logo

ເພີ່ມທະວີການຮ່ວມມືລະຫວ່າງຄະນະເລຂາສະພາແຫ່ງຊາດຂອງ ຫວຽດນາມ ແລະ ລາວ

2023/12/5 | 11:06:10
(VOVWORLD) - ທີ່ການເຮັດວຽກ, ເລຂາທິການໃຫຍ່ ສອງທ່ານໄດ້ແລກປ່ຽນກ່ຽວກັບບັນດາການເຄື່ອນໄຫວຮ່ວມມືລະຫວ່າງຄະນະເລຂາ, ຫ້ອງວ່າການສະພາແຫ່ງຊາດ ສອງປະເທດໃນໄລຍະຈະມາເຖິງ
 
ຄະນະເລຂາສະພາແຫ່ງຊາດ ສອງປະເທດ ຫວຽດນາມ - ລາວ ເຮັດວຽກນຳກັນ
(ພາບ:VOV)

ຕອນເຊົ້າວັນທີ 5 ທັນວາ, ຢູ່ນະຄອນຫຼວງ ວຽງຈັນ, ເນື່ອງໃນໂອກາດຢ້ຽມຢາມ ລາວຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ, ທ່ານເລຂາທິການໃຫຍ່ສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ ບຸ່ຍວັນເກືອງ ໄດ້ເຮັດວຽກກັບທ່ານນາງ ປິ່ງຄຳ ລາຊະສິມມາ, ເລຂາທິການໃຫຍ່ສະພາແຫ່ງຊາດ ລາວ. ທີ່ການເຮັດວຽກ, ເລຂາທິການໃຫຍ່ ສອງທ່ານໄດ້ແລກປ່ຽນກ່ຽວກັບບັນດາການເຄື່ອນໄຫວຮ່ວມມືລະຫວ່າງຄະນະເລຂາ, ຫ້ອງວ່າການສະພາແຫ່ງຊາດ ສອງປະເທດໃນໄລຍະຈະມາເຖິງ, ໃນນັ້ນມີບັນດາວຽກງານສົມທົບກັນກະກຽມຈັດກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດ ອາຊຽນ (AIPA) ຄັ້ງທີ 45, ແລະກອງປະຊຸມສຳມະນາ, ແລກປ່ຽນວຽກງານລະຫວ່າງຄະນະເລຂາ, ຫ້ອງວ່າການສະພາແຫ່ງຊາດ ສອງປະເທດຈະຖືກຈັດຂຶ້ນຢູ່ລາວ ໃນປີໜ້າ. ພ້ອມກັນນັ້ນ, ເຫັນດີເປັນເອກະພາບຖືວ່າ: ພ້ອມກັບເລື່ອງສະພາແຫ່ງຊາດ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ ສ້າງກົນໄກຮ່ວມມືຢູ່ໃນລະດັບສູງສຸດ, 3 ອົງການເສນາທິການ, ຊ່ວຍວຽກໃຫ້ສະພາແຫ່ງຊາດ ກໍ່ຕ້ອງຮ່ວມມືຢ່າງແໜ້ນແຟ້ນກ່ວາອີກ, ເພີ່ມທະວີຄວາມເຂົ້າອົກເຂົ້າໃຈ ແລະ ເຊື່ອໝັ້ນເຊິ່ງກັນ ແລະ ກັນ, ແບ່ງປັນບົດຮຽນການເຄື່ອນໄຫວ ແລະ ສົມທົບກັນເປັນເສນາທິການ, ຮັບໃຊ້ສະພາແຫ່ງຊາດ 3 ປະເທດ ຜັນຂະຫຍາຍບັນດາເນື້ອໃນຂອງກອງປະຊຸມສຸດຍອດສະພາແຫ່ງຊາດ 3 ປະເທດ ກຳປູເຈຍ - ລາວ - ຫວຽດນາມ ຄັ້ງທຳອິດໃຫ້ທັນການ, ມີປະສິດທິຜົນ, ກໍ່ຄືບັນດາການເຄື່ອນໄຫວຮ່ວມມືລະຫວ່າງສະພາແຫ່ງຊາດ 3 ປະເທດໃນໄລຍະຈະມາເຖິງ.

TAG
VOV/VOVworld/AIPA/ຄະ​ນະ​ເລ​ຂາ ອາ​ຊຽນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ