logo

ເພື່ອໃຫ້ມໍລະດົກດົນຕີໃນລາດຊະວັງເຫວ້ ແຜ່ກະຈາຍໄປທົ່ວ

2023/6/26 | 12:17:58
(VOVWORLD) -ປີນີ້ແມ່ນ ຄົບຮອບ 20 ປີແຫ່ງດົນຕີໃນລາດຊະວັງແມ່ນມໍລະດົກບໍ່ເປັນວັດຖຸທຳອິດຂອງຫວຽດນາມ. ໄດ້ຮັບການຮັບຮອງຈາກອົງການUnesco ແມ່ນມໍລດົກວັດທະນະທຳບໍ່ເປັນວັດຖຸເປັນຕົວແທນຂອງມວນມະນຸດຄືວັນທີ 7 ພະຈິກປີ 2003 - ວັນທີ 7 ພະຈິກປີ 2023. ໃນຕະຫຼອດໄລຍະນີ້ ອຳນາດການປົກຄອງແຂວງເທື່ອທຽນເຫວ້ ພ້ອມກັບບັນດາຜູ້ເຮັດວຽກງານວັດທະນະທຳໄດ້ອະນຸລັກຮັກສາແລະເສີມຂະຫຍາຍມໍລະດົກຢ່າງບໍ່ຢຸດຢັ້ງ
ລາຍການສະແດງດົນຕີໃນລາດຊະວັງເຫ້ວ

     ດົນຕີໃນລາດຊະວັງໄດ້ປາກົດມີໃນຊຸມປີທຳອິດຂອງລາດຊະວົງຫຼີ (1010 - 1225). ແຕ່ຮອດສະໄໝລາດຊະວົງຫງວຽນ (1802 - 1945) ປະເພດດົນຕີນີ້ຈິ່ງຂະຫຍາຍຕົວຢ່າງແທ້ຈິງມີຄວາມອຸດົມສົມບູນນັບທັງປະເພດ, ຫົວເລື່ອງແລະ ຈຳນວນ.ຜ່ານໄລຍະເວລານັບ 100 ປີ, ດົນຕີໃນລາດຊະວັງໄດ້ຮັບການອະນຸລັກຮັກສາແລະຖືກສະແດງໃນບັນດາພິທີທາງການທູດ, ສະແດງຮັບໃຊ້ປະຊາຊົນ ແລະແຂກທ່ອງທ່ຽວໃນໂອກາດບຸນເຕັດ, ງານ Festival, ງານບຸນຕ່າງໆ     ນັກສິລະປະການດີເດັ່ນຮວ່າງຈ້ອງເກືອງຮອງຜູ້ອຳນວຍການໂຮງລະຄອນສິລະປະພື້ນເມືອງລາດຊະວັງເຫວ້ ໃຫ້ຮູ້ວ່າ:

       “ຈາກການຊີ້ນຳຂອງສຸນອະນຸລັກຮັກສາປູຊະນີຍະສະຖານກຸງເກົ່າເຫວ້, ພິເສດແມ່ນການຟື້ນຟູເຂດສະແດງໃນເມື່ອກ່ອນເຊິ່ງເຄີຍຖືກຈັດຂຶ້ນຢູ່ ດ້າຍໂນ້ຍ ເວົ້າສະເພາະແລະ ບັນດາສຸສານຂອງເຈົ້າຊີວິດເວົ້າລວມ, ພວກຂ້າພະເຈົ້າໄດ້ສະແດງດົນຕີໃນລາດຊະວັງຢູ່ເຂດ ດ້າຍໂນ້ຍ. ຈາກນັ້ນແຂກທ່ອງທ່ຽວສາມາດເຂົ້າໃຈກ່ຽວກັບວິນຍານຂອງດົນຕີໃນລາດຊະວັງເມື່ອກ່ອນນີ້ຄືແນວໃດ”.

      ປະເພດດົນຕີໃນລາດຊະວັງສະໄໝລາດຊະວົງຫງວຽນກໍ່ເປັນຕົວແບບໃຫ້ແກ່ດົນຕີທີ່ໂດດເດັ່ນຂອງຫວຽດນາມ.ດົນຕີໃນລາດຊະວັງບໍ່ພຽງແຕ່ບັນຈຸລະບົບດົນຕີເທົ່ານັ້ນຫາກຍັງບັນຈຸສິລະປະການສະແດງອີກດ້ວຍ. ສິລະປິນ ຮວ່າງຕ໊ວນຜູ້ເສບດົນຕີມາເປັນເວລາຫຼາຍປີໃຫ້ຮູ້ວ່າ:

     “ສິ່ງທີ່ເປັນໜ້າເອກອ້າງທະນົງໃຈໃນການສະແດງຂອງຂ້າພະເຈົ້າຢູ່ໂຮງລະຄອນກໍ່ບໍ່ແມ່ນລາຍການສະແດງໃນທ່າມກາງລະບົບແສງສີສຽງໃນຊຸດອາພອນສວຍງາມເທົ່ານັ້ນ ສຳຄັນແມ່ນບັນດາທຳນອງດົນຕີໃນລາດຊະວັງຕ້ອງໄປສູ່ຜູ້ຟັງ. ຜ່ານນັ້ນທຸກໆຄົນສາມາດຮູ້ສຶກມີຄວາມສະດຸ້ງໃຈ ສາມາດເຂົ້າໃຈໄດ້ເຖິງເນື້ອໃນຈິດໃຈຂອງດົນຕີໃນລາດຊະວັງຜ່ານແຕ່ລະທຳນອງ, ເນື້ອໃນຈິດໃຈຂອງຊາວຫວຽດນາມ, ດົນຕີຫວຽດນາມ, ດົນຕີພື້ນເມືອງ ແລະບັນດາລາຍການສະແດງໃນລາດຊະວັງເຫວ້.”

      ຈາກແຫຼ່ງເອກະສານ, ບັນດານັກສິລະປະການສິລະປິນ, ມາຮອດປັດຈຸບັນໂຮງລະຄອນໃນລາດຊະວັງເຫວ້ ໄດ້ສ້າງເອກະສານຫຼາຍກວ່າ 20 ຊຸດ ເຊິ່ງລວມມີບັນດາບົດດົນຕີໃນລະບົບດົນຕີໃນລາດຊະວັງ, ຟ້ອນໃນລາດຊະວັງ, ຂັບຕວງ ໃນລາດຊະວັງ...      ສິລະປິນປະຊາຊົນຟານທິແບັກຫາກຜູ້ອຳນວຍການໂຮງລະຄອນສິລະປະພື້ນເມືອງລາດຊະວັງເຫວ້ ໃຫ້ຮູ້ວ່າ:

     “ທີ່ຈິງແລ້ວ ມີນັກສິລະປິນນັກສີລະປະການຜູ້ອາຍຸສູງຫຼາຍຄົນໄດ້ເຖິງແກ່ມໍລະນະກຳແລ້ວ, ນີ້ກໍ່ແມ່ນຄວາມຫຍຸ້ງຍາກ, ບັນດາຕົວພະຍານຍັງມີຊີວິດຢູ່ນັ້ນໃນປັດຈຸບັນກໍ່ມີບໍ່ເທົ່າໃດຄົນ, ເມື່ອ Unescoໄດ້ຮັບຮອງເອົານັ້ນ, ພວກຂ້າພະເຈົ້າກໍ່ໄດ້ຄຳນຶງລ່ວງໜ້າເຖິງເລື່ອງນີ້ແລ້ວ. ບັນຫາແມ່ນຕ້ອງກໍ່ສ້າງໃຫ້ລຸ້ນສິລະປິນສິລະປະການສືບທອດ. ມາຮອດປັດຈຸບັນໃນໂຮງລະຄອນເຂົາເຈົ້າກໍ່ສາມາດທົດແທນພວກອາວອາ ຄູອາຈານເພື່ອຖ່າຍທອດໃຫ້ໄວໜຸ່ມ. ເພາະສະນັ້ນພວກຂ້າພະເຈົ້າຍາມໃດກໍ່ຮັກສາອະນຸລັກດົນຕີໃນລາດຊະວັງເຫວ້”.

     ຜ່ານສອງທົດສະວັດທີ່ຜ່ານມາ, ຂະແໜງວັດທະນະທຳແຂວງເທື່ອທຽນເຫວ້ ແລະບັນດານັກສິລະການສິລະປິນ ໄດ້ຮ່ວມແຮງຮ່ວມໃຈອະນຸລັກເສີມຂະຫຍາຍຄຸນຄ່ານຳດົນຕີໃນລັງຊະວັງຍັບເຂົ້າໃກ້ກັບມວນຊົນ ແລະແຂກທ່ອງທ່ຽວຫຼາຍ ກວ່າ. ທ່ານຟານແທັງຫ໋າຍ ຫົວໜ້າພະແນກວັດທະນະທຳ ກິລາແຂວງເທື່ອທຽນເຫວ້ ໃຫ້ຮູ້ວ່າ:

     “ໃນໄລຍະທີ່ຈະມາເຖິງພວກເຮົາບໍ່ພຽງແຕ່ລົງທຶນໃຫ້ແກ່ເຂດສະແດງດົນຕີໃນລາດຊະວັງເທົ່ານັ້ນແຕ່ຕ້ອງເອົາໃຈໃສ່ເຖິງວຽກງານກໍ່ສ້າງຖັນແຖວສືບທອດ ພ້ອມທັງຍົກສູງລະດັບຂອງບັນດາສິລະປະການສິລະປິນສະແດງດົນຕີໃນລາດຊະວັງ ເພື່ອໃຫ້ປະເພດດົນຕີນີ້ ຖືກສະແດງຢູ່ຫຼາຍແຫ່ງໃນໂລກອີກດ້ວຍ”.

       ດົນຕີໃນລາດຊະວັງກໍ່ແມ່ນຄວາມເອກອ້າງທະນົງໃຈຂອງຊາວເຫວ໊ ເວົ້າສະເພາະກໍ່ຄືຊາວຫວຽດນາມເວົ້າລວມ.ຍ້ອນວຽກງານອະນຸລັກບັນລຸປະສິດທິຜົນມາຮອດປັດຈຸບັນດົນຕີໃນລາດຊະວັງເຫວ້  ໄດ້ຖືກເຜີຍແຜ່ຢ່າງກວ້າງຂວາງໃນຊີວິດແລະ ເສີມຂະຫຍາຍປະສິດທິຜົນໃນການຍົກສູງຊີວິດທາງດ້ານວັດທະນະທຳຈິດໃຈຂອງຊາວ ເຫວ້. ບັນດາຜູ້ເຮັດວຽກງານວັດທະນະທຳພິເສດແມ່ນນັກສິລະປິນນັກສິລະການນັກເສບດົນຕີຍັງຄົງເມົາມົວອຸທິດສ່ວນເພື່ອໃຫ້ປະເພດດົນຕີນີ້ນັບມື້ນັບແຜ່ກະຈາຍໄປທົ່ວ. 
TAG
VOV/VOVworld/ດົນຕີໃນລາດຊະວັງ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ