logo

ເປັນຄັ້ງ​ທຳ​ອິດ​ຈັດ​ງານຕະຫຼາດ​​ນັດຊາຍ​ແດນ ຫວຽດ - ລາວ

2024/12/22 | 10:56:36
(VOVWORLD) -  ງານຕະຫຼາດນັດຈັດຂຶ້ນປະຈຳວັນເສົາຂອງທຸກໆອາທິດ ເພື່ອວາງຂາຍບັນດາຜະລິດຕະພັນກະເສດຂອງທ້ອງຖິ່ນ, ອາຫານພື້ນບ້ານທີ່ເປັນເອກະລັກຂອງພໍ່ແມ່ພີ່ນ້ອງບັນດາເຜົ່າ ເວິນກ່ຽວ, ປາໂກ ຂອງ ຫວຽດນາມ ແລະ ບັນດາເຜົ່າຂອງລາວ.
ນີ້ແມ່ນຄັ້ງທຳອິດງານຕະຫຼາດນັດຖືກຈັດຂຶ້ນຢູ່ເຂດຊາຍແດນ ຫວຽດນາມ - ລາວ (ພາບ: VOV)

ວັນທີ 21 ທັນວາ, ຢູ່ເທດສະບານ ລາວບ໋າວ, ເມືອງເຫືອງຮວ໊າ, ແຂວງ ກວ໋າງຈິ, ໄດ້ໄຂງານຕະຫຼາດນັດຊາຍແດນ ລາວບ໋າວ. ນີ້ແມ່ນຄັ້ງທຳອິດງານຕະຫຼາດນັດຖືກຈັດຂຶ້ນຢູ່ເຂດຊາຍແດນ ຫວຽດນາມ - ລາວ ດ້ວຍການເຂົ້າຮ່ວມຂອງພໍ່ຄ້າຊາວຂາຍຂອງປະຊາຊົນ 2 ປະເທດ.

        ງານຕະຫຼາດນັດດັ່ງກ່າວຈັດຂຶ້ນປະຈຳວັນເສົາຂອງທຸກໆອາທິດ ເພື່ອວາງຂາຍບັນດາຜະລິດຕະພັນກະເສດຂອງທ້ອງຖິ່ນ, ອາຫານພື້ນບ້ານທີ່ເປັນເອກະລັກຂອງພໍ່ແມ່ພີ່ນ້ອງບັນດາເຜົ່າ ເວິນກ່ຽວ, ປາໂກ ຂອງ ຫວຽດນາມ ແລະ ບັນດາເຜົ່າຂອງລາວ. ແຂກທ່ອງທ່ຽວ ຫວຽດນາມ ສາມາດລົງຕົວຈິງ, ພົບປະແລກປ່ຽນກັບປະຊາຊົນລາວ ແລະ ຊິມບັນດາເຍື່ອງອາຫານທີ່ເປັນເອກະລັກຂອງພໍ່ແມ່ປະຊາຊົນລາວບັນດາເຜົ່າ ໂດຍບໍ່ຕ້ອງຂ້າມຊາຍແດນ.

        ການນຳຄະນະກຳມະການປະຊາຊົນເທດສະບານ ລາວບ໋າວ, ເມືອງເຮືອງຮວ໊າ, ແຂວງ ກວ໋າງຈິ ໃຫ້ຮູ້ວ່າ ທາງເທດສະບານເມືອງ ຢາກສ້າງງານຕະຫຼາດນັດຊາຍແດນ ລາວບ໋າວ ກາຍເປັນເຫດການເຊື່ອມຕໍ່ບັນດາສະຖານທີ່ທ່ອງທ່ຽວ, ປະກອບສ່ວນດຶງດູດແຂກທ່ອງທ່ຽວ, ສ້າງໂອກາດເພື່ອໃຫ້ປະຊາຊົນຢູ່ເຂດຊາຍແດນ 2 ປະເທດໄດ້ພົບປະແລກປ່ຽນ, ຄ້າຂາຍ.

TAG
VOV/VOVworld/ຕະຫຼາດ​ນັດ​ຊາຍ​ແດນ/ຫວຽດ​ນາມ - ລາວ/ຊາຍ​ແດນ​ລາວບ໋າວ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ