logo

ເກາະເພັດມະນີ ຝູກວັກ: ກຳລັງດຶງດູດເຮັດໃຫ້ ອາຊີ ແລະ ໂລກຕ້ອງເຊີດຊູ

2025/10/18 | 10:15:46
(VOVWORLD) - ໃນໜຶ່ງບາດກ້າວກະໂດດຂັ້ນຢືນຢັນທີ່ຕັ້ງໃນແຜນທີ່ທ່ອງທ່ຽວທົ່ວໂລກ, ຝູກວັກ ໄດ້ຮັບການຮັບຮູ້ຢ່າງເປັນທາງການວ່າເປັນເກາະງາມທີ່ສຸດຢູ່ ອາຊີ ແລະ ຢືນອັນດັບທີ 3 ໃນໂລກປີ 2025, ໂດຍອີງຕາມການຕີລາຄາຈາກບັນດານັກຊ່ຽວຊານດ້ານການທ່ອງທ່ຽວແຖວໜ້າ ແລະ ແຂກທ່ອງທ່ຽວສາກົນ.
ເກາະ ຝູກວັກ, ນະຄອນເກາະແຫ່ງທຳອິດຂອງແຂວງ ກຽນຢາງ ເກົ່າ (ປະຈຸບັນແມ່ນແຂວງ ອານຢານ), ໄດ້ສ້າງສິ່ງມະຫັດສະຈັນຍຸດທະສາດເມື່ອບັນດານັກຊ່ຽວຊານ ແລະ ແຂກທ່ອງທ່ຽວສາກົນໄດ້ຄັດເລືອກເອົາເປັນເກາະສວຍງາມທີ່ສຸດຢູ່ ອາຊີ, ຢືນອັນດັບທີ 3 ໃນທົ່ວໂລກປີ 2025.
ເກາະເພັດມະນີແມ່ນຊື່ເອີ້ນທີ່ບັນດາແຂກທ່ອງທ່ຽວຕັ້ງໃຫ້ນະຄອນເກາະ ຝູກວັກ. ນີ້ແມ່ນເກາະມີເນື້ອທີ່ກວ້າງທີ່ສຸດຂອງ ຫວຽດນາມ ດ້ວຍ 580 ກິໂລຕາແມັດ. ພ້ອມກັບເກາະໃຫຍ່, ໜ້ອຍ 21 ເກາະຕື່ມອີກ, ສ້າງເປັນນະຄອນໝູ່ເກາະ ຝູກວັກ.
ຫວ່າງມໍ່ໆມານີ້, ລາງວັນທ່ອງທ່ຽວ Readers’ Choice Awards 2025 ຂອງວາລະສານ Condé Nast Traveler (ອາເມລິກາ), ປະກາດຈັດ ຝູກວັກ ຢືນຢັນດັບທີ 1 ຢູ່ ອາຊີ ແລະ ຢືນອັນດັບທີ 3 ໃນທົ່ວໂລກ. ຜົນງານນັ້ນແມ່ນການປະສົມກົມກຽວລະຫວ່າງຄວາມງາມຂອງທຳມະຊາດທີ່ຮົກເຮື້ອ ແລະ ຍຸດທະສາດພັດທະນາການທ່ອງທ່ຽວຕາກອາກາດລະດັບສາກົນ.
ບັນຊີລາຍຊື່ “ບັນດາເກາະສວຍງາມທີ່ສຸດໃນໂລກ 2025" ການຈັດອັນດັບຕາມທີ່ປະກາດໃນວັນທີ 07 ຕຸລາ.
ເກາະ ຝູກວັກ ຂອງ ຫວຽດນາມ ບັນລຸ 95,51/100 ຄະແນນ. ການໃຫ້ຄະແນນນີ້ແມ່ນອີງຕາມຄວາມເພິ່ງພໍໃຈໃນສະຖານທີ່ທ່ອງທ່ຽວ, ໃນຫຼາຍມາດຖານທີ່ແຕກຕ່າງກັນ, ຈາກຄຸນນະພາບການບໍລິການ, ຄວາມງາມຂອງບັນດາຫາດຊາຍທະເລ, ອາຫານການກິນ ຕະຫຼອດກັບຄວາມຮັກແພງແຂກຄົນ.
ປະຈຸບັນ, ເກາະເພັດມະນີແຫ່ງນີ້ພຽງຢືນຢູ່ຖັດຈາກສອງເກາະຂອງ ອາເມລິກາ ນັ້ນແມ່ນ Kiawah ແລະ Hilton Head
ປີ 2024, ຝູກວັກ ກໍ່ແມ່ນສະຖານທີ່ໜຶ່ງດຽວຂອງ ຫວຽດນາມ ທີ່ລອດເຂົ້າບັນຊີລາຍຊື່ນີ້ຂອງ Condé Nast Traveler.
ການລົງເຄື່ອນໄຫວຕົວຈິງທີ່ເປັນຫຼາຍຮູບຫຼາຍແບບ ໄດ້ເປັນການອະທິບາຍໃຫ້ແກ່ກຳລັງດຶງດູດການທ່ອງທ່ຽວຂອງ ຝູກວັກ.
ຄົ້ນຫາຂັ້ນຕອນການເຮັດນຳປາແບບຫັດຖະກຳຢູ່ ຝູກວັກ.
ໂດຍມີຫາດຊາຍທະເລທີ່ຍາວຢຽດ, ພ້ອມກັບນ້ຳທະເລໃສຂຽວ ແລະ ຊາຍຂາວ, ຝູກວັກ ໄດ້ຮັບຖືວ່າ “ແມ່ນເພັດມະນີເຂດຮ້ອນ” ຂອງພາກພື້ນ ອາຊີຕາເວັນອອກສ່ຽງໃຕ້.

ໂດຍເລີ່ມເປີດຕົວໃນປີ 1987 ຢູ່ ນິວຢອກ (ອາເມລິກາ), Condé Nast Traveler ແມ່ນວາລະສານທ່ອງທ່ຽວດີເດັ່ນແຖວໜ້າໂລກ ດ້ວຍບັນດາບົດຂຽນລົງເລິກ, ພາບຖ່າຍສິລະປະ ແລະ ມູມມອງທີ່ຍອດຍິ່ງກ່ຽວກັບການເດີນທາງທ່ອງທ່ຽວ, ວັດທະນະທຳ, ອາຫານການກິນ ແລະ ວິຖີຊີວິດ.

TAG

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ