logo

ເພີ່ມທະວີການທ່ອງທ່ຽວລະຫວ່າງແຂວງ ດ້ຽນບຽນ ແລະ ແຂວງ ຫລວງພະບາງ

2018/9/17 | 07:43:50
(VOVWORLD) - ວັນທີ 16 ກັນຍາ, ທີ່ນະຄອນ ດ້ຽນບຽນຝູ, ການນຳພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ດ້ຽນບຽນ (ຫວຽດນາມ) ໄດ້ເຈລະຈາກັບຄະນະປະຕິບັດງານຂອງພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ຫລວງພະບາງ (ລາວ)
 ເພີ່ມທະວີການທ່ອງທ່ຽວລະຫວ່າງແຂວງ ດ້ຽນບຽນ ແລະ ແຂວງ ຫລວງພະບາງ (ພາບ: dienbien.gov.vn)

ກ່ຽວກັບເລື່ອງເພີ່ມທະວີການຮ່ວມມື, ພັດທະນາໃນຂົງເຂດວັດທະນະທຳ ແລະ ການທ່ອງທ່ຽວ.

        ທີ່ການພົບປະເຈລະຈາ, ການນຳພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ດ້ຽນບຽນ ແລະ ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ຫລວງພະບາງ ໄດ້ເຫັນດີເປັນເອກະພາບຕໍ່ໄລຍະ 2019 – 2020, 2 ຝ່າຍຈະຊຸກຍູ້ການເພີ່ມທະວີຄວາມສາມັກຄີ, ຄວາມເຂົ້າອົກເຂົ້າໃຈ ແລະ ຊຸກຍູ້ການຮ່ວມມືພັດທະນາໃນບັນດາຂົງເຂດວັດທະນະທຳ, ໂຄສະນາພາບພົດ, ວັດທະນະທຳ, ປະຊາຊົນ 2 ແຂວງ. ເພີ່ມທະວີການພົວພັນແລກປ່ຽນກ່ຽວກັບວັດທະນະທຳ; ງານວາງສະແດງພາບຖ່າຍສີລະປະ…2 ຝ່າຍກໍ່ເຫັນດີເປັນເອກະພາບສະເໜີຕໍ່ຂັ້ນທີ່ກ່ຽວຂ້ອງພິຈາລະນາເປີດສາຍການບິນໂດຍກົງຈາກ ດ້ຽນບຽນ ໄປ ຫລວງພະບາງ.

        ພາຍຫລັງການພົບປະເຈລະຈາ, 2 ຝ່າຍໄດ້ລົງນາມໃນບົດບັນທຶກຊ່ວຍຈຳດ້ວຍເນື້ອໃນຈຸດສຸມແມ່ນແນໃສ່ເພີ່ມທະວີບັນດາການເຄື່ອນໄຫວຮ່ວມມືພັດທະນາການທ່ອງທ່ຽວ; ເພີ່ມທະວີການແລກປ່ຽນບົດຮຽນໃນການຄຸ້ມຄອງ, ປົກປັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າປູຊະນີຍະສະຖານປະຫວັດສາດ, ວັດທະນະທຳ.

TAG
VOV/VOVworld/ແຂວງ ດ້ຽນບຽນ/ແຂວງ ຫລວງພະບາງ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ