logo

ເກາະ ສີຊັງ: ອະນຸລັກຮັກສາປູມ້າ, ປົວແປງການຫາເງິນລ້ຽງຊີບຂອງປະຊາຊົນ

2025/6/8 | 08:00:00
(VOVWORLD) - ອຳນາດການປົກຄອງ ແລະ ປະຊາຊົນຢູ່ເຂດເກາະ ສີຊັງ ໄດ້ພ້ອມກັນປະຕິບັດການເຄື່ອນໄຫວຄົ້ນຄວ້າ, ອະນຸລັກຮັກສາແນວພັນສິນທະເລຈຳນວນໜ່ຶງທີ່ມີມູນຄ່າດ້ານເສດຖະກິດສູງ.
(ປູມ້າແມ່ນສິນທະເລປະເພດໜຶ່ງທີ່ຊາວປະມົງຢູ່ເກາະ ສີຊັງ ໄດ້ຈັບຫາເປັນຕົ້ນ)

ໃນຊຸມປີມໍ່ໆມານີ້, ແຫຼ່ງລາຍຮັບຈາກສິນທະເລພວມຄ່ອຍໆຫຼຸດລົງ ໄດ້ສົ່ງຜົນສະທ້ອນຕໍ່ການຫາເງິນລ້ຽງຊີບຂອງປະຊາຊົນຢູ່ເຂດເກາະ ສີຊັງ, ແຂວງ ຊົນບູຣີ, ປະເທດ ໄທ. ສະນັ້ນ, ອຳນາດການປົກຄອງ ແລະ ປະຊາຊົນຢູ່ເຂດເກາະ ສີຊັງ ໄດ້ພ້ອມກັນປະຕິບັດການເຄື່ອນໄຫວຄົ້ນຄວ້າ, ອະນຸລັກຮັກສາແນວພັນສິນທະເລຈຳນວນໜ່ຶງທີ່ມີມູນຄ່າດ້ານເສດຖະກິດສູງ. ສິ່ງດັ່ງກ່າວໄດ້ປະກອບສ່ວນຟື້ນຟູຊີວະພາບທະເລ, ປົວແປງການຫາເງິນລ້ຽງຊີບ ກໍຄືຍົກສູງລາຍຮັບໃຫ້ແກ່ຊາວປະມົງຢູ່ເຂດເກາະ.

ກວ່າ 4 ປີຜ່ານມາ, ທ່ານ ປອ ນິນນາດ ໄຊທະນາວິສຸດ,   ຜູ້ຮັບຜິດຊອບສູນອະນຸລັກຮັກສາ ແລະ ຂະຫຍາຍພັນສັດທະເລເກາະ ສີຊັງ ຍັງຄົງເມົາມົວກັບວຽກງານຄົ້ນຄວ້າ ແລະ ປະສານງານການເຄື່ອນໄຫວຂອງສູນ.

(ທ່ານ ປອ ນິນນາດ ໄຊທະນາວິສຸດ)

ໃນຈຳນວນບັນດາແນວພັນສັດທີ່ທາງສູນດັ່ງກ່າວອະນຸລັກຮັກສາ ແລະ ຂະຫຍາຍພັນນັ້ນ, ປູມ້າແມ່ນສິນທະເລປະເພດໜຶ່ງທີ່ຊາວປະມົງຢູ່ເກາະ ສີຊັງ ໄດ້ຈັບຫາເປັນຕົ້ນ.

ເພື່ອຟື້ນຟູແຫຼ່ງລາຍໄດ້ຈາກສິນທະເລ, ກ່ອນນີ້ 4 ປີ, ຈາກຂໍ້ລິເລີ່ມຂອງສະຖາບັນຄົ້ນຄວ້າ ຂຶ້ນກັບມະຫາວິທະຍາໄລ ຈຸລາລົງກອນ ແລະ ພາຍໃຕ້ການອຸປະຖຳຂອງເຈົ້າຍິງ ມະຫາຈັກກຣີ ສີຣິນທອນ, ສູນຂະຫຍາຍປູມ້າພັນ ໄດ້ຮັບການສ້າງຕັ້ງຢູ່ເຂດເກາະ. ຈຸດພິເສດຂອງຮູບແບບນີ້ແມ່ນວິທີເຂົ້າເຖິງຊຸມຊົນ: ຊາວປະມົງບໍ່ພຽງແຕ່ແມ່ນຜູ້ໄດ້ຊົມໃຊ້, ຫາກຍັງກາຍເປັນຄູ່ຮ່ວມມືໃນການອະນຸລັກຮັກສາ.

(ທ່ານ ປອ ນິນນາດ ໄຊທະນາວິສຸດ)

(ມີປູມ້າພັນປະມານ 40 ຕື້ໂຕໄດ້ປ່ອຍລົງທະເລຈາກທະນາຄານປູມ້າ)

ມາຮອດປະຈຸບັນ, ຊາວປະມົງຢູ່ເກາະ ສີຊັງ ໄດ້ນຳເອົາປູມ້າໄຂ່ມາສູນອະນຸລັກຮັກສາ ແລະ ຂະຫຍາຍພັນສັດທະເລປະມານ 40.000 ໂຕ. ມີປູມ້າພັນປະມານ 40 ຕື້ໂຕໄດ້ປ່ອຍລົງທະເລຈາກທະນາຄານປູມ້າ. ບັນດາຄວາມມານະພະຍາຍາມໃນການອະນຸລັກຮັກສາປູມ້າຂອງບັນດານັກວິທະຍາສາດຢູ່ສູນ ໄດ້ຊ່ວຍໃຫ້ການເຄື່ອນໄຫວຈັບຫາສິນທະເລຂອງຊາວປະມົງຢູ່ເຂດເກາະ ສີຊັງ ໄດ້ຮັບການປົວແປງ.

(ທ່ານ ປອ ນິນນາດ ໄຊທະນາວິສຸດ)

ໂດຍກຳເນີດ ແລະ ເຕີບໃຫຍ່ຢູ່ເກາະ ສີຊັງ, ອ້າຍ ຕ່າຍລູ ເປັນຊາວປະມົງຜູ້ໜຶ່ງທີ່ມີປະສົບການເດີນທະເລມາເປັນເວລາຫຼາຍປີ. ປູມ້າ ແມ່ນປະເພດສິນທະເລທີ່ອ້າຍ ຕ່າຍລູ ຈັບຫາເປັນຕົ້ນ. ໂດຍເຫັນໄດ້ຜົນປະໂຫຍດຂອງການເຄື່ອນໄຫວອະນຸລັກຮັກສາ, ຕ່າຍລູ ໄດ້ຕັ້ງໜ້ານ້ຳເອົາປູມ້າມີໄຂ່ມາຍັງສູນ ຫຼັງຈາກການອອກໄປຫາປູມ້າຢູ່ທະເລແຕ່ລະເທື່ອ. ຖ້າກ່ອນນີ້, ອ້າຍ ຕ່າຍລູ ພຽງແຕ່ຫາປູມ້າໄດ້ປະມານ 10 ກີໂລກຣາມ/ວັນ, ແຕ່ປະຈຸບັນສາມາດຫາໄດ້ 20 ກີໂລກຣາມ/ວັນ. ອ້າຍ ຕ່າຍລູ, ມີຄວາມປິຕິຊົມຊື່ນໂດຍແບ່ງປັນວ່າ:

(ອ້າຍ ຕາຍລູ)

ດ້ວຍບັນດາຜົນປະໂຫຍດຢ່າງແທດຈິງໂດຍທາງສູນໄດ້ນຳມາໃຫ້ນັ້ນ, ປະຈຸບັນ, ຊາວປະມົງຢູ່ເຂດເກາະໝົດທຸກຄົນ ພ້ອມແລ້ວທີ່ຈະຮ່ວມມືກັບທາງສູນ ເພື່ອປະກອບສ່ວນຟື້ນຟູຊີວະພາບທະເລ ແລະ ປົວແປງສະພາບການຫາເງິນລ້ຽງຊີບ. ເອື້ອຍ ສີຍານົນ ທຽນງາມ, ພະນັກງານສິນໃນນ້ຳ, ເມືອງເກາະ ສີຊັງ, ໃຫ້ຮູ້ວ່າ:

(ເອື້ອຍ ສີຍານົນ ທຽນງາມ)

ເຖິງວ່າຢູ່ຂ້ອນຂ້າງໃກ້ກັບນະຄອນຫຼວງ ບາງກອກ ແລະ ສະຖານທີ່ທ່ອງຖ່ຽວທີ່ມີຊື່ສຽງ ພັດທະຍາ ກໍ່ຕາມ, ແຕ່ເກາະ ສີຊັງ (ແຂວງ ຊົນບູຣີ) ພັດແມ່ນເກາະທີ່ບໍ່ຄ່ອຍມີນັກທ່ອງທ່ຽວຮູ້ຈັກຫຼາຍປານໃດ. ຍ້ອນຄວາມມານະພະຍາຍາມຂອງບັນດານັກວິທະຍາສາດ, ອຳນາດການປົກຄອງທ້ອງຖິ່ນ ແລະ ການເຂົ້າຮ່ວມຢ່າງຕັ້ງໜ້າຂອງປະຊາຊົນ ໄດ້ປະກອບສ່ວນຟື້ນຟູຊີວະພາບທະເລໃຫ້ເຂັ້ມແຂງ. ນີ້ແມ່ນເງື່ອນໄຂສຳຄັນເພື່ອໃຫ້ເກາະ ສີຊັງ ພັດທະນາບັນດາຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກສະເພາະ, ຈາກນັ້ນ, ກໍ່ນຳມາເຊິ່ງຜົນປະໂຫຍດດ້ານເສດຖະກິດແບບຍືນຍົງໃຫ້ແກ່ຊາວທ້ອງຖິ່ນ.

TAG
VOV/VOVworld/ທະເລ/ທະນາຄານ/ປູມ້າ/ຊີວະພາບ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ