logo

ເພື່ອ​ຈິດ​ໃຈ ​ດ້ຽນ​ບຽນ​ຝຸ ກາຍ​ເປັນ​ກຳ​ລັງ​ໜູນ​ພັດ​ທະ​ນາ​ຂອງ​ແຂວງ ດ້ຽນ​ບຽນ​ຢ່າງ​ແທ້​ຈິງ

2026/2/1 | 11:50:00
(VOVWORLD) -  ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີວ່າ ໃນໄລຍະຈະມາເຖິງ, ທາງແຂວງຄວນສຸມໃສ່ເຂົ້າການບູລະນະຖັນແຖນພະນັກງານໃຫ້ສົມບູນແບບເປັນຕົ້ນ, ຍົກສູງຄວາມສາມາດການເຄື່ອນໄຫວຂອງພະນັກງານຂັ້ນຕາແສງ. 
 ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: VOV)

ໂດຍສືບຕໍ່ບັນດາການເຄື່ອນໄຫວຢູ່ແຂວງ ດ້ຽນບຽນ, ຕອນບ່າຍວັນທີ 31 ມັງກອນ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ເປັນປະທານການເຮັດວຽກກັບຄະນະບໍລິຫານງານສູນກາງພັກແຂວງ, ເພື່ອແນໃສ່ເຊື່ອມຊືມຈິດໃຈກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ, ເຮັດແຈ້ງບັນດາການຄັດເລືອກຍຸດທະສາດ ແລະ ທິດກ້າວເດີນທີ່ເໝາະສົມເພື່ອໃຫ້ຈິດໃຈ ດ້ຽນບຽນຝຸ ກາຍເປັນກຳລັງໜູນພັດທະນາຂອງຄະນະພັກ ແລະ ປະຊາຊົນບັນດາເຜົ່າແຂວງ ດຽນບຽນຢ່າງແທ້ຈິງ.

ໂດຍຊີ້ແຈ້ງບັນດາຄວາມສາມາດບົ່ມຊ້ອນທ່າໄດ້ປຽບ ກໍ່ຄືບັນດາສິ່ງທ້າທາຍສຳລັບແຂວງ ດ້ຽນບຽນ, ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີວ່າ ໃນໄລຍະຈະມາເຖິງ, ທາງແຂວງຄວນສຸມໃສ່ເຂົ້າການບູລະນະຖັນແຖນພະນັກງານໃຫ້ສົມບູນແບບເປັນຕົ້ນ, ຍົກສູງຄວາມສາມາດການເຄື່ອນໄຫວຂອງພະນັກງານຂັ້ນຕາແສງ. ສຳລັບຮູບແບບອຳນາດການປົກຄອງສອງຂັ້ນ, ຕ້ອງເຄື່ອນໄຫວຖືກຕ້ອງຕາມຈິດໃຈອົງການປົກຄອງອຳນວຍຄວາມສະດວກໃຫ້ປະຊາຊົນ, ປະຊາຊົນຮູ້ສຶກໄດ້ການຫັນປ່ຽນຢ່າງແທ້ຈິງ ກ່ຽວກັບແບບແຜນການເຮັດວຽກໃກ້ຊິດປະຊາຊົນ, ແກ້ໄຂທຸກຄວາມຮຽກຮ້ອງຂອງປະຊາຊົນ, ທຸກມະຕິຂອງພັກ ໄດ້ຮັບການຜັນຂະຫຍາຍຢູ່ຂັ້ນຮາກຖານຢ່າງວ່ອງໄວ ແລະ ມີປະສິດທິຜົນ.

ເນື່ອງໃນໂອກາດນີ້, ທ່ານເລຂາທິການໃຫ່ຍ ໂຕເລິມ ໄດ້ມອບຂອງຂວັນບຸນເຕັດຫຼາຍພຸດໃຫ້ແກ່ບັນດາຄອບຄົວນະໂຍບາຍ, ຜູ້ມີຄຸນງາມຄວາມດີ, ຄອບຄົວທຸກຍາກ, ມອບລົດຖີບ ແລະ ກະເປົາ ໃຫ້ແກ່ນັກຮຽນປະສົບກັບຄວາມຫຍຸ້ງຍາກໃນບໍລິເວນແຂວງ.

TAG
VOV/VOVworld/​ດ້ຽນ​ບຽນ​ຝຸ/ກຳ​ລັງ​ໜູນ​/ພັດ​ທະ​ນາ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ