
ພາຍຫລັງໄດ້ປະຕິບັດມາເປັນເວລາ 3 ປີ, ມະຕິ 30a ຊື່ງແມ່ນມະຕິ ຂອງລັດຖະບານ ກ່ຽວກັບໂຄງການໜູນຊ່ວຍຫລຸດຜ່ອນຄວາມທຸກຍາກຢ່າງວ່ອງໄວ ແລະ ໝັ້ນຄົງສຳລັບ 62 ເມືອງທີ່ທຸກຍາກ ໄດ້ເຂົ້າສູ່ຊີວິດຕົວຈິງດ້ວຍບັນດານະໂຍບາຍລະອຽດ ແລະ ບັນລຸໄດ້ໝາກຜົນຫຼາຍຢ່າງ. ແຕ່ເພື່ອຫລຸດຜ່ອນຄວາມທຸກຍາກຢ່າງວ່ອງໄວ ແລະ ໝັ້ນຄົງໄດ້ ຍັງຕ້ອງມີຄວາມມານະພະຍາຍາມຫຼາຍຢ່າງ ແລະ ນີ້ກໍແມ່ນເນື້ອໃນການຊີ້ນຳຂອງລັດຖະບານ ທີ່ກອງປະຊຸມສະຫລຸບ 3 ປີແຫ່ງການປະຕິບັດມະຕິ 30a ເຊິ່ງຈັດຂຶ້ນຫວ່າງແລ້ວນີ້ຢູ່ຮ່າໂນ້ຍ.
ມະຕິ 30a ໄດ້ຖືກສ້າງຂຶ້ນເມື່ອເດືອນ 12/2008 ແມ່ນລັດຖະນະໂຍບາຍອັນສຳຄັນຂອງລັດຖະບານ ເພື່ອຊ່ວຍໃຫ້ 62 ເມືອງຂອງ 20 ແຂວງໃນທົ່ວປະເທດ ແຫ່ງທີ່ມີຈຳນວນຄອບຄົວທຸກຍາກກ່ວາ 50% ຫລຸດຜ່ອນຄວາມທຸກຍາກຢ່າງວ່ອງໄວ. ພາຍຫລັງໄດ້ຜັນຂະຫຍາຍມາເປັນເວລາ 3 ປີ, ມະຕິໄດ້ລະດົມການເຂົ້າຮ່ວມຢ່າງຕັ້ງໜ້າຂອງທັງລະບົບການເມືອງ, ບັນດາກຸ່ມບໍສັດ, ປະຊາຄົມວິສາຫະກິດ ແລະ ປະຊາຊົນ. ຈຳນວນເງິນນັບ 10 ພັນຕື້ດົ່ງໄດ້ຖືກປຸກລະດົມເພື່ອປະຕິບັດມະຕິ 30a, ຊື່ງໄດ້ສ້າງບັນດາການປ່ຽນແປງອັນໃຫ່ຍຫຼວງ, ແຂງແຮງຢູ່ບັນດາເມືອງມີອັດຕາສ່ວນຄອບຄົວທຸກຍາກຫລາຍກ່ວາໝູ່ໃນທົ່ວປະເທດ. ຕາມການສະຖິຕິແລ້ວ, ຍອດຈຳນວນງົບປະມານສູນກາງສະຫງວນເພື່ອໜູນຊ່ວຍການປະຕິບັດໂຄງການຕາມມະຕິ 30a ນັບແຕ່ປີ 2008 ແມ່ນກ່ວາ 8.500 ຕື້ດົ່ງ. ພາຍຫລັງໄດ້ປະຕິບັດມາເປັນເວລາ 3 ປີ, ອັດຕາສ່ວນຄອບຄົວທຸກຍາກຂອງ 62 ເມືອງໄດ້ຫລຸດລົງສະເລ່ຍ 5%/ປີ. ລາຍຮັບສະເລ່ຍຕໍ່ຫົວຄົນຂອງບັນດາເມືອງທຸກຍາກເພີ່ມຂຶ້ນ 2,5 ເທົ່າ, ເມືອງຕ່າງໆໄດ້ລົບລ້າງສະພາບເຮືອນຢູ່ຊົ່ວຄາວໂດຍພື້ນຖານ ດ້ວຍອັດຕາສ່ວນກ່ວາ 97%. ໃນສະພາບການທຸກໆກະຊວງ, ຂະແໜງການ, ທ້ອງຖິ່ນລ້ວນແຕ່ໄດ້ປະຕິບັດມະຕິເລກທີ 11 ຂອງລັດຖະບານກ່ຽວກັບການຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ຮັບປະກັນຊີວິດສັງຄົມ, ຫລຸດຜ່ອນການລົງທຶນຂອງລັດຢ່າງຂ້ຽວຂາດນັ້ນ, ບັນຊີລາຍຊື່ທຶນຮອນສະຫງວນໃຫ້ແກ່ມະຕິ 30a ພັດບໍ່ຖືກຫລຸດຜ່ອນລົງ. ລັດຖະບານຍັງໃຫ້ບຸລິມະສິດສະຫງວນຈຳນວນເງິນ 3.600 ຕື້ດົ່ງໃຫ້ແກ່ 62 ເມືອງທຸກຍາກ, ເພີ່ມຂຶ້ນທົບ 2 ເທົ່າເມື່ອທຽບກັບປີ 2010. ໄປຄຽງຄູ່ກັນນັ້ນ, ໄດ້ຜັນຂະຫຍາຍບັນດາໂຄງການຄື: ກອງທຶນເພື່ອຄົນທຸກຍາກ, ໜູນຊ່ວຍດ້ານປະກັນໄພສັງຄົມ 100% ໃຫ້ແກ່ຊາວກະສິກອນທີ່ທຸກຍາກ, ສົ່ງປັນຍາຊົນໜຸ່ມລົງໄປເປັນຮອງປະທານຕາແສງທຸກຍາກ… ໄດ້ສ້າງການຫັນປ່ຽນຢູ່ບັນດາເມືອງທີ່ທຸກຍາກໄດ້ສ່ວນໃດສ່ວນໜື່ງ.

ແຕ່ເຖິງແນວນັ້ນກໍຕາມ, ຕາມຄຳເຫັນຂອງຫຼາຍຄົນແລ້ວ, ນີ້ພຽງແຕ່ແມ່ນໝາກຜົນໃນເບື້ອງຕົ້ນເທົ່ານັ້ນ. ໃນຂະບວນວິວັດແຫ່ງການປະຕິບັດ ມະຕິ 30a, ຈຳນວນຄອບຄົວທຸກຍາກໄດ້ຫລຸດລົງຢ່າງວ່ອງໄວ ແລະ ຍັງບໍ່ທັນມີຄວາມໝັ້ນຄົງຢ່າງແທດຈິງ. ສະນັ້ນ, ໃນໄລຍະທີ່ຈະມາເຖິງ ຕ້ອງແກ້ໄຂບັນດາຂໍ້ຈຳກັດທີ່ຍັງຄົງຄ້າງ ເພື່ອໃຫ້ຈຸດໝາຍຂອງມະຕິ ປະກົດຜົນເປັນຈິງ. ທ່ານ ກາວຄວາ ປະທານຄະນະກຳມະການປະຊາຊົນແຂວງກວາງຫງາຍສະເໜີວ່າ:
“ໃນໄລຍະທີ່ຈະມາເຖິງ, ລັດຖະບານຄວນສຸມໃສ່ສອງວຽກງານ ນັ້ນແມ່ນໜູນຊ່ວຍການຜະລິດ ເພື່ອຍົກສູງຊີວິດການເປັນຢູ່. ທີສອງແມ່ນຕ້ອງໜູນຊ່ວຍຍົກສູງລະດັບຄວາມຮູ້ໃຫ້ແກ່ປະຊາຊົນ. ລະອຽດແມ່ນຕ້ອງເພີ່ມທະວີການລົງທຶນກໍ່ສ້າງບັນດາຮາກຖານການສຶກສາ, ສອນວິຊາຊີບກ່ວາອີກ; ເພີ່ມທະວີການສົ່ງອອກຄົນງານ, ຍົກສູງຄວາມຮູ້ໃຫ້ແກ່ປະຊາຊົນ. ເຮັດໄດ້ຄືແນວນັ້ນ ພວກເຮົາຈຶ່ງຈະບັນລຸຈຸດໝາຍຫລຸດຜ່ອນຄວາມທຸກຍາກຢ່າງວ່ອງໄວ ແລະ ໝັ້ນຄົງໄດ້”
ຕາມທ່ານຮອງນາຍົກລັດຖະມົນຕີຫວູວັນນິງແລ້ວ, ການຫລຸດຜ່ອນຄວາມທຸກຍາກແມ່ນວິວັດການອັນຍາວນານ, ບໍ່ຄວນຟ້າວຟັ່ງ. ສຸມໃສ່ແກ້ໄຂບັນດາເມືອງທຸກຍາກກ່ວາໝູ່, ຫຍຸ້ງຍາກກ່ວາໝູ່ ແມ່ນເສັ້ນທາງອັນເໝາະສົມໃນຈຸດໝາຍຫລຸດຜ່ອນຄວາມທຸກຍາກຢ່າງວ່ອງໄວ ແລະ ໝັ້ນຄົງຢູ່ຫວຽດນາມ. ເພື່ອຫລຸດຜ່ອນຄວາມທຸກຍາກຢ່າງໄວວາ ແລະ ໝັ້ນຄົງເທື່ອລະກ້າວນັ້ນ, ໄປຄຽງຄູ່ກັບບັນດາແຜນນະໂຍບາຍ, ນະໂຍບາຍຂອງລັດ, ລັດຖະບານແລ້ວ, ຕ້ອງມີການເຂົ້າຮ່ວມຢ່າງຕັ້ງໜ້າກ່ວາອີກຂອງບັນດາອົງການ, ກະຊວງ, ຂະແໜງການ, ວິສາຫະກິດ, ປະຊາຊົນ, ພິເສດແມ່ນການເປັນເຈົ້າການຂອງແຕ່ລະທ້ອງຖິ່ນ. ໃນສະເພາະໜ້າ, ໃນຊຸມປີທີ່ຍັງເຫຼືອຂອງໄລຍະ 2011-2015, ທ້ອງຖິ່ນຕ່າງໆຕ້ອງວາງແຜນກຳນົດການລົບລ້າງຄວາມອຶດຫີວ ຫລຸດຜ່ອນຄວາມທຸກຍາກຢ່າງວ່ອງໄວ:
“ທ້ອງຖິ່ນຕ່າງໆຄວນພິຈາລະນາຈຸດໝາຍ ຫລຸດຜ່ອນຄວາມທຸກຍາກຢ່າງວ່ອງໄວ ແລະ ໝັ້ນຄົງ ແມ່ນໜື່ງໃນບັນດາໜ້າທີ່ສຳຄັນຍິ່ງ, ເປັນປະຈຳ, ແລະ ຕໍ່ເນື່ອງຂອງອົງຄະນະພັກ, ອຳນາດການປົກຄອງຂັ້ນຕ່າງໆ. ບົນພື້ນຖານນັ້ນ ນຳບັນດາຄາດໝາຍລະອຽດເຂົ້າໃນແຜນການແຕ່ລະປີ ແລະຕ້ອງມີການສຳຫຼວດກວດຄືນ, ຕີລາຄາແຕ່ລະຈຸດໝາຍ, ນັບທັງພື້ນຖານໂຄງລ່າງ, ການສຶກສາ, ສາທາລະນະສຸກ, ສິ່ງແວດລ້ອມ, ການຫລຸດຜ່ອນຄວາມທຸກຍາກ….ນອກຈາກນັ້ນແລ້ວ, ສະເໜີໃຫ້ທ້ອງຖິ່ນຕ່າງໆ ຈົ່ງເອົາໃຈໃສ່ເຖິງການວາງແຜນກຳນົດ. ນີ້ແມ່ນກົກເຄົ້າຂອງບັນຫາ ເພື່ອຮັບໃຊ້ໃຫ້ແກ່ການຫລຸດຜ່ອນຄວາມທຸກຍາກຢ່າງວ່ອງໄວ ແລະ ໝັ້ນຄົງ”
ນັບແຕ່ເມື່ອມີມະຕິ 30a, ຫວຽດນາມກໍມີຫຼາຍໂຄງການຄື 134 -135 (ຊື່ງແມ່ນໂຄງການພັດທະນາເສດຖະກິດ - ສັງຄົມຢູ່ບັນດາຕາແສງປະສົບກັບຄວາມຫຍຸ້ງຍາກເປັນພິເສດ ເຂດປະຊາຊົນຊົນເຜົ່າ ແລະ ເຂດພູດອຍ), ມະຕິກ່ຽວກັບກະສິກຳ, ຊາວກະສິກອນ, ຊົນນະບົດ ແລະຫວ່າງແລ້ວນີ້ ແມ່ນການກຳນົດທິດຫລຸດຜ່ອນຄວາມທຸກຍາກຢ່າງໝັ້ນຄົງໄລຍະ 2011-2020. ຕາມທ່ານນາງຟ້າມທິຫາຍຈ່ວຽນ ລັດຖະມົນຕີກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມແລ້ວ, ປະຈຸບັນ, ທາງກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມພວມຄົ້ນຄ້ວາ, ແນະນຳວິວັດການກວກຄືນຄອບຄົວທຸກຍາກແຕ່ລະປີ ບົນພື້ນຖານມາດຖານຄວາມທຸກຍາກໃໝ່; ສ່ອງແສງໝາກຜົນແຫ່ງການຫລຸດຜ່ອນຄວາມທຸກຍາກຢ່າງແທ້ຈິງ. ທ່ານນາງຟ້າມທິຫາຍຈ່ວຽນໃຫ້ຮູ້ວ່າ:
“ສູ້ຊົນບັນລຸຈຸດໝາຍປະຕິບັດມະຕິ 30a ໄດ້ວາງອອກຮອດປີ 2015 ແມ່ນຫລຸດຜ່ອນອັດຕາສ່ວນຄອບຄົວທຸກຍາກລົງລະດັບສະເລັ່ຍຕ່ຳກ່ວາ 35 % ຕາມມາດຖານຄວາມທຸກຍາກໃໝ່, ເພີ່ມທະວີຄວາມສາມາດໃຫ້ແກ່ປະຊາຊົນ ແລະວົງຄະນາຍາດ ເພື່ອເສີມຂະຫຍາຍປະສິດທິຜົນບັນດາກິດຈະກຳພື້ນຖານໂຄງລ່າງຈຳເປັນທີ່ໄດ້ຮັບການລົງທຶນ, ປະຊາຊົນໄດ້ສຳພັດກັບບັນດາການບໍລິການຜະລິດ ແລະຕະຫຼາດຈຳໜ່າຍຜະລິດຕະພັນຢ່າງສະດວກສະບາຍ, ອັດຕາສ່ວນຜູ້ອອກແຮງງານຊົນນບົດໄດ້ຮັບການບຳລຸງສ້າງບັນລຸກ່ວາ 40%, ສຸມໃສ່ລົງທຶນກໍ່ສ້າງພື້ນຖານໂຄງລ່າງເສດຖະກິດສັງຄົມຢູ່ບັນດາເມືອງທຸກຍາກຢ່າງຄົບຊຸດ”
ການຫລຸດຜ່ອນຄວາມທຸກຍາກໃຫ້ແກ່ 62 ເມືອງໃນທົ່ວປະເທດ ສືບຕໍ່ແມ່ນນະໂຍບາຍໃຫ້ບຸລິມະສິດຂອງຫວຽດນາມ ໃນໄລຍະທີ່ຈະມາເຖິງ. ບັນດາໝາກຜົນ, ບົດຮຽນທີ່ຖອດຖອນມາໄດ້ ພາຍຫລັງ 3 ປີໄດ້ຜັນຂະຫຍາຍການປະຕິບັດມະຕິ 30a ຈະຊ່ວຍໃຫ້ລັດຖະບານ, ບັນດາອົງການກ່ຽວຂ້ອງ, ສ້າງບັນດາໂຄງການລະອຽດກ່ວາອີກ, ເພື່ອແນໃສ່ຈຸດໝາຍເຮັດໃຫ້ຫວຽດນາມບັນລຸໄດ້ບັນດາຜົນງານ ໃນການຫລຸດຜ່ອນຄວາມທຸກຍາກໃໝ່ໃນຮອບເວລາ 1 ທົດສະວັດທີ່ຈະມາເຖິງ.
ແອ໋ງຮວຽນ




