(VOVWORLD) - ວາລະສານທ່ອງທ່ຽວທີ່ມີຊື່ສຽງຂອງ ອາເມລິກາ Travel+Leisure, ຫວ່າງແລ້ວນີ້ຫາກໍ່ສະເໜີ ເທື່ອທຽນເຫວ້ ແມ່ນໜຶ່ງໃນບັນດາສະຖານທີ່ທ່ອງທ່ຽວ ເຊິ່ງແຂກທ່ອງທ່ຽວບໍ່ຄວນພາດໂອກາດແແວ່ຢາມ ເມື່ອມາອາຊີ ໃນປີ 2024
ບັນດານັກຊ່ຽວຊານ Travel+Leisure ໄດ້ໃຫ້ຂໍ້ສັງເກດວ່າ ເທື່ອທຽນເຫວ້ ແມ່ນສະຖານທີ່ທ່ອງທ່ຽວທີ່ດີທີ່ສຸດເພື່ອລະຫຼິ້ນບັນເທິງ, ຄົ້ນຫາກ່ຽວກັບອະດີດຕະການ ເມື່ອມາທ່ຽວຫວຽດນາມ. ຈົ່ງພ້ອມກັບ VOV5 ຮັບຊົມຄວາມງາມແບບເກົ່າແກ່ ແລະ ສະຫງົບງຽບຂອງເຫ້ວ ຜ່ານບັນດາພາບຖ່າຍຂອງນັກຖ່າຍຮູບ ເລຮູຍຮ່ວາງຫາຍ:
![]() ເຫວ້ ໄດ້ຮັບຖືວ່າແມ່ນສະຖານທີ່ທ່ອງທ່ຽວເພື່ອລະຫຼິ້ນບັນເທິງ ເມື່ອມາທ່ຽວ ຫວຽດນາມ, ດ້ວຍເວລາທີ່ດີທີ່ສຸດແມ່ນແຕ່ເດືອນມັງກອນ ຫາ ເດືອນເມສາ. |
![]() ຂົວເຈື່ອງຕຽນ ຕັ້ງຂ້າມແມ່ນ້ຳເຮືອງ. |
![]() ບັນດານັກຊ່ຽວຊານດ້ານທ່ອງທ່ຽວໄດ້ນຳສະເໜີໃຫ້ແຂກທ່ອງທ່ຽວ ຄວນແວ່ຢາມພາລະຊາວັງເຫວ້, ຄົ້ນຫາສຸສານຂອງເຈົ້າຊີວິດໃນລາດຊະວົງຫງວຽນ ແລະ ວັດວາອາຮາມທີ່ເກົ່າແກ່. |
![]() ເງາະໂມນ ແມ່ນປະຕູໃຫຍ່ທີ່ສຸດໃນຈຳນວນ 4 ປະຕູໂຂງຂອງພາລະຊາວັງເຫວ້. ພາລະຊາວັງເຫວ້ແມ່ນໜຶ່ງໃນຈຳນວນບັນດາຮ່ອງຮອຍຂຶ້ນກັບເຂດຮ່ອງຮອຍເມືອງຫຼວງເກົ່າເຫວ້ ໂດຍອົງການວັດທະນະທຳວິທະຍາສາດ ແລະ ການສຶກສາ ສປຊ ຮັບຮອງເອົາແມ່ນມໍລະດົກວັດທະນະທຳໂລກ. |
![]() ປະຕູຮຽນເຍິນ ຢູ່ທາງທິດຕາເວັນອອກຂອງພາລະຊາວັງເຫວ້. |
![]() ໂດຍແມ່ນໜຶ່ງໃນຈຳນວນ 7 ສຸສານໄດ້ຮັບການກໍ່ສ້າງໃນສະໄໝລາດຊະວົງຫງວຽນ, ສຸສານມິງມາງແມ່ນສະຖານທີ່ດຶງດູດໃຈແຂກທທ່ອງທ່ຽວມາແວ່ຢາມໃນການທ່ອງທ່ຽວເຫວ້. |
![]() ສຸສານມິງມາງ ໄດ້ສ້າງຄວາມປະທັບໃຈຕໍ່ສະຖາປັດຕະຍາກຳແບບເກົ່າແກ່, ເຂັ້ມຂຸ້ນໄປດ້ວຍສີສັນ ທິດສະດີຂົງຈື້ |
![]() ສຸສານ ຂາຍດິງ, ສຸສານແຫ່ງສຸດທ້າຍຂອງລາດຊະວົງ ຫງວຽນ, ເຊິ່ງແມ່ນສະຖານທີ່ເກັບຮັກສາຄຸນຄ່າທາງດ້ານປະຫວັດສາດ, ວັດທະນະທຳ, ສິລະປະ ສົມທົບກັບການເຊື່ອມໂຍງຂອງສະຖາປັດຕະຍາກຳ ອາຊີ, ເອີລົບ, ຫວຽດນາມ ແບບເກົ່າແກ່ ແລະ ທັນສະໄໝ. |
![]() ສຸສານ ຂາຍດິ້ງ ແມ່ນລະດັບສູງສຸດຂອງ ສິລະປະປະຕິມາກຳເຄື່ອງປັ້ນດິນເຜົ່າ ແລະ ແກ້ວ ເຊິ່ງໄດ້ຮັບການອອກແບບຢ່າງພິຖີຖິຖັນ, ລະອຽດອ່ອນ ແລະ ສະຫງ່າງາມ. |
![]() ສັງວຽນ ໂຮກວຽນ ເຊິ່ງແມ່ນສະຖານທີ່ດຳເນີນການຕີລະຫວ່ງາ ຊ້າງ ແລະ ເສືອໃນສະໄໝລາດຊະວົງ ຫງວຽນ ກໍ່ຄືແມ່ນໜຶ່ງໃນບັນດາຮ່ອງຮອຍທີ່ເປັນເອກະລັກສະເພາະຢູ່ເມືອງຫຼວງເກ່ົາ. |
![]() ວັດທຽນມູ (ຫຼື ຍັງໄດ້ເອີ້ນວ່າ ລິງມູ) ແມ່ນໜຶ່ງໃນບັນດາວັດເກົ່າແກ່ທີ່ສຸດຢູ່ເຫວ້ ຕັ້ງຢູ່ແຄມແມ່ນ້ຳເຮືອງ |
![]() |
![]() ລ່ອງເຮືອຊົມວິວຢູ່ແມ່ນ້ຳເຮືອງ, ຟັງບົດເພງກ່ຽວກັບເຫວ້ ລຽບຕາມຟາກແຄມແມ່ນ້ຳແມ່ນການລົງພຶດຕິກຳຕິວຈິງທີ່ເປັນໜ້າຈັບອົກຈັບໃຈເມື່ອມາເທ່ືອທຽນເຫວ້. |




