວົ້າສະເພາະ ແລະ ລະຫວ່າງ ຮ່າໂນ້ຍ ກັບທ້ອງຖິ່ນຕ່າງໆຂອງ ລາວ ເວົ້າລວມ ມີໄດ້ພັດທະນາຢ່າງຮອບດ້ານໃນທຸກຊ່ອງທາງຢ່າງບໍ່ຢຸດຢັ້ງ, ດ້ວຍຫຼາຍໂຄງການບັນລຸປະສິດທິຜົນ, ເກືອບທັງໝົດຂົງເຂດເສດຖະກິດ, ສາທາລະນະສຸກ, ການສຶກສາ, ກະສິກຳ, ການທະຫານ, ການພົບປະແລກປ່ຽນປະຊາຊົນ…

        ສ່ວນທ່ານ ທອງສະລິດ ມັງໜໍ່ເມກ ຫົວໜ້າຫ້ອງວ່າການສູນກາງພັກປະຊາຊົນປະຕິວັດລາວ ໃຫ້ຮູ້ວ່າ ການປະຕິບັດງານໃນຄັ້ງນີ້ຂອງຄະນະ ແມ່ນເພື່ອແນໃສ່ແລກປ່ຽນບົດຮຽນ, ປະສົບການລະຫວ່າງສອງຫ້ອງວ່າການສູນກາງພັກ ແລະ ລົງນາມໃນຂໍ້ຕົກລົງຮ່ວມມືລະຫວ່າງສອງຝ່າຍ.


TAG
VOV/VOVworld/ຮ່າ​ໂນ້ຍ/ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ/ບຸ​ລິ​ມະ​ສິດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ