logo

ເປີດການສຳຫຼວດເສດຖະກິດຄັ້ງ​ໃຫຍ່ ປີ 2026

2026/1/8 | 09:01:00
(VOVWORLD) -  ໃນວັນທີ 7 ມັງກອນ ທີ່ນະຄອນຮ້າຍຝ່ອງ, ກົມສະຖິຕິ, ກະຊວງການເງິນ ຫວຽດນາມເປັນປະທານຈັດພິທີເປີດການສຳຫຼວດເສດຖະກິດຄັ້ງໃຫຍ່ປີ 2026. ນີ້ແມ່ນໜຶ່ງໃນສາມການສຳຫຼວດສະຖິຕິແຫ່ງຊາດທີ່ມີຂອບຂະໜາດໃຫຍ່, ມີຄວາມໝາຍດ້ານຍຸດທະສາດຕໍ່ກັບການສ້າງລະບົບຕໍ່່ລະລົບຂໍ້ມູນເສດຖະກິດແຫ່ງຊາດໃຫ້ສຳເລັດສົມບູນ.

ທ່ານນາງ ຫງວຽນທິເຮືອງ, ຫົວໜ້າກົມສະຖິຕິ ກ່າວຄຳເຫັນທີ່ພິທີ (ພາບ: VGP)

ການສຳຫຼວດເສດຖະກິດຄັ້ງໃຫຍ່ປີ 2026 ແມ່ນແນໃສ່ເກັບກຳສະພາບການນຳເນີນງານຂອງບັນດາຮາກຖານເສດຖະກິດໃນຂອບເຂດທົ່ວປະເທດຢ່າງຄົບຖ້ວນ, ຮອບດ້ານ, ພາວະວິໄສ ແລະ ທັນສະໄໝ, ລວມມີ: ວິສາຫະກິດ, ຫົວໜ່ວຍທຸລະການ, ສະຫະສະມາຄົມ, ຮາກຖານສາສະໜາ-ຄວາມເຫຼື້ອມໃສ ແລະ ຫົວໜ່ວຍທຸລະກິດບຸກຄົນ. ນີ້ແມ່ນການສຳຫຼວດສະຖິຕິທີ່ມີຂະໜາດໃຫຍ່, ຂອບເຂດກວ້າງ, ມີເປົ້າໜາຍຫຼາກຫຼາຍ. ທ່ານ ນາງ ຫງວຽນທິເຮືອງ, ຫົວໜ້າກົມສະຖິຕິ, ກະຊວງການເງິນ ໃຫ້ຮູ້ວ່າ

“ຂະແໜງສະຖິຕິໄດ້ມີການກະກຽມກ່ອນໃຫ້ແກ່ການສຳຫຼວດດັ່ງກ່າວ ດ້ວຍຫຼາຍເນື້ອໃນປ່ຽນແປງໃໝ່ ແລະ ມີການອັບເດດ. ພວກເຮົາຍັງໄດ້ນຳໃຊ້ເຕັກໂນໂລຊີ ຂໍ້ມູນຂ່າວສານສູງສຸດເຂົ້າໃນການສຳຫຼວດ ເພື່ອຮັບປະກັນລັກສະນະຄວາມໂປ່ງໃສ, ມີປະສິດທິຜົນ ກໍ່ຄືການຫຼຸດຜ່ອນເວລາການປະມວນ ແລະ ແບ່ງປັນຂໍ້ມູນ”.

TAG
VOV/VOVworld/ເປີດການສຳຫຼວດເສດຖະກິດຄັ້ງ​ໃຫຍ່

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ