logo

ເລຂາຄະນະພັກນະຄອນ ໂຮ່ຈີມິນ ຕ້ອນຮັບຄະນະຜູ້ແທນຂັ້ນສູງແມ່ຍິງ ຫວຽດນາມ - ລາວ - ກຳ ປູເຈຍ

2017/9/15 | 06:15:26
(VOVWORLD) - ຕອນຄ່ຳວັນທີ 14 ກັນຍາ, ທ່ານ ຫງວຽນທ້ຽນເຍີນ ເລຂາຄະນະພັກນະຄອນ ໂຮ່ຈີມິນ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງແມ່ຍິງ 3 ປະເທດ ຫວຽດນາມ - ລາວ - ກຳ ປູເຈຍ 
 ທ່ານ ຫງວຽນທ້ຽນເຍີນ ຕ້ອນຮັບຄະນະຜູ້ແທນຂັ້ນສູງແມ່ຍິງ 3 ປະເທດ ຫວຽດນາມ - ລາວ - ກຳ ປູເຈຍ  (ພາບອິນເຕີແນັດ)

ເຂົ້າຮ່ວມ “ເວທີປາໄສແມ່ຍິງ ຫວຽດນາມ - ລາວ - ກຳ ປູເຈຍ ສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມື ປະກອບສ່ວນປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງຈົນຮອດປີ 2030”, ເຊິ່ງຈັດຕັ້ງຢູ່ນະຄອນ ໂຮ່ຈີມິນ. ນະທີ່ນີ້, ທ່ານ ຫງວຽນທ້ຽນເຍີນ ຢືນຢັນວ່າ: ນະຄອນ ໂຮ່ຈີມິນ ໃຫ້ຄຳໝັ້ນສັນຍາ ພ້ອມແລ້ວທີ່ຈະເປັນ “ຈຸດມັດພົບ”, ຈັດຕັ້ງບັນດາໂຄງການຮ່ວມມືຂອງແມ່ຍິງ 3 ປະເທດ, ປະກອບສ່ວນສ້າງສາ ແລະ ປັບປຸງການພົວພັນຮ່ວມມືສາມັກຄີ, ມິດຕະພາບລະຫວ່າງແມ່ຍິງ ຫວຽດນາມ - ລາວ - ກຳປູເຈຍ ເວົ້າສະເພາະ, ລະຫວ່າງປະຊາຊົນ 3 ປະເທດເວົ້າລວມ ໃຫ້ນັບມື້ນັບພັດທະນາແບບຍືນຍົງ.

  ທ່ານ ຫງວຽນທ້ຽນເຍີນ ຕ້ອນຮັບຄະນະຜູ້ແທນຂັ້ນສູງແມ່ຍິງ 3 ປະເທດ ຫວຽດນາມ - ລາວ - ກຳ ປູເຈຍ (ພາບອິນເຕີແນັດ)

        ຕາງໜ້າຄະນະຜູ້ແທນແມ່ຍິງ 3 ປະເທດເຂົ້າເວທີປາໄສ, ທ່ານນາງ ຫງວຽນທິທູຮ່າ, ປະທານສູນກາງສະຫະພັນແມ່ຍິງ ຫວຽດນາມ ຢືນຢັນວ່າ: ໃນໄລຍະຈະມາເຖິງ, ແມ່ຍິງ ຫວຽດນາມ - ລາວ - ກຳ ປູເຈຍ ຈະເພີ່ມທະວີບັນດາການເຄື່ອນໄຫວພົບປະແລກປ່ຽນ, ຮ່ວມມື, ສຶກສາມູນເຊື້ອສາມັກຄີ ແລະ ແບ່ງປັນບົດຮຽນພັດທະນາຮູບແບບພົ້ນເດັ່ນກ່ຽວກັບແມ່ຍິງເຂົ້າຮ່ວມການພັດທະນາເສດຖະກິດ - ສັງຄົມ, ປະກອບສ່ວນຊຸກຍູ້ການຮ່ວມມືມິດຕະພາບ ພ້ອມກັນພັດທະນາຂອງປະຊາຊົນ 3 ປະເທດ.

 ຄະນະຜູ້ແທນແມ່ຍິງລາວ (ພາບອິນເຕີແນັດ)
  ຄະນະຜູ້ແທນແມ່ຍິງກຳປູເຈຍ (ພາບອິນເຕີແນັດ)

TAG
VOV/VOVworld/ຄະນະຜູ້ແທນຂັ້ນສູງແມ່ຍິງ/ລາວ/ກຳ​ປູ​ເຈຍ​

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ