logo

ເປີດ​ການ​ຮ່ວມ​ມືໃໝ່​ລະ​ຫວ່າງ ຫວຽດ​ນາມ ກັບ ອິນ​ໂດ​ເນ​ເຊຍ, ສິງກ​ະ​ໂປ ແລະ ອາ​ຊຽນ

2025/3/7 | 09:08:50
(VOVWORLD) - ແຕ່ວັນທີ 9-13 ມີນາ, ທ່ານເລຂາທິການໃຫ່ຍພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ຈະໄປຢ້ຽມຢາມຂັ້ນລັດຖະກິດເຖິງ ອິນໂດເນເຊຍ, ໄປຢ້ຽມຢາມຄະນະເລຂາ ອາຊຽນ ແລະ ສິງກະໂປ ຢ່າງເປັນທາງການ ຕາມຄຳເຊີນຂອງທ່ານ Prabowo Subianto ປະທານາທິບໍດີ ອິນໂດເນເຊຍ, ປະທານພັກຂະບວນການ ອິນໂດເນເຊຍ ຍິ່ງໃຫ່ຍ (Gerindra),  ທ່ານ  Kao Kim Hourn ເລຂາທິການໃຫ່ຍ ອາຊຽນ ແລະ ທ່ານ Lawrence Wong, ນາຍົກລັດຖະມົນຕີ ສິງກະໂປ, ເລຂາທິການໃຫ່ຍພັກການກະທຳເພື່ອ ປຊຊ ສິງກະໂປ. ການຢ້ຽມຢາມໄດ້ເປີດຄວາມຫວັງກ່ຽວກັບຂີດໝາຍໃໝ່ໃນການພົວພັນລະຫວ່າງ ຫວຽດນາມ ກັບ ອິນໂດເນເຊຍ, ສິງກະໂປ ແລະ ອາຊຽນ.
ທ່ານເລຂາທິການໃຫ່ຍພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ (ພາບ: TTXVN)

     ນີ້ແມ່ນການຢ້ຽມຢາມ ອິນໂດເນເຊຍ ຄັ້ງທຳອິດຂອງທ່ານເລຂາທິການໃຫ່ຍພັກກອມມູນິດ ຫວຽດນາມ ຜູ້ໜຶ່ງ ພາຍຫຼັງເກືອບ 8 ປີ (ນັບແຕ່ເດືອນສິງຫາ ປີ 2017) ແລະ ໄປຢ້ຽມຢາມ ສິງກະໂປ ພາຍຫຼັງເວລາເກືອບ 13 ປີ (ນັບແຕ່ເດືອນກັນຍາ ປີ 2012). ພ້ອມດຽວກັນນັ້ນ, ນີ້ກໍ່ແມ່ນການຢ້ຽມຢາມຄັ້ງປະຫວັດສາດ, ຍ້ອນວ່າ ເປັນຄັ້ງທຳອິດທີ່ ທ່ານເລຂາທິການໃຫ່ຍພັກກອມມູນິດ ຫວຽດນາມ ຜູ້ໜຶ່ງ ໄປຢ້ຽມຢາມຄະນະເລຂາ ອາຊຽນ.

ທ່ານເອກອັກຄະລັດຖະທູດ ອິນໂດເນເຊຍ ປະຈຳ ຫວຽດນາມ Denny Abdi (ພາບ: VOV5)

ແງ່ຫວັງໃໝ່ກ່ຽວກັບບັນດາຂດໝາຍການຮ່ວມມືໃໝ່

   ອິນໂດເນເຊຍ ແມ່ນປະເທດທຳອິດຢູ່ອາຊີຕາເວັນອອກສ່ຽງໃຕ້ ໄດ້ສ້າງການພົວພັນທາງການທູດກັບ ຫວຽດນາມ ເມື່ອປີ 1955. 70 ປີຜ່ານມາ, ໂດຍສະເພາະແມ່ນພາຍຫຼັງສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດເມື່ອປີ 2013, ການຮ່ວມມືລະຫວ່າງສອງປະເທດນັບມື້ນັບພັດທະນາຮອບດ້ານ ແລະ ກ້ວາງຂວາງເລິກເຊິ່ງ. ອິນໂດເນເຊຍ ແມ່ນຄູ່ຮ່ວມມືດ້ານການຄ້າໃຫ່ຍອັນດັບທີ 2 ຂອງ ຫວຽດນາມ ໃນ ອາຊຽນ, ສ່ວນ ຫວຽດນາມ ແມ່ນຄູ່ຮ່ວມມືດ້ານການຄ້າໃຫ່ຍອັນດັບທີ 4 ຂອງ ອິນໂດເນເຊຍ ໃນ ອາຊຽນ. ທ່ານ Denny Abdi ເອກອັກຄະລັດຖະທູດ ອິນໂດເນເຊຍ ປະຈຳ ຫວຽດນາມ ໄດ້ໃຫ້ຂໍ້ສັງເກດກ່ຽວກັບການຢ້ຽມຢາມ ອິນໂດເນເຊຍ ຂອງທ່ານເລຂາທິການໃຫ່ຍ ໂຕເລິມ ວ່່າ:

 ການຢ້ຽມຢາມ ອິນໂດເນເຊຍ ຄັ້ງອຳອິດຂອງທ່ານເລຂາທິການໃຫ່ຍພັກກອມມູນິດ ຫວຽດນາມ ຜູ້ໜຶ່ງ ພວໄດ້ຮັບວາມສົນໃຈພິເສດຈາກທັງສອງປະເທດ. ຄາດວ່າ ສອງຝ່າຍຈະຈັດກອງປະຊຸມຂັ້ນສູງ ດ້ວຍຈຸດສຸມແມ່ນການຮ່ວມມືດ້ານການຄ້າ, ການລົງທຶນ, ການດຳເນີນທຸລະກິດ ພ້ອມດ້ວຍການເຂົ້າຮ່ວມໂດຍກົງລະຫວ່າງທ່ານເລຂາທິການໃຫ່ຍ ແລະ ປະຊາຄົມນັກທຸລະກິດສອງປະເທດ. ສຳຄັນກ່ວາ ນັ້ນແມ່ນ, ສອງຝ່າຍຫວັງວ່າຈະສາມາດຍົກລະດັບການພົວພັນສອງຝ່າຍຂຶ້ນສູ່ລະດັບສູງໃໝ່.

   ສຳລັບ ສິງກະໂປ, ພາຍຫຼັງ 50 ປີທີ່ໄດ້ສ້າງຕັ້ງການພົວພັນທາງການທູດ ເມື່ອປີ 1973, 10 ປີທີ່ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດເມື່ອປີ 2013, ການພົວພັນ ຫວຽດນາມ-ສິງກະໂປ ໄດ້ພັດທະນາຢ່າງແຮງ. ສອງຝ່າຍໄດ້ຜັນຂະຫຍາຍບັນດາກົນໄກຮ່ວມມືສອງຝ່າຍຢ່າງມີປະສິດທິຜົນ, ໃນນັ້ນ ມີກົນໄກກອງປະຊຸມຂັ້ນລັດຖະມົນຕີ ເຊື່ອມຕໍ່ສອງພື້ນຖານເສດຖະກິດ.

  ສິງກະໂປ ແມ່ນພື້ນຖານເສດຖະກິດອັນດັບໜຶ່ງຂອງພາກພື້ນ, ແມ່ນໜຶ່ງໃນບັນດາຄູ່ຮ່ວມມືດ້ານເສດຖະກິດສຳຄັນອັນດັບໜຶ່ງຂອງ ຫວຽດນາມ. ການພົວພັນດ້ານເສດຖະກິດ, ການຄ້າ, ການລົງທຶນພັດທະນາຢ່າງຟົດຟື້ນ, ບັນລຸຫຼາຍຜົນງານທີ່ແທດຈິງ. ປະຈຸບັນ, ສິງກະໂປ ແມ່ນນັກລົງທຶນອັນດັບ 1 ຂອງ ຫວຽດນາມ ໃນ ອາຊຽນ ແລະ ອັນດັບທີ 2 ໃນໂລກ. ເຂດອຸດສາຫະກຳ ສິງກະໂປ-ຫວຽດນາມ (VSIP) 18 ແຫ່ງຢູ່ 13 ແຂວງ, ນະຄອນ ໄດ້ດຶງດູດເງິນລົງທຶນກ່ວາ 18,7 ຕື້ USD ຊື່ງໄດ້ສ້າງວຽກເຮັດງານທຳໃຫ້ແກ່ຜູ້ອອກແຮງງານຂອງ ຫວຽດນາມ 300.000 ກວ່າຄົນ, ແມ່ນການພິສູດໃຫ້ແກ່ການຮ່ວມມືດ້ານເສດຖະກິດທີ່ບັນລຸປະສິດທິຜົນລະຫວ່າງສອງຝ່າຍ.

 ຢັ້ງຢືນນະໂຍບາຍການພົວພັນຕ່າງປະເທດຂອງ ຫວຽດນາມ ໃນ ອາຊຽນ

  ບໍ່ພຽງແຕ່ໄດ້ຢັ້ງຢືນການຖືການພົວພັນກັບປະເທດຕ່າງໆໃນພາກພື້ນຂອງ ຫວຽດນາມ ໃນນັ້ນມີ 2 ຄູ່ຮ່ວມມືສຳຄັນແມ່ນ ອິນໂດເນເຊຍ ແລະ ສິງກະໂປ ເປັນສຳຄັນ ເທົ່ານັ້ນ, ການຢ້ຽມຢາມຂອງທ່ານເລຂາທິການໃຫ່ຍ ໂຕເລິມ ຍັງຢັ້ງຢືນຄວາມສຳຄັນຂອງ ອາຊຽນ ໃນນະໂຍບາຍການພົວພັນຕ່າງປະເທດຂອງ ຫວຽດນາມ ອີກດ້ວຍ. ນີ້ແມ່ນຄັ້ງທຳອິດທີ່ທ່ານເລຂາທິການໃຫ່ຍພັກກອມມູນິດ ຫວຽດນາມ ຜູ້ໜຶ່ງ ໄປຢ້ຽມຢາມຄະນະເລຂາ ອາຊຽນ, ກົງກັບໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນ ຫວຽດນາມ ເຂົ້າເປັນສະມາຊິກ ອາຊຽນ (1995-2025),  ຊື່ງໄດ້ສະແດງໃຫ້ເຫັນນ້ຳໃຈເປັນເຈົ້າການ, ມີຄວາມຮັບຜິດຊອບຂອງ ຫວຽດນາມຢ່າງແຮງ, ປາດຖະໜາຢາກປະກອບສ່ວນທີ່ແທດຈິງເພື່ອອະນາຄົດຂອງ ອາຊຽນ. 30 ປີຜ່ານມາ, ການປະກອບສ່ວນຂອງ ຫວຽດນາມ ຕິດພັນກັບບັນດາບາດກ້າວພັດທະນາທີ່ເຕັມໄປດ້ວຍຄວາມໝາຍຂອງ ອາຊຽນ. ທ່ານເລຂາທິການໃຫ່ຍ ອາຊຽນ Kao Kim Hourn ຢືນຢັນວ່າ:

   ເຖິງວ່າໄດ້ຮັກສາບົດບາດເປັນປະທານອາຊຽນ, ປະຕິບັດໜ້າທີ່ໃນຄະະເລຂາ ອາຊຽນ ຫຼືວ່າແມ່ນປະເທດປະສານງານ ກັບບັນດາປະເທດຄູ່ຮ່ວມມືສົນທະນາ, ຍາມໃດ ຫວຽດນາມ ກໍ່ແມ່ນສະມາຊິກທີ່ຕັ້ງໜ້າ. ທີ່ບັນດາເວລາປາໄສສາກົນ, ຍາມໃດ ຫວຽດນາມ ກໍ່ໄດ້ຊຸກຍູ້ຜົນປະໂຫຍດຂອງບັນດາປະເທດ ອາຊຽນ. ອາດເວົ້າໄດ້ວ່າ ຍາມໃດ ຫວຽດນາມ ກໍ່ແມ່ນສະມາຊິກທີ່ຕັ້ງໜ້າ, ເປັນເຈົ້າການ, ປະກອບສ່ວນໃຫ່ຍຫຼວງໃຫ້ແກ່ ອາຊຽນ.

  ໃນສະພາບການນັ້ນ, ການຢ້ຽມຢາມຂອງ ທ່ານເລຂາທິການໃຫ່ຍໄດ້ເປີດແງ່ຫວັງການຮ່ວມມືໃໝ່ໃຫ້ແກ່ການພົວພັນລະຫວ່າງ ຫວຽດນາມ ກັບ ອິນໂດເນເຊຍ, ສິງປະໂປ ແລະ ອາຊຽນ. ໂດຍແມ່ນສະມາຊິກໃນຄອບຄົວ ອາຊຽນ, ການປັບປຸງຮັດແໜ້ນການພົວພັນສອງຝ່າຍລະຫວ່າງ ຫວຽດນາມແລະ ອິນໂດເນເຊຍ, ສິງປະໂປ ແລະ ອາຊຽນ, ການແບ່ງປັນສຽງເວົ້າລວມ ກໍ່ຈະປະກອບສ່ວນເຂົ້າໃນການພັດທະນາລວມຂອງ ອາຊຽນ, ເພື່ອ ອາຊຽນ ແຫ່ງຄວາມສາມັກຄີ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ພັດທະນາ./.

         

TAG
VOV/VOVworld/Denny Abdi< ​ການ​ຮ່ວມ​ມືໃໝ່​ລະ​ຫວ່າງ ຫວຽດ​ນາມ ກັບ ອິນ​ໂດ​ເນ​ເຊຍ/ສິງກ​ະ​ໂປ ແລະ ອາ​ຊຽນF ທ່ານເລຂາທິການໃຫ່ຍ ອາຊຽນ Kao Kim Hourn/ທ່ານເລຂາທິການໃຫ່ຍພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ