logo

ເພື່ອຄວາມ​ປອດ​ໄພ​ ແລະ ຍືນ​ຍົງ​ທາງ​ໄຊ​ເບີ

2025/10/16 | 13:30:17
(VOVWORLD) - ຢູ່ ຫວຽດນາມ, ການສ້າງ ແລະ ປັບປຸງຂອບນິຕິກຳໃໝ່ໃຫ້ສົມບູນແບບ ເພື່ອຄຸ້ມຄອງ, ດັດປັບ ແລະ ປ້ອງກັນຄວາມໝັ້ນຄົງທາງໄຊເບີນັ້ນ ແມ່ນຄວາມຮຽກຮ້ອງທີ່ຈຳເປັນ, ແນໃສ່ມຸ່ງໄປເຖິງສະພາບແວດລ້ອມດີຈີຕອນທີ່ປອດໄພ, ໂປ່ງໃສເຂັ້ມແຂງ ແລະ ຍືນຍົງ. ໃນສະພາບການຫັນເປັນໂລກາພິວັດ ແລະ ຫັນເປັນດີຈີຕອນ, ໄຊເບີບໍ່ມີພົມແດນ, ໄປຄຽງຄູ່ກັບການປັບປຸງຂອບກົດໝາຍໃຫ້ສົມບູນແບບຢູ່ພາຍໃນປະເທດ, ຫວຽດນາມ ໄດ້ເປີດກວ້າງການຮ່ວມມືສາກົນຢ່າງບໍ່ຢຸດຢັ້ງ, ປະກອບສ່ວນສ້າງກົດສາກົນວ່າດ້ວຍໄຊເບີ, ອີງໃສ່ຫຼັກການເຄົາລົບອະທິປະໄຕ, ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງກັນ.

ໃນສັງກາດດີຈີຕອນ, ໄຊເບີ ໄດ້ເປີດໂອກາດພັດທະນາແບບບໍ່ເຄີຍມີມາກ່ອນ, ແຕ່ກໍຊ້ອນແຝງຄວາມສ່ຽງ ແລະ ສິ່ງທ້າທາຍຫຼາຍຢ່າງທີ່ຂ້າມຊາຍແດນ. ເພາະສະນັ້ນ, ການຮ່ວມມືສາກົນກ່ຽວກັບຄວາມປອດໄພທາງໄຊເບີ ບໍ່ພຽງແຕ່ແມ່ນຄວາມຕ້ອງການຂອງທຸກປະເທດເທົ່ານັ້ນ ຫາກຍັງແມ່ນຄວາມຮັບຜິດຊອບລວມຂອງປະຊາຄົມສາກົນໃນການຮັບປະກັນສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາແບບຍືນຍົງ.

ດ້ວຍແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ຮ່ວມມື ແລະ ພັດທະນາ, ຫວຽດນາມ ພວມຕັ້ງໜ້າພ້ອມກັບໂລກສ້າງສະພາບແວດລ້ອມໄຊເບີໃຫ້ປອດໄພ, ໂປ່ງໃສເຂັ້ມແຂງ ແລະ ວັດທະນະທຳມະນຸດ.

ຫວຽດນາມ - ຄູ່ຮ່ວມມືທີ່ເປັນເຈົ້າການ, ໄວ້ເນື້ອເຊື່ອໃຈໃນການຮ່ວມມືກ່ຽວກັບຄວາມປອດໄພທາງໄຊເບີສາກົນ

ໂດຍມີຄວາມຮັບຮູ້ຢ່າງຈະແຈ້ງກ່ຽວກັບຄວາມສຳຄັນຂອງຄວາມປອດໄພທາງໄຊເບີທີ່ມີຕໍ່ການພັດທະນາຂອງປະເທດຊາດ, ຫວຽດນາມ ໄດ້ປະກາດໃຊ້ກົດໝາຍວ່າດ້ວຍຄວາມປອດໄພທາງໄຊເບີ (ປີ 2018), ຍຸດທະສາດຄວາມປອດໄພທາງໄຊເບີແຫ່ງຊາດຮອດປີ 2025, ວິໄສທັດຮອດປີ 2030 ແລະ ຫຼາຍໂຄງການກະທຳລະອຽດ.

ໃນເວທີສາກົນ, ຫວຽດນາມ ໄດ້ຕັ້ງໜ້າ, ເປັນເຈົ້າການ, ມີຄວາມຮັບຜິດຊອບໃນທຸກຂໍ້ລິເລີ່ມ, ກົນໄກຮ່ວມມືກ່ຽວກັບຄວາມປອດໄພທາງໄຊເບີ. ປັດຈຸບັນ, ຫວຽດນາມ ແມ່ນສະມາຊິກຕັ້ງໜ້າຂອງຫຼາຍອົງການຈັດຕັ້ງ ແລະ ເວທີປາໄສສາກົນກ່ຽວກັບຄວາມປອດໄພທາງໄຊເບີ, ເຊັ່ນ: ອາຊຽນ, APEC, ສະຫະພາບໂທລະຄົມມະນາຄົມສາກົນ (ITU) ແລະ ສປຊ. ພ້ອມດຽວກັນນັ້ນ, ຫວຽດນາມ ກໍໄດ້ລົງນາມ ແລະ ຜັນຂະຫຍາຍຂໍ້ຕົກລົງສອງຝ່າຍຫຼາຍສະບັບກັບບັນດາຄູ່ຮ່ວມມືຍຸດທະສາດຄື: ຍີ່ປຸ່ນ, ສ.ເກົາຫຼີ, ສິງກະໂປ, ສະຫະພັນ ລັດເຊຍ, ອາເມລິກາ ແລະ ສະຫະພາບເອີຣົບ... ຂໍ້ຕົກລົງສະບັບດັ່ງກ່າວ ມຸ່ງໄປເຖິງການແບ່ງປັນຂໍ້ມູນຂ່າວສານ, ບຳລຸງກໍ່ສ້າງຊັບພະຍາກອນມະນຸດ, ຄົ້ນຄວ້າເຕັກໂນໂລຢີຮັກສາຄວາມລັບ ແລະ ສົມທົບກັນແກ້ໄຂອຸປະຕິເຫດທາງໄຊເບີທີ່ເກີດຂຶ້ນແບບບັງເອີນ. ທ່ານ ຫວູຢຸຍຫ່ຽນ, ຮອງເລຂາທິການ ທັງເປັນຫົວໜ້າຫ້ອງການ ສະຫະສະມາຄົມຄວາມປອດໄພທາງໄຊເບີແຫ່ງຊາດ, ໃຫ້ຮູ້ວ່າ:

“ກ່ຽວກັບນະໂຍບາຍກົດໝາຍ, ພວກເຮົາອາດຈະທາບທາມກົດໝາຍສະບັບຕ່າງໆຂອງເຂົາເຈົ້າ ແລະ ບັນດາຂໍ້ກຳນົດຂອງເຂົາເຈົ້າເພື່ອສ້າງ, ປັບປຸງຂອບນິຕິກຳພາຍໃນປະເທດ, ຮຽນຮູ້ກ່ຽວກັບຮູບແບບຈັດຕັ້ງໃນການປະສານງານ, ແກ້ໄຂອຸປະຕິເຫດ, ກໍຄືຮັບປະກັນຄວາມປອດໄພຂອງຂໍ້ມູນຂ່າວສານທາງໄຊເບີຂອງປະເທດເພື່ອນ. ຫຼືວ່າ ພວກເຮົາສາມາດທາບທາມການຊ່ວຍເຫຼືອຂອງລັດໃນການຫັນວຽກງານຮັບປະກັນຄວາມປອດໄພຂອງຂໍ້ມູນຂ່າວສານເປັນວຽກງານສັງຄົມຄືແນວໃດ”.

ຫວຽດນາມ ໄດ້ສ້າງຕັ້ງສູນຕິດຕາມກວດກາຄວາມປອດໄພທາງໄຊເບີແຫ່ງຊາດ, ເຊື່ອມຕໍ່, ແບ່ງປັນຂໍ້ມູນ ແລະ ເຕືອນໄພລ່ວງໜ້າ ກັບຫຼາຍອົງການຈັດຕັ້ງສາກົນ. ຫວຽດນາມ ກໍເປັນເຈົ້າພາບຈັດຕັ້ງການຝຶກຊ້ອມຄວາມປອດໄພທາງໄຊເບີ ລະດັບພາກພື້ນ ອາຊຽນ ມາເປັນຫຼາຍຄັ້ງ. ບັນດາຄວາມມານະພະຍາຍາມດັ່ງກ່າວ ໄດ້ຢັ້ງຢືນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ເປັນສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມສາກົນໃນການຮັບປະກັນຄວາມໝັ້ນຄົງທາງໄຊເບີໃນທົ່ວໂລກ.

ຕັ້ງໜ້າສ້າງຂອບນິຕິກຳສາກົນ

ບໍ່ພຽງແຕ່ຢຸດຢູ່ການແບ່ງປັນເຕັກນິກ ຫຼື ສົມທົບກັນຮັບມືເທົ່ານັ້ນ, ຫວຽດນາມ ຍັງຕັ້ງໜ້າສ້າງຂອບນິຕິກຳສາກົນ, ດ້ວຍຫຼັກການສະເໝີຕົ້ນສະເໝີປາຍທີ່ວ່າ: ເຄົາລົບອະທິປະໄຕ ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງກັນ, ນຳໃຊ້ໄຊເບີເພື່ອຈຸດປະສົງສັນຕິພາບ ແລະ ພັດທະນາແບບຍືນຍົງ. ນີ້ກໍແມ່ນທັດສະນະທີ່ເໝາະສົມກັບກົດບັດ ສປຊ ແລະ ກົດໝາຍສາກົນ.

ດ້ວຍຫຼັກໝັ້ນທີ່ສະເໝີຕົ້ນສະເໝີປາຍກ່ຽວກັບບັນຫາຕ້ານອາດຊະຍາກຳທາງໄຊເບີ, ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດເຂົ້າຮ່ວມຢ່າງຄົບຖ້ວນ ແລະ ຕັ້ງໜ້າທີ່ສຸດໃນບັນດາວາລະປະຊຸມຂອງສະພາຄວາມໝັ້ນຄົງ ສປຊ ກ່ຽວກັບການສ້າງສົນທິສັນຍາສາກົນວ່າດ້ວຍການຕ້ານອາດຊະຍາກຳທາງໄຊເບີ. ມະຕິຂອງກອງປະຊຸມສະມັດຊາໃຫຍ່ ສປຊ ທີ່ດຳເນີນເມື່ອເດືອນທັນວາ 2024 ໄດ້ເລືອກ ຮ່າໂນ້ຍ ເປັນບ່ອນຈັດພິທີລົງນາມສົນທິສັນຍາດັ່ງກ່າວໃນທ້າຍເດືອນນີ້. ທ່ານພັນເອກ ຈ້ຽວແມ້ງຕຸງ, ຮອງຫົວໜ້າກົມຄວາມໝັ້ງຄົງທາງໄຊເບີ ແລະ ປ້ອງກັນ, ຕ້ານອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ, ຢັ້ງຢືນວ່າ:

ນີ້ແມ່ນຄັ້ງທຳອິດທີ່ ຮ່າໂນ້ຍ ໄດ້ລະບຸໃນເອກະສານນິຕິກຳທົ່ວໂລກຂອງ ສປຊ, ສົນທິສັນຍາສາກົນກ່ຽວກັບອາດຊະຍາກຳ. ນີ້ກໍແມ່ນໜຶ່ງໃນບັນດາຂົງເຂດຮ່ວມມືທີ່ແທດຈິງ ແລະ ຈະສ້າງເປັນຂອບນິຕິກຳອັນໝັ້ນແກ່ນທີ່ສຸດສະດວກທີ່ສຸດໃຫ້ແກ່ບັນດາປະເທດເຂົ້າຮ່ວມສົນທິສັນຍາສະບັບດັ່ງກ່າວ ເພື່ອປະຕິບັດວຽກງານຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກຳທາງໄຊເບີ”.

ສານຂອງທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ທີ່ເນັ້ນໜັກກ່ອນດຳເນີນເຫດການດັ່ງກ່າວວ່າ:

“ຫວຽດນາມ ໄດ້ຮັບຮູ້ຢ່າງຈະແຈ້ງວ່າ, ດ້ວຍລັກສະນະບໍ່ມີພົມແດນຂອງໄຊເບີ, ຢາກຕ້ານອາດຊະຍາກຳທາງໄຊເບີໃຫ້ມີປະສິດທິຜົນໄດ້ ແມ່ນຕ້ອງຄວາມສາມັກຄີກັນມີການຮ່ວມມືລະຫວ່າງບັນດາປະເທດ ແລະ ເຄົາລົບກົດໝາຍ. ພວກຂ້າພະເຈົ້າປາດຖະໜາວ່າ ເຫດການນີ້ ບໍ່ພຽງແຕ່ແມ່ນລະບຽບການດ້ານນິຕິກຳເທົ່ານັ້ນ, ຫາກຍັງແມ່ນພື້ນຖານເພື່ອຊຸກຍູ້ການເຈລະຈາ, ແບ່ງປັນບົດຮຽນປະສົບການ, ເພີ່ມທະວີການພົວພັນຄູ່ຮ່ວມມືລະຫວ່າງລັດຖະບານ, ອົງການຈັດຕັ້ງສາກົນ, ພາກເອກະຊົນ ແລະ ກາຍເປັນເວທີປາໄສເພື່ອຊຸກຍູ້ການປະຕິບັດສົນທິສັນຍາຂອງ ສປຊ ແລະ ການຮ່ວມມືທົ່ວໂລກໃນວຽກງານຕ້ານອາດຊະຍາກຳທາງໄຊເບີ”.

ດ້ວຍການເຂົ້າຮ່ວມ ແລະ ຄຳໝັ້ນສັນຍາຂອງປະມານ 200 ປະເທດ, ພິທີລົງນາມສົນທິສັນຍາຢູ່ ຮ່າໂນ້ຍ ຄັ້ງນີ້ ຈະກາຍເປັນຂີດໝາຍປະຫວັດສາດ, ຢັ້ງຢືນຄຸນຄ່າຂອງລັດທິຫຼາຍຝ່າຍ ໂດຍ ສປຊ ເປັນໃຈກາງ. ເຫດການນີ້ຈະສົ່ງສານຢ່າງແຮງກ່ຽວກັບຄວາມຕັດສິນໃຈຂອງ ຫວຽດນາມ ໃນການຕ້ານອາດຊະຍາກຳທາງໄຊເບີ ແລະ ສ້າງໂລກແຫ່ງສັນຕິພາບ./.



TAG
VOV/VOVworld/​ຄວາມ​ປອດ​ໄພ​ທາງ​ໄຊ​ເບີ/ສະ​ຫະ​ພາບ​ໂທ​ລະ​ຄົມ​ມະ​ນາ​ຄົມ​ສາ​ກົນ/ຍີ່​ປຸ່ນ/ສ.ເກົາຫຼີ/ສິງ​ກະ​ໂປ/ສະ​ຫະ​ພັນ ລັດ​ເຊຍ/ອາ​ເມ​ລິ​ກາ/ສະ​ຫະ​ພາບ​ເອີ​ຣົບ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ