logo

ເຈື່ອງຊາ ຍາມໃດກໍ່ຝັງເລິກໃນດວງໃຈຂອງຊາວ ຫວຽດນາມ ແຕ່ລະຄົນ

2024/6/30 | 06:00:00
(VOVWORLD) - ເມືອງເກາະ ເຈື່ອງຊາ ແຂວງ ແຄງຮ່ວາ ແມ່ນສະຖານທີ່ຊື່ງຊາວຫວຽດນາມຫລາຍຄົນປາດຖະນາຢາກໄດ້ມາຢ້ຽມຢາມຄັ້ງນຶ່ງ. ໃນຊຸມມື້ທ້າຍເດືອນພຶດສະພາຜ່ານມາ, ນັກຂ່າວວິທະຍຸກະຈາຍສຽງຫວຽດນາມໄດ້ມີການໄປປະຕິບັດງານຢ້ຽມຢາມເມືອງເກາະ ແລະ ບັນທຶກຄວາມຮູ້ສຶກ, ອາລົມຈິດຄວາມຮັກແພງພິເສດຂອງບັນດາສະມາຊິກໃນຄະນະປະຕິບັດງານທີ່ສະຫງວນໃຫ້ເຈື່ອງຊາ, ເຂດດິນທີ່ສັກກະລະບູຊາຂອງປະເທດຊາດຊື່ງຕັ້ງຢູ່ກາງທະເລທີ່ຫ່າງໄກ.

                ນັກສິລະປິນຖ່າຍຮູບເຢືອງທິແອງ ຖ່າຍຮູບກັບນັກຮົບຢູ່ເກາະ ຊິງໂຕນດົງ. ພາບ: ເຢືອງທິແອງ
ນັກສິລະປິນຖ່າຍຮູບເຢືອງທິແອງ ຊື່ງແມ່ນສະມາຊິກໃນຄະນະໄປປະຕິບັດງານຢູ່ ເຈື່ອງຊາ ໄດ້ແບ່ງປັນວ່າຫລາຍປີຜ່ານມາເອື້ອຍໄດ້ຮູ້ຈັກເຖິງເຈື່ອງຊາຜ່ານປື້ມ, ຫນັງສືພິມ… ໃນໃຈຕົວເອງ, ເຈື່ອງຊາແມ່ນສັກກະລະບູຊາແລະເອື້ອຍມີຄວາມໄຝ່ຝັນຢາກໄດ້ໄປຢ້ຽມຢາມເກາະແຫ່ງນີ້ຄັ້ງຫນຶ່ງ.

ເມື່ອໄດ້ຮູ້ຂ່າວວ່າຂ້ພະເຈົ້າໄດ້ໄປ ເຈື່ອງຊາໃນວັນທີ 26 ເມສາ. ນັບແຕ່ນັ້ນຂ້າພະເຈົ້າກໍ່ໄດ້ກະກຽມດ້ານຈິດໃຈທີ່ດີທີ່ສຸດໃຫ້ຕົນເອງເພື່ອເດີນທາງ. ເມື່ອໄດ້ຮັບຂ່າວຂ້າພະເຈົ້າມີຄວາມຕື້ນຕັນໃຈຫລາຍແລະຢາກອວດໃຫ້ທຸກຄົນຮູ້ຂ່າວດີນັ້ນ. ເມື່ອໄປຮອດເກາະຈຶ່ງເຫັນວ່າເຈື່ອງຊາແມ່ນຍອດຢ້ຽມແທ້ຈິງ. ທຸກຄົນລ້ວນແຕ່ຮູ້ໄດ້ວ່າປະເທດຊາດຫວຽດນາມຢູ່ບ່ອນໃດກໍ່ມີຄວາມສັກກະລະບູຊາ”.

ໂດຍເດີນທາງເກືອບ 1.000 ກິໂລແມັດ ເພື່ອໄປຫາ ເຈື່ອງຊາ, ເຖິງວ່າ ປະສົບກັບຄວາມຫຍຸ້ງຍາກຍ້ອນຄື້ນທະເລ, ລົມແຮງກໍ່ຕາມ ແຕ່ເມື່ອກຳປັ່ນໄປຮອດເກາະ, ຄວາມອິດເມື່ອຍເກືອບຄືວ່າຈາງຫາຍໄປເລີຍ ແທນທີ່ນັ້ນແມ່ນຢາກໄດ້ພົບປະກັບຜູ້ທີ່ພວມຜ່ານຜ່າຄວາມຫຍຸ້ງຍາກເພື່ອປົກປັກຮັກສາເຂດທະເລໝູ່ເກາະຂອງປະເທດຊາດ. ນັກຂ່າວ ເລທູຮັ່ງ, ສັງກັດ ຫນັງສືພິມ ວິສາຫະກິດ ແລະ ການເຊື່ອມໂຍງ ແບ່ງປັນວ່າ: ໄດ້ໄປຢ້ຽມຢາມ ເຈື່ອງຊາ ແມ່ນໂອກາດໄດ້ຄົ້ນຫາປະເທດຊາດ, ມີເອກະສານຕື່ມອີກເພື່ອຮັບໃຊ້ວຽກງານ ແລະ ມີຄວາມເຂົ້າໃຈແຈ້ງກວ່າກ່ຽວກັບພາລະກິດແຫ່ງການປົກປັກຮັກສາອະທິປະໄຕເຂດທະເລໝູ່ເກາະຂອງປະເທດຊາດ.

ກ່ອນອອກເດີນທາງ, ຂ້າພະເຈົ້າໄດ້ກະກຽມບັນດາຂອງຂວັນເລັກນ້ອຍເພື່ອມອບໃຫ້ພະນັກງານ, ນັກຮົບແລະປະຊາຊົນຢູ່ເມືອງເກາະ. ຂ້າພະເຈົ້າກໍ່ແມ່ນຊາວຫວຽດນາມເມື່ອໄດ້ມາຢ້ຽມຢາມເຂດດິນທີ່ສັກກະລະບູຊາຂອງປະເທດຊາດ, ແມ່ນນຳເອົາຈິດໃຈສະຫງ່າອົງອາດຂອງຊາດ, ນຳເອົາຄວາມຮັກແພງປະເທດຊາດຂອງຕົນ.. ເພື່ອເມື່ອກັບຄືນເມືອເຂດດິນຕໍ່ແຜ່ນຈະສາມາດແຜ່ຂະຍາຍຈິດໃຈຊາດ, ຄວາມເອກອ້າງທະນົງໃຈເມື່ອໄດ້ໄປຫາເຈື່ອງຊາ.

ນັກຂ່າວ ເລທູຮັ່ງ ມອບຂອງຂວັນໃຫ້ແກ່ນັກຮົບຢູ່ເກາະ ດາໄຕບີ. ພາບ: ທູຮັ່ງ.

ສຳລັບເອື້ອຍຮວ່າງທິງອກກວຽນ, ຜູ້ອຳນວຍການບໍລິສັດການຄ້າແລະໃຫ້ຄຳປຶກສາພັດທະນາເຕັກໂນໂລຊີ DNA ຈຳກັດແລ້ວ, ເຈື່ອງຊາແມ່ນຄວາມຝັນທີ່ເອື້ອຍໄດ້ປາດຖະຫນາຢາກໄປຢ້ຽມຢາມກ່ອນນີ້ 15 ປີແລະປະຈຸບັນໄດ້ປະກົດຜົນເປັນຈິງແລ້ວ. ເອື້ອຍແບ່ງປັນວ່າຍ້ອນວຽກງານມີລັກສະນະພິເສດສະນັ້ນພຽງແຕ່ມີນັກເຕັກນິກ, ລັດຖະກອນຂອງບໍລິສັດໄປຢ້ຽມຢາມເກາະຫລືໄປຢ້ຽມຢາມເຮືອນຍາມ. ວາທີຮ້ອຍຕີ, ນັກຮ້ອງມິງງອັກສັງກັດໂຮງລະຄອນກອງທັບແບ່ງປັນວ່າ:

ຂ້າພະເຈົ້າໄດ້ໄປຖະຫວາຍທູບທຽນຢູ່ພິທີອາໄລຫາບັນດານັກຮົບວິລະຊົນເສຍສະຫລະຊີວິດເພື່ອຊາດຢູ່ກາກມາ, ຂ້າພະເຈົ້າມີຄວາມຕື້ນຕັນໃຈຫລາຍຈົນນ້ຳຕາໄຫລອອກມາ. ເມື່ອປ່ອຍນົກເຈ້ຍ, ດອກໄມ້ສົ່ງເຖິງພວກອ້າຍທີ່ໄດ້ເສຍສະຫລະຊີວິດເພື່ອຊາດຂ້າພະເຈົ້າມີຄວາມຮູ້ສຶກຮູ້ບຸນຄຸນອັນລົ້ນເຫລືອຕໍ່ເຂົາເຈົ້າ. ນີ້ແມ່ນຄັ້ງທຳອິດໃນພາລະກິດແຫ່ງການເປັນນັກຮ້ອງຂອງຕົນ, ຂ້າພະເຈົ້າໄດ້ສະແດງຢູ່ເທິງກຳປັ່ນ, ຢູ່ບັນດາເກາະທີ່ຕັ້ງໃນກາງທະເລຫ່າງໄກຂອງປະເທດຊາດ. ຂ້າພະເຈົ້າຮູ້ສຶກຕື້ນຕັນໃຈຫລາຍ.

ໃນຄະນະໄປປະຕິບັດງານເລກທີ 21 ຢ້ຽມຢາມ ເຈື່ອງຊາ ຄັ້ງນີ້, ມີ ເອື້ອຍ ຈ້ຽວທິບິ່ງ ຊາວຊົນເຜົ່າຢ້າວ ມາຈາກເມືອງພູດອຍ ລຸກອຽນ ແຂວງ ອຽນບາຍ, ເອື້ອຍ ຈ້ຽວທິບິ່ງ ແບ່ງປັນວ່າ ນີ້ແມ່ນການໄປປະຕິບັດງານພິເສດໃນຊີວິດຂອງເອຶ້ອຍ.

 “ຂ້າພະເຈົ້າຮູ້ສຶກຕື້ນຕັ້ໍນໃຈຫລາຍເມື່ອໄດ້ໄປຢ້ຽມຢາມບັນດາໝູ່ເກາະ. ຄວາມຮູ້ສຶກແມ່ນບໍ່ອາດພັນລະນາໄດ້. ບັນດານັກຮົບຢູ່ເກາະຍັງປະສົບກັບຄວາມຍຸ້ງຍາກລຳບາກຫລາຍແຕ່ເຂົາເຈົ້າລ້ວນແຕ່ມີຈິດໃຈທີ່ເຂັ້ມແຂງແຮງກ້າ, ອຸ່ນອ່ຽໃຈເພື່ອປົກປັກຮັກສາເຂດທະເລໝູ່ເກາະຂອງປະເທດຊາດ. ຂ້າພະເຈົ້າຂໍສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບຢູ່ທີ່ນີ້.

ສຳລັບຫລາຍຄົນແລ້ວ, ການເດີນທາງໄປປະຕິບັດງານ ແລະ ຢ້ຽມຢາມເຈື່ອງຊາອາດຈະແມ່ນເທື່ອດຽວໃນຊີວິດຂອງຕົນແຕ່ການຄວາມຮູ້ສຶກຂອງເຂົາເຈົ້າແມ່ນຝັງເລິກໃນໃຈຕະຫລອດການ. ເຈື່ອງຊາ ປະຈຸບັນບໍ່ແມ່ນຫ່າງໄກອີກແລ້ວ... ຫາກຍາມໃດກໍ່ຢູ່ໃນໃຈຂອງຊາວຫວຽດນາມແຕ່ລະຄົນຕະຫລອດໄປ.

 
TAG
VOV/VOVworld/​ຝັງ​ເລິກ​ໃນ​ໃຈ/ເຈື່ອງ​ຊາ/ສັກ​ກະ​ລະ​ບູ​ຊາ​

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ