logo

ເປີດ​ນຳ​ໃຊ້​ຄູ່​ດ່ານ​ຊາຍ​ແດນ​ສາ​ກົນ ຫຼອງ​ເຊີບ(ເຊີນ​ລາ, ຫວຽດ​ນາມ) ແລະ​ ປາ​ຫາງ (ຫົວ​ພັນ, ລາວ)

2024/11/19 | 11:49:01
(VOVWORLD) - ຕອນເຊົ້າວັນທີ 19 ພະຈິກ, ຢູ່ດ່ານຊາຍແດນສາກົນ ຫຼອງເຊີບ, ເສົາຫຼັກໝາຍ 255, ເມືອງ ໂມກເຈົ້າ ແຂວງ ເຊີນລາ, ໄດ້ດຳເນີນພິທີປະກາດເປີດນຳໃຊ້ຄູ່ດ່ານຊາຍແດນສາກົນ ຫຼອງເຊີບ, ເມືອງ ໂມກເຈົາ, ແຂວງ ເຊີນລາ (ຫວຽດນາມ) ແລະ ປາຫາງ, ເມືອງ ສົບເບົ່າ, ແຂວງ ຫົວພັນ (ລາວ). 
ພິທີປະກາດເປີດນຳໃຊ້ຄູ່ດ່ານສາກົນ (ພາບ: VOV)

ຄູ່ດ່ານຊາຍແດນນີ້ແມ່ນໜຶ່ງໃນບັນດາປະຕູສຳຄັນເຊື່ອມຕໍ່ສອງປະເທດ ຫວຽດນາມ - ລາວ ເວົ້າລວມ ແລະ ເຊື່ອມຕໍ່ລະຫວ່າງບັນດາແຂວງທາງພາກເໜືອ ຫວຽດນາມ ກັບບັນດາແຂວງທາງພາກເໜືອ ລາວ ເວົ້າສະເພາະ. ນີ້ໄດ້ຮັບຖືວ່າແມ່ນເສັ້ນທາງສຳຄັນທີ່ມີຄຸນຄ່າ, ກຳລັງບົ່ມຊ້ອນຈໍລະຈອນສິນຄ້າຜ່ານແດນ, ເຊື່ອມຕໍ່ບັນດາລາຍການທ່ອງທ່ຽວ ແລະ ພິເສດແມ່ນການພົວພັນຕ່າງປະເທດ ແລະ ການປ້ອງກັນຊາດຂອງສອງຝ່າຍ. ກ່າວຄໍຳເຫັນທີ່ພິທີເປີດ, ທ່ານ ຫງວຽນມິງຫວູ, ຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ຫວຽດນາມ  ເນັ້ນໜັກວ່າ:

        “ເຖິງວ່າການຍົກລະດັບຄູ່ດ່ານຊາຍແດນພຽງແຕ່ເປັນການການເລີ່ມຕົ້ນກໍຕາມ, ແຕ່ພວກຂ້າພະເຈົ້າເຊື່ອໝັ້ນວ່າ ພວກເຮົາຈະສືບຕໍ່ລົງທຶນກໍ່ສ້າງພື້ນຖານໂຄງລ່າງ, ບັນດາເງື່ອນໄຂຈຳເປັນເພື່ອເສີມຂະຫຍາຍສະມັດຕະພາບຂອງຄູ່ດ່ານຊາຍແດນນີ້ຢ່າງສຸດຂີດ. ແລະ ປາດຖະໜາວ່າ 2 ທ້ອງຖິ່ນ, 2 ປະເທດ ຈະຍາດແຍ່ງທ່າດີຂອງການຍົກລະດັບຄູ່ດ່ານຊາຍແດນນີ້ຢ່າງມີປະສິດທິຜົນ ເພື່ອຮັບໃຊ້ແກ່ການພັດທະນາເສດຖະກິດສັງຄົມຂອງທ້ອງຖິ່ນ, ປົວແປງຊີວິດການເປັນຢູ່ຂອງປະຊາຊົນ”.

TAG
VOV/VOVworld/ດ່າ​ນ​ສາ​ກົນ/ເຊີນ​ລາ/ຫົວ​ພັນ/ຫວຽດ​ນາມ/ລາວ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ