logo

ເປັ​ນ​ເຈົ້າ​ການ​ຕັ້ງ​ໜ້າ​ປະ​ຕິ​ບັດ​ວຽກ​ງານ​ການ​ຕ່າງ​ປະ​ເທດ​ເສດ​ຖະ​ກິດ, ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ເຕີບ​ໂຕ​ບັນ​ລຸ ສອງ​ຕົວ​ເລກ

2026/1/11 | 09:49:30

(VOVWORLD) - ຕອນຄ່ຳວັນທີ 10 ມັງກອນ, ຢູ່ສຳນັກງານລັດຖະບານ (ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມສະຫຼຸບວຽກງານການຕ່າງປະເທດເສດຖະກິດປີ 2025ແລະ ຜັນຂະຫຍາຍໜ້າທີ່ປີ 2026.



ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ປີ 2025, ວຽກງານການຕ່າງປະເທດ ແລະ ເຊື່ອມໂຍງເຂົ້າກັບສາກົນບັນລຸຜົນສຳເລັດຫຼາຍຢ່າງທີ່ມີຄວາມໝາຍຍຸດທະສາດ. ຫວຽດນາມ ໄດ້ຍົກລະດັບການພົວພັນກັບ 17 ປະເທດ, ເຊັນຂໍ້ຕົກລົງວ່າດ້ວຍການຮ່ວມມື 350  ສະບັບ (ທົບ 2,5 ເທົ່າປີ 2024) ໃນນັ້ນມີການຮ່ວມມືເສດຖະກິດ, ການຄ້າ, ການລົງທຶນ, ວິທະຍາສາດເຕັກໂນໂລຢີ ແມ່ນຈຸດສຸມ ແລະ ໄດ້ຮັບການຊຸກຍູ້ກັບຫຼາຍຄູ່ຮ່ວມມືຫຼັກແຫຼ່ງ, ສຳຄັນ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກເຖິງຄວາມຕັດສິນໃຈການເຕີບໂຕເສດຖະກິດບັນລຸລະດັບ 2 ຕົວເລກໃນປີນີ້ ແລະ ສະເໜີຕ້ອງເປັນເຈົ້າການຕັ້ງໜ້າໃນການປະຕິບັດວຽກງານການຕ່າງປະເທດເສດຖະກິດ, ປະກອບສ່ວນຊຸກຍູ້ການເຕີບໂຕບັນລຸລະດັບ 2 ຕົວເລກ, ຫັນຕະຫຼາດ, ຜະລິດຕະພັນ ແລະ ລະບົບສະໜອງເປັນຫຼາຍຮູບຫຼາຍແບບ.

ທ່ານນາຍົກລັດຖະມົນຕີ ສະເໜີຖືຈຸດສຸມໃນການ ການປະຕິບັດວຽກງານການຕ່າງປະເທດເສດຖະກິດ ຕາມການກຳນົດທິດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ ແລະ ບັນດາມະຕິຂອງກົມການເມືອງ. ຍູ້ແຮງການຮ່ວມມືເສດຖະກິດ, ການຄ້າ, ການລົງທຶນ, ວິທະຍາສາດເຕັກໂນໂລຢີ, ການພັດທະນາສີຂຽວໃນສັງກາດດີຈີຕອນ, ເຊື່ອມໂຍງນັກວິທະຍາສາດ, ປັນຍາຊົນ, ສ້າງເງື່ອນໄຂເພື່ອໃຫ້ວິສາຫະກິດ ຫວຽດນາມ ເຂົ້າຮ່ວມລະບົບສະໜອງທົ່ວໂລກ.
TAG
VOV/VOVworld/​ການ​ຕ່າງ​ປະ​ເທດ​ເສດ​ຖະ​ກິດ/ຫວຽດ​ນາມ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ