(VOVWORLD) - ຫວຽດນາມ ມີເກາະສວຍງາມຫຼາຍແຫ່ງ ເຊິ່ງບໍ່ວ່າແຂກທ່ອງທ່ຽວຜູ້ໃດກໍຢາກໄປຢາມ.
ເກາະໂກໂຕ
ໂກໂຕແມ່ນເກາະທີ່ສວຍງາມຂອງແຂວງ ກວ໋າງນິງ. ຢູ່ ໂກໂຕ, ທ່ານຈະໄດ້ພົວພັນກັບບັນດາຫາດຊາຍທະເລທີ່ສວຍງາມ, ນ້ຳທະເລສີຟ້າໃສ ພ້ອມທັງໄດ້ສູບເອົາອາກາດອັນປອດໂປ່ງ, ເຢັນສະບາຍອີກດ້ວຍ
![]() ພາບ: ເຈິ່ນນາມ ເມື່ອມາຢາມ ໂກໂຕ, ແຂກທ່ອງທ່ຽວຈະໄດ້ຄົ້ນຫາທັດສະນີຍະພາບແຫ່ງຕ່າງໆ, ເຊັ່ນ: ປະພາຄານ, ວັດ ຈຸກເລິມ, ເຂດອະນຸສອນສະຖານປະທານ ໂຮ່ຈີມິນ. |
![]() ຂຶ້ນຈອມປະພາຄານ ທີ່ມີຄວາມສູງ 102 ແມັດ, ທ່ານສາມາດຮັບຊົມທົ່ວເຂດ ໂກໂຕ ໄດ້ |
![]() ພາຍຫຼັງທີ່ມີຕາໜ່າງໄຟຟ້າແຫ່ງຊາດ ເມື່ອປີ 2013, ເກາະ ໂກໂຕ ນັບມື້ນັບພັດທະນາ ດ້ວຍບັນດາກິດຈະກຳປະດັບປະດາຕົວເມືອງ, ຖະໜົນຍ່າງທີ່ເປັນເອກະລັກ, ການບໍລິການອາຫານການກິນກໍນັບມື້ນັບຫຼາກຫຼາຍຂຶ້ນ ເພື່ອຮັບໃຊ້ແຂກທ່ອງທ່ຽວ. ເກາະ ຫຼີເຊີນ ຫຼີເຊີນ ແມ່ນເມືອງເກາະຂຶ້ນກັບແຂວງ ກວ໋າງງາຍ ມີຊື່ສຽງຍ້ອນທຳມະຊາດທີ່ຮົກເຮື້ອ ແລະ ມີຈຸດວັດທະນະທຳທີ່ເປັນເອກະລັກ. |
![]() ພາບ: bvhttdl.gov.vn |
![]() |
ດ້ວຍບັນດາຫາດຊາຍທະເລຂາວທີ່ດຶງດູດໃຈ, ນ້ຳທະເລສີຟ້າໃສດັ່ງແກ້ວມະນີ, ຫຼີເຊີນ ເປັນສະຖານທີ່ຕາກອາກາດອັນສຸດຍອດສຳລັບຜູ້ມັກຮັກທະເລ
![]() |
ປາກພູເຂົາໄຟເກົ່າ ໃນເກາະຫຼີເຊີນ ກໍເປັນສະຖານທີ່ແຫ່ງໜຶ່ງທີ່ດຶງດູດແຂກທ່ອງທ່ຽວ
ກູ່ລາວຈ່າມ
ກູ່ລາວຈ່າມ ແມ່ນເກາະທີ່ມີຊື່ສຽງໃນບໍລິເວນນະຄອນ ໂຮ້ຍອານ, ແຂວງ ກວ໋າງນາມ. ວັນທີ 26 ພຶດສະພາ 2009, ກູ່ລາວຈ່າມ ໄດ້ຮັບການຮັບຮອງຈາກອົງການ UNESCO ວ່າ ເປັນເຂດຊີວະນາໆພັນລະດັບໂລກ.
![]() |
ພາບ: quangnam.gov.vn
![]() |
ເກາະ ນາມຢູ
ເກາະນາມຢູ ຢູ່ກາງຕາແສງ ອານເຊີນ ແລະ ນາມຢູ, ເມືອງ ກຽນຫາຍ, ແຂວງ ກຽນຢາງ
![]() ພາບ: bvhttdl.gov.vn ນ້ຳທະເລຢູ່ເກາະ ນາມຢູ ໃສ ຈົນວ່າ ເຮົາສາມາດຊົມປາກະລັງ ແລະ ປາຝຸງຕ່າງໆທີ່ພວມພາກັນລອຍຫຼີ້ນ |
![]() ພາບ: TTXVN
|
![]() |
ເກາະດຽບເຊີນແມ່ນໜຶ່ງໃນບັນດາສະຖານທີ່ check-in ທີ່ໄດ້ຮັບຄວາມນິຍົມຊົມຊອບຈາກໄວໜຸ່ມ
ພາບ: laodong.vn
![]() ພາບ: laodong.vn
|
![]() |
ລວບລວມໂດຍ ບຸ່ຍຮັ່ງ




