![]() |
| ໂດຍຕັ້ງຢູ່ຫ່າງຈາກເທດສະບານເມືອງ ກົກປ່າຍ (ເມືອງ ຊີນເມີ່ນ, ແຂວງ ຮ່າຢາງ) ປະມານ 5 ກມ, ໃນຄວາມສູງກວ່າ 1.200 ແມັດເມື່ອທຽບໃສ່ໜ້ານ້ຳທະເລ, ເຂດທົ່ງດອກໄມ້ ຊ໋ວຍເທົ່າ ແມ່ນສະຖານທີ່ດູດດື່ມແຂກທ່ອງທ່ຽວເມື່ອມາແຫ່ງນີ້. |
![]() |
| ຢູ່ບັນດາເປີ້ນພູ, ທົ່ງດອກບັກວິດຢູ່ເຂດທົ່ງດອກໄມ້ ແລະ ອາກາດເຢັນໆ, ຫຼາຍຄົນໄດ້ປຽບທຽບ ຊ໋ວຍເທົ່າ ຄືດັ່ງ “ສະວິດຂະໜາດນ້ອຍຂອງ ຮ່າຢາງ”. |
![]() |
| ແຕ່ລະລະດູ, ຊ໋ວຍເທົ່າ ພັດມີສີສັນທີ່ແຕກຕ່າງກັນ ແລະ ຍາມລະດູໃດກໍ່ສວຍງາມ. ທ້າຍລະດູໃບໄມ້ຫຼົ່ນ ແລະ ຕົ້ນລະດູໜາວແມ່ນຈຸດເວລາດອກໄມ້ບານສະພັ່ງສວຍງາມທີ່ສຸດ. |
![]() |
| ດອກບັກວິດແມ່ນດອກໄມ້ທີ່ເປັນເອກະລັກສະເພາະຢູ່ແຂວງ ຮ່າຢາງ ແລະ ຈະບານສະພັ່ງຫຼາຍທີ່ສຸດໃນເວລາທ້າຍເດືອນຕຸລາ ຮອດຕົ້ນເດືອນທັນວາ, ເມື່ອອາກາດເລີ່ມໜາວ. |
![]() |
![]() |
| ໃນຊຸມມື້ກາງເດືອນ ພະຈິກ, ດອກບັກວິດມີສີຂາວແດງອ່ອນ. ເມື່ອອາກາດໜາວ, ດອກບັກວິດຈະປ່ຽນເປັນສີເຂັ້ມກວ່າ. |
![]() |
| ບໍ່ພຽງແຕ່ປະດັບປະດາໃຫ້ແກ່ທົ່ງດອກໄມ້ ຮ່າຢາງ ເທົ່ານັ້ນ, ດອກບັກວິດຍັງໄດ້ນຳໃຊ້ຄືດັ່ງທັນຍາຫານ, ເຮັດເປັນເຂົ້າໜົມ ຫຼື ເຍື່ອງອາຫານທ້ອງຖິ່ນຈຳນວນໜຶ່ງອີກດ້ວຍ. |
![]() |
| ເຖິງວ່າໄດ້ບານໃນເວລາປະມານ 2 ເດືອນ ເທົ່ານັ້ນ, ແຕ່ເມື່ອດອກບັກວິດບານສະພັ່ງ ກໍ່ໄດ້ສ້າງຄວາມງາມສະເພາະຕື່ມອີກໃຫ້ແກ່ເຂດພູພຽງຫີນຢູ່ ຮ່າຢາງ. |
![]() |
| ປະຈຸບັນ, ຄ່າເຂົ້າຢ້ຽມຊົມສວນດອກບັກວິດຢູ່ທີ່ນີ້ແມ່ນ 20.000 ດົ່ງ/ຄົນ. |
![]() |
| ດ້ວຍຄວາມງາມແບບຮົກເຮື້ອນັ້ນ, ຊ໋ວຍເທົ່າ ສວຍງາມເໝືອນດັ່ງເຂດໝູ່ບ້ານຢູ່ ເອີລົບ ຄືໃນເລື່ອງນິທານ. |




