logo

ເບິ່ງ​ແຍງ​ດູ​ແລ ໃຫ້​ແກ່​ຄົນ​ເຈັບ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກໃນ​ໂອ​ກາດ​ບຸ​ນ​ເຕັດ

2026/2/9 | 08:58:44
(VOVWORLD) - ຢູ່ໂຮງໝໍປະຊາຊົນຢາດິ່ງ, ວັນທີ 8 ກຸມພາ ໄດ້ດຳເນີນ ງານຕະຫຼາດນັດ 0 ດົງ - ລະດູບານໃໝ່ແຫ່ງຄວາມເມດຕາປານີ, ບຸນເຕັດແບ່ງປັນ” ທີ່ສະຫງວນໃຫ້ແກ່ຄົນເຈັບ 150 ຄົນທີ່ປະສົບກັບຄວາມຫຍຸ້ງຍາກ ແລະ ປະຊາຊົນ 50 ຄົນປະສົບກັບຄວາມຫຍຸ້ງຍາກໃນບໍລິເວນຕາແສງ ຢາດິງ. 
ໂຮງໝໍຫຼາຍຂະແໜງ ທູດຶກຈະມອບຂອງຂວັນກວ່າ 5.200 ພູດໃຫ້ແກ່ຄົນເຈັບທີ່ປະສົບກັບຄວາມຫຍຸ້ງຍາກ (ພາບ: VOV)

ໃນຊຸມວັນໃກ້ຈະຮອດບຸນເຕັດ, ບັນດາໂຮງຮຽນຢູ່ນະຄອນໂຮ່ຈີມິນ ພ້ອມກັນຜັນຂະຫຍາຍກິດຈະກຳເບິ່ງແຍງດູແລຄົນເຈັບທຸກຍາກ, ຄົນເຈັບເປັນເດັກນ້ອຍທີ່ປະສົບກັບຄວາມຫຍຸ້ງຍາກຜ່ານບັນດາລາຍການສະຫວັດດີການຄື: ຕະຫຼາດນັດ 0 ດົ່ງ, ມອບຂອງຂວັນ ແລະ ອັງເປົ້າຍາມຕົ້ນປີໃໝ່…ປະກອບສ່ວນສ້າງບັນຍາກາດບຸນເຕັດທີ່ອົບອຸ່ນໃນໂຮງໝໍ.

ຢູ່ໂຮງໝໍປະຊາຊົນຢາດິ່ງ, ວັນທີ 8 ກຸມພາ ໄດ້ດຳເນີນ ງານຕະຫຼາດນັດ 0 ດົງ - ລະດູບານໃໝ່ແຫ່ງຄວາມເມດຕາປານີ, ບຸນເຕັດແບ່ງປັນ” ທີ່ສະຫງວນໃຫ້ແກ່ຄົນເຈັບ 150 ຄົນທີ່ປະສົບກັບຄວາມຫຍຸ້ງຍາກ ແລະ ປະຊາຊົນ 50 ຄົນປະສົບກັບຄວາມຫຍຸ້ງຍາກໃນບໍລິເວນຕາແສງ ຢາດິງ. ແຕ່ລະຄົນ ໄດ້ຮັບເຂົ້າຕະຫຼາດບຸນເຕັດ ທີ່ມີ 15 ຮ້ານວາງຂາຍສິນຄ້າດ້ວຍລາຄາ 0 ດົງ, ທີ່ມີສິນຄ້າຈຳເປັນກ່ວາ 20 ປະເພດ, ປະກອບສ່ວນນຳມາເຊິ່ງບັນຍາກາດລະດູບານໃໝ່ແຫ່ງຄວາມອົບອຸ່ນ, ແບ່ງປັນຢູ່ໂຮງໝໍ.

ຢູ່ໂຮງໝໍຫຼາຍຂະແໜງ ທູດຶກ, ລາຍການ ງານຕະຫຼາດນັດ 0 ດົງຄັ້ງທີ 14 ໄດ້ຈັດຂຶ້ນໃນວັນທີ 8 ກຸມພາ, ສະໜອງບັນດາເຄື່ອງຂອງທີ່ຈຳເປັນ ແລະ ເຄື່ອງໃຊ້ໃນຊີວິດປະຈຳວັນ. ແລະ ຢູ່ໂຮງໝໍເດັກ 2 ໄດ້ດຳເນີນບັນດາການເຄື່ອນໄຫວຢ້ຽມຢາມຖາມຂ່າວ ແລະ ມອບຂອງຂວັນໃຫ້ແກ່ເດັກນ້ອຍປະສົບກັບຄວາມຫຍຸ້ງພວມປິ່ນປົວຢູ່ໂຮງໝໍ.

TAG
VOV/VOVworld/ເບິ່ງ​ແຍງ​ດູ​ແລ/ຄົນ​ເຈັບ​/​ບຸ​ນ​ເຕັດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ