logo

ເຊື່ອມຕໍ່, ຊອກຫາມາດຕະການພັດທະນາການທ່ອງທ່ຽວ ຫວຽດນາມ - ອິນເດຍ

2025/12/31 | 07:33:34
(VOVWORLD) - ຫວຽດນາມ ໄດ້ຮັບຕີລາຄາວ່າແມ່ນຈຸດນັດພົບທີ່ເໝາະສົມດ້ວຍຫຼາຍຮູບແບບການທ່ອງທ່ຽວ, ຄື: ທ່ອງທ່ຽວແຕ່ງງານ, ຜັກຜ່ອນຕາກອາກາດ, MICE…
ທີ່ກອງປະຊຸມສຳມະນາ
(ພາບ: TTXVN)

        ວັນທີ 30 ທັນວາ, ຢູ່ ຮ່າໂນ້ຍ, ສະຖານທູດ ອິນເດຍ ປະຈຳ ຫວຽດນາມ ໄດ້ຈັດກອງປະຊຸມສຳມະນາປະຕິສຳພັນການທ່ອງທ່ຽວ ອິນເດຍ.

        ກົມທ່ອງທ່ຽວແຫ່ງຊາດ ຫວຽດນາມ ໄດ້ຮັບຮູ້ລະດັບເຕີບໂຕທີ່ປະທັບໃຈຂອງຕະຫຼາດແຂກທ່ອງທ່ຽວ ອິນເດຍ, ດ້ວຍຈຳນວນ 507.000 ເທື່ອຄົນໃນປີ 2024, ເກືອບ 656.000 ເທື່ອຄົນໃນ 11 ເດືອນຂອງປີ 2025. ຫວຽດນາມ ໄດ້ຮັບຕີລາຄາວ່າແມ່ນຈຸດນັດພົບທີ່ເໝາະສົມດ້ວຍຫຼາຍຮູບແບບການທ່ອງທ່ຽວ, ຄື: ທ່ອງທ່ຽວແຕ່ງງານ, ຜັກຜ່ອນຕາກອາກາດ, MICE… ພື້ນຖານໂຄງລ່າງ ແລະ ການບໍລິການຂອງ ຫວຽດນາມ ນັບມື້ນັບໄດ້ຮັບການຮັບຮູ້ຈາກຕະຫຼາດ ອິນເດຍ, ໃນນັ້ນມີຮ້ານອາຫານ ອິນເດຍ ຫຼາຍຮ້າຍຢູ່ ຮ່າໂນ້ຍ, ຮະລອງ (ກວາງນິງ), ດ່ານັ້ງ, ແຄງຮ່ວາ, ນະຄອນ ໂຮ່ຈິມິນ…, ເຊິ່ງໄດ້ປະກອບສ່ວນເພີ່ມກຳລັງດຶງດູດສຳລັບແຂກທ່ອງທ່ຽວ ອິນເດຍ.

        ໃນອາຍຸການປະຕິບັດງານຢູ່ ຫວຽດນາມ, ທ່ານ Tshering W. Sherpa, ເອກອັກຄະລັດຖະທູດ ອິນເດຍ ປະຈຳ ຫວຽດນາມ ປາດຖະໜາຢາກເພີ່ມທະວີການແລກປ່ຽນກັບວິສາຫະກິດທ່ອງທ່ຽວ ຫວຽດນາມ - ບັນດາ “ທູດເຊື່ອມຕໍ່ການທ່ອງທ່ຽວ” ລະຫວ່າງ 2 ປະເທດ ເພື່ອພ້ອມກັນຊອກຫາມາດຕະການແກ້ໄຂເພື່ອພັດທະນາການທ່ອງທ່ຽວ.

TAG
VOV/VOVworld/​ພື້ນ​ຖານ​/ໂຄງ​ລ່າງ/ການ​ບໍ​ລິ​ການ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ