logo

ເຂົ້າຮ່ວມ “ບຸນເຕັດເຂດບ້ານ” ທີ່ມ່ວນຊື່ນພ້ອມກັບວົງຄະນະຍາດຊາວເຜົ່າ ຢູ່ບ້ານວັດທະນະທຳ - ທ່ອງທ່ຽວບັນດາເຜົ່າ ຫວຽດນາມ

2026/1/7 | 09:35:10
(VOVWORLD) - ໃນຂອບເຂດຂອງລາຍການຍັງມືບັນດາການເຄື່ອນໄຫວກະກຽມ, ປະດັບປະດາເຂດຕ້ອນຮັບບຸນເຕັດຢູ່ບັນດາບ້ານຊົນເຜົ່າ ນຸ່ງ, ໄຕ່, ຢ້າວ, ມົງ, ເມື່ອງ, ເຄີມູ…
ງານບຸນມີການເຂົ້າຮ່ວມຂອງພໍ່ແມ່ປະຊາຊົນຊາວເຜົ່າກວ່າ 100 ຄົນ
(ພາບ: VGP)

ຕາມຂໍ້ມູນຈາກກົມວັດທະນະທຳບັນດາເຜົ່າ ຫວຽດນາມ, ຂຶ້ນກັບກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ນັບແຕ່ນີ້ຮອດທ້າຍເດືອນ ມັງກອນ 2026, ຢູ່ບ້ານວັດທະນະທຳ - ທ່ອງທ່ຽວບັນດາເຜົ່າ ຫວຽດນາມ (ຕາແສງ ດວ່າຍເຟືອງ, ຮ່າໂນ້ຍ), ໄດ້ຈັດການເຄື່ອນໄຫວຫຼາຍຢ່າງດ້ວຍຫົວຂໍ້ “ບຸນເຕັດເຂດບ້ານ” ດ້ວຍການເຂົ້າຮ່ວມຂອງພໍ່ແມ່ປະຊາຊົນຊາວເຜົ່າກວ່າ 100 ຄົນທີ່ມາຈາກ 16 ຊົນເຜົ່າ; ການເຂົ້າຮ່ວມຂອງ 11 ທ້ອງຖິ່ນມີຊາວເຜົ່າເຄື່ອນໄຫວເປັນປະຈຳຢູ່ບ້ານ, ລວມມີ: ທາຍງວຽນ, ຝູທໍ້, ຕວຽນກວາງ, ເຊີນລາ, ເຫ້ວ, ຢາລາຍ, ກວາງງ້າຍ, ແຄັງຮ່ວາ, ດັກລັກ, ເກີນເທີ, ຮ່າໂນ້ຍ.

ຈຸດພົ້ນເດັ່ນແມ່ນ ງານພົບປະແລກປ່ຽນ “ບຸນເຕັດວຽນມາບ້ານຂອງນ້ອງ” ຂອງພໍ່ແມ່ປະຊາຊົນເຜົ່າ ຜູ້ໄທ ເຂດ ແທັງ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າທາງພາກເໜືອ ຢູ່ບ້ານ ແລະ ການສະແດງຮ້ອງລຳທຳເພງຂອງປະຊາຊົນບັນດາເຜົ່າ; ແນະນຳຮີດຄອງປະເພນີຕ້ອນຮັບບຸນເຕັດ ແລະ ຫໍ່ເຂົ້າຕົ້ມດຳໃນມື້ບຸນເຕັດ.

ໃນຂອບເຂດຂອງລາຍການຍັງມືບັນດາການເຄື່ອນໄຫວກະກຽມ, ປະດັບປະດາເຂດຕ້ອນຮັບບຸນເຕັດຢູ່ບັນດາບ້ານຊົນເຜົ່າ ນຸ່ງ, ໄຕ່, ຢ້າວ, ມົງ, ເມື່ອງ, ເຄີມູ…

TAG
VOV/VOVworld/​ພົບ​ປະ​/ແລກ​ປ່ຽນ/​ບຸນ​ເຕັດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ