logo

ເພີ່ມທະວີການພົວພັນຮ່ວມມື ລະຫວ່າງບັນດາທ້ອງຖິ່ນຂອງ ຫວຽດນາມ ແລະ ລາວ

2023/10/4 | 14:48:00

(VOVWORLD) -ຕອນບ່າຍວັນທີ 4 ຕຸລາ ຢູ່ ສຳນັກງານລັດຖະບານ, ທ່ານ ນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບ ເຈົ້າຄອງນະຄອນຫລວງ ວຽງຈັນ, ທ່ານ ອາດສະພັງທອງ ສີພັນດອນ ພ້ອມດ້ວຍຄະນະຜູ້ແທນ ນະຄອນຫລວງ ວຽງຈັນ ສປປ ລາວ ພວມຢ້ຽມຢາມ ແລະເຮັດວຽກຢູ່ ຮ່າໂນ້ຍ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບ ເຈົ້າຄອງນະຄອນຫລວງ ວຽງຈັນ, ທ່ານ ອາດສະພັງທອງ ສີພັນດອນ . ພາບ: Dương Giang/TTXVN

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຖືວ່າ: ໝາກຜົນການຮ່ວມມືລະຫວ່າງ ຮ່າໂນ້ຍ ແລະ ວຽງຈັນ ແມ່ນຫນຶ່ງໃນບັນດາສິ່ງທີ່ພິສູດໃຫ້ເຫັນຢ່າງມີຊີວິດຊີວາກ່ຽວກັບສາຍພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດ ຫວຽດນາມ - ລາວ. ໄລຍະຈະມາເຖິງ, ອຳນາດການປົກຄອງ ແລະ ປະຊາຊົນນະຄອນຫລວງ ຮ່າໂນ້ຍ ແລະ ນະຄອນຫລວງ ວຽງຈັນ ຄວນສົມທົບກັນກໍ່ສ້າງແຜນການເພື່ອຫັນຂໍ້ຕົກລົງຂັ້ນສູງລະຫວ່າງສອງປະເທດ, ຍຸດທະສາດການຮ່ວມມືລະຫວ່າງສອງລັດຖະບານ ໄລຍະ ແຕ່ປີ 2021 – 2030 ແລະ ສັນຍາການຮ່ວມມືສອງຝ່າຍໄລຍະ 2021-2025 ໃຫ້ເປັນຮູບປະທຳ.

ພ້ອມກັນນັ້ນ, ທ່ານນາຍົກລັດຖະມົນຕີ ສະເຫນີໃຫ້ສອງຝ່າຍ ເພີ່ມທະວີການແລກປ່ຽນ, ແບ່ງປັນບົດຮຽນປະສົບການໃນວຽກງານຄຸ້ມຄອງ, ບໍລິຫານພັດທະນານະຄອນຫລວງ ແລະ ການພົບປະແລກປ່ຽນປະຊາຊົນ; ເພີ່ມທະວີການເຊື່ອມຈອດພື້ນຖານໂຄງລ່າງຍຸດທະສາດ, ໃນນັ້ນ ມີເສັ້ນທາງບົກຄວາມໄວສູງ ຮ່າໂນ້ຍ - ວຽງຈັນ, ສາຍທາງລົດໄຟເຊື່ອມຕໍ່ ທ່າກຳປັ່ນ ຫວູງອາງ (ຣ່າຕິງ ຫວຽດນາມ) ກັບນະຄອນຫລວງ ວຽງຈັນ. ທ່ານນາຍົກລັດຖະມົນຕີຊີ້ແຈ້ງວ່າ ສອງນະຄອນຫລວງຄວນເພີ່ມທະວີການແລກປ່ຽນດ້ານການຄ້າ, ການເຄື່ອນໄຫວລົງທຶນ; ຍູ້ແຮງການດຶງດູດບັນດານັກລົງທຶນ ຮ່າໂນ້ຍ ເຂົ້າມາລົງທຶນບັນດາຂົງເຂດຊື່ງ ຝ່າຍ ລາວໃຫ້ບຸລິມະສິດຄື: ເຕັກໂນໂລຊີຊີວະສາດ, ສາທາລະນະສຸກ - ດູແລສຸຂະພາບ, logistics…          

ສ່ວນທ່ານ ເຈົ້າຄອງນະຄອນຫລວງ ວຽງຈັນ ອາດສະພັງທອງ ສີພັນດອນ ໃຫ້ຮູ້ວ່າ: ສອງນະຄອນຫລວງ ຈະຕັ້ງຫນ້າແລກປ່ຽນຄະນະຜູ້ແທນທຸກຂັ້ນ ເພື່ອເພີ່ມພູນຄູນສ້າງນ້ຳໃຈມິດຕະພາບ; ຈັດຕັ້ງການລົງນາມໃນບັນດາຂໍ້ຕົກລົງ ແລະ ຜັນຂະຫຍາຍບັນດາໂຄງການຮ່ວມມືຢ່າງມີປະສິດທິຜົນໃນຫລາຍຂົງເຂດຄື: ພື້ນຖານໂຄງລ່າງຄົມມະນາຄົມ, ການສຶກສາ ບຳລຸງສ້າງ, ການລົງທຶນ, ການຄ້າ - ວັດທະນະທຳ, ການທ່ອງທ່ຽວ, ພົບປະແລກປ່ຽນປະຊາຊົນ.

TAG
VOV/VOVworld/ເຈົ້າຄອງນະຄອນຫລວງ/ຮ່າໂນ້ຍ ແລະ ວຽງຈັນ/ຂໍ້ຕົກລົງຂັ້ນສູງ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ