logo

ເຊີດ​ຊູ​ບັນ​ດາ​ຄຸນ​ຄ່າ​ແກ່ນ​ສານ​ຂອງວັດ​ທະ​ນະ​ທຳ​ການ​ສຶກ​ສາ ຫວຽດ​ນາມ

2026/1/10 | 08:36:18
(VOVWORLD) - ຕອນຄ່ຳວັນທີ 9 ມັງກອນ, ຢູ່ບໍລິເວນສ້າງ ທຽນກວາງ, ວັນໝຽວ - ກວັກຕືຢາມ ຢູ່ ຮ່າໂນ້ຍ ເຊິ່ງເປັນມະຫາວິທະຍາໄລແຫ່ງທຳອິດຂອງ ຫວຽດນາມ  ໄດ້ດຳເນີນລາຍການສະແດງສິລະປະ “ວັດທະນະທຳການສຶກສາ” ເພື່ອສະເຫຼີມສະຫຼອງ 950 ປີແຫ່ງວັນສ້າງຕັ້ງວັນໝຽວກວັກຕືຢາມ (1076 – 2026).
ລາຍການສະແດງສິລະປະ “ວັດທະນະທຳການສຶກສາ” ເພື່ອສະເຫຼີມສະຫຼອງ 950 ປີແຫ່ງວັນສ້າງຕັ້ງວັນໝຽວກວັກຕືຢາມ (1076 – 2026) (ພາບ: VOV)

ຜ່ານສິລະປະການສະແດງໃນເວທີດັ່ງກ່າວ, ລາຍການໄດ້ວາດພາບເຖິງວິວັດທະນາການຂອງວັດທະນະທຳການສຶກສາ ຫວຽດນາມ  ນັບແຕ່ປະເພນີການສອບເສັງຕະຫຼອດຮອດນ້ຳໃຈການຮຽນຂອງສັງຄົມທັນສະໄໝ ຢ່າງມີຊີວິດຊີວາ, ປະກອບສ່ວນແຜ່ກະຈາຍຄຸນຄ່າອະລິຍະທຳ ທັງລອງ - ຮ່າໂນ້ຍ ໃນການດຳລົງຊີວິດປັດຈຸບັນ. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວທີ່ນອນໃນຂອບເຂດກິດຈະກຳວັດທະນະທຳ - ສຶກສາພິເສດ ເພື່ອສະເຫຼີມສະຫຼອງ 950 ປີແຫ່ງວັນສ້າງຕັ້ງ ວັນໝຽວກວັກຕືຢາມ ໂດຍສູນເຄື່ອນໄຫວວັດທະນະທຳວິທະຍາສາດ ວັນໝຽວ - ກວັກຕືຢາມ ຈັດຂຶ້ນ. ໃນຂອບເຂດກິດຈະກຳດັ່ງກ່າວ ບໍ່ພຽງແຕ່ແມ່ນໂອກາດເພື່ອຫວນຄືນບັນດາຄຸນຄ່າແກ່ນສານຂອງວັດທະນະທຳການສຶກສາຂອງ ຫວຽດນາມ ເທົ່ານັ້ນ ຫາກຍັງປະກອບສ່ວນປຸກລຸກຄວາມເອກອ້າງທະນົງໃຈ, ສະຕິຄວາມຮັດບຮູ້ໃນການອະນຸລັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອດຸໝັ້ນຮ່ຳຮຽນ ເພື່ອໃຫ້ວັດທະນະທຳການສຶກສາ ສືບຕໍ່ຮ່ວມເດີນທາງພ້ອມກັບການພັດທະນາຂອງປະເທດຊາດໃນຍຸກສະໄໝໃໝ່.


TAG
VOV/VOVworld/ຄຸນຄ່າອະລິຍະທຳ ທັງລອງ - ຮ່າໂນ້ຍ/ວັດ​ທະ​ນະ​ທຳ​ສຶກ​ສາຂອງ ຫວຽດ​ນາມ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ