logo

ເພີ່ມທະວີການພົວພັນທີ່ເປັນມູນເຊື້ອລະຫວ່າງ VOV ກັບບັນດາອົງການສື່ມວນຊົນຂອງ ລາວ

2024/11/1 | 11:43:36
(VOVWORLD) - ວິໄສທັດຮອດປີ 2045, VOV ສູ້ຊົນກາຍເປັນໜຶ່ງໃນບັນດາອົງການສື່ມວນຊົນຕ່າງປະເທດແຖວໜ້າຂອງ ຫວຽດນາມ, ມີອິດທິພົນຊື່ສຽງໃນສາກົນ.
(ທີ່ການຕ້ອນຮັບ)

        ຕອນບ່າຍວັນທີ 01 ພະຈິກ, ຢູ່ສູນກະຈາຍສຽງແຫ່ງຊາດ, ເລກທີ 58, ຖະໜົນ ກວານຊື, ຮ່າໂນ້ຍ, ຄະນະພະນັກງານຄຸ້ມຄອງສື່ມວນຊົນ ສປປ.ລາວ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ VOV.

        ໂດຍຕາງໜ້າໃຫ້ການນຳ VOV ເປັນປະທານພິທີຕ້ອນຮັບ, ທ່ານນາງ ຫງວຽນຖຸຍຮວາ, ຫົວໜ້າພະແນກຮ່ວມມືສາກົນ, ໄດ້ແນະນຳໂດຍຫຍໍ້ກ່ຽວກັບທ່າອ່ຽງພັດທະນາຂອງ VOV ໃນຊຸມປີມໍ່ໆມານີ້, ກໍ່ຄືບັນດາການກຳນົດທິດໃນໄລຍະຈະມາເຖິງ. ວິໄສທັດຮອດປີ 2045, VOV ສູ້ຊົນກາຍເປັນໜຶ່ງໃນບັນດາອົງການສື່ມວນຊົນຕ່າງປະເທດແຖວໜ້າຂອງ ຫວຽດນາມ, ມີອິດທິພົນຊື່ສຽງໃນສາກົນ. ກ່ຽວກັບການຮ່ວມມືກັບຝ່າຍ ລາວ, ທ່ານນາງ ຫງວຽນຖຸຍຮວາ, ໃຫ້ຮູ້ວ່າ:

        “VOV ແລະ ວິທະຍຸກະຈາຍສຽງແຫ່ງຊາດ ລາວ ໄດ້ແລກປ່ຽນຂໍ້ມູນ, ຂ່າວ, ບົດ, ລາຍການເພງເປັນປະຈຳ ເພື່ອແນະນຳກ່ຽວກັບປະເທດຊາດ, ມະນຸດຂອງ 2 ຝ່າຍ. ນອກນັ້ນ, ພວກຂ້າພະເຈົ້າກໍ່ຈັດບັນດາກຸ່ມຮ່ວມຜະລິດລາຍການ, 2 ຝ່າຍໄດ້ພ້ອມກັບປະຕິບັດລາຍການຢູ່ເຂດຊາຍແດນຂອງ 2 ປະເທດ. VOV ກໍ່ໄດ້ຈັດຫຼາຍຊຸດບຳລຸງສ້າງໃຫ້ບັນດານັກເຕັກນິກຂອງ ລາວ”.

        ສ່ວນຝ່າຍຄະນະຜູ້ແທນບັນດາອົງການສື່ມວນຊົນຂອງ ລາວ, ທ່ານ ໂອລຳ ຈັນທະວິໄລ, ຫົວໜ້າຫ້ອງການວິທະຍຸກະຈາຍສຽງແຫ່ງຊາດ ລາວ, ເປັນຫົວໜ້າຄະນະ, ໄດ້ຂອບໃຈການໜູນຊ່ວຍ, ຊ່ວຍເຫຼືອຂອງບັນດານັກຊ່ຽວຊານ, ພະນັກງານເຕັກນິກຂອງ VOV ໃນຊຸມປີຜ່ານມາ; ພ້ອມທັງ, ປາດຖະໜາວ່າ 2 ຝ່າຍຈະສືບຕໍ່ເພີ່ມທະວີການແລກປ່ຽນ, ຮ່ວມມືກັນຢ່າງແໜ້ນແຟ້ນ, ເລິກເຊິ່ງກວ່າອີກໃນໄລຍະຈະມາເຖິງ.

TAG
VOV/VOVworld/​ທ່າ​ອ່ຽງ​/ພັດ​ທະ​ນາ/ມະ​ນຸດ​

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ