logo

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ລາວ: ຫວຽດ​ນາມ ຈະ​ສືບ​ຕໍ່​ຍາດ​ໄດ້​ຜົນ​ງານ​ໃໝ່ຫຼາຍ​ຢ່າງ

2024/11/27 | 08:27:38
(VOVWORLD) -        ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສໍາມະນາທິດສະດີຄັ້ງທີ 11 ລະຫວ່າງພັກຄອມມູນິດ ຫວຽດນາມ ແລະ ພັກປະຊາຊົນປະຕິວັດ ລາວ, ຕອນບ່າຍວັນທີ 26 ພະຈິກ, ຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ປະທານສະພາທິດສະດີສູນກາງ ຫງວຽນຊວັນຖັງ ໄດ້ພົບປະກັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ.
ທ່ານ ຫງວຽນຊວັນຖັງ ຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ເຂົ້າພົບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ (ພາບ: VOV)

ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ສະເໜີໃຫ້ສອງຝ່າຍ ສືບຕໍ່ເພີ່ມທະວີການແບ່ງປັນຂໍ້ມູນ, ແລກປ່ຽນບັນດາຫົວຂໍ້ ເຊິ່ງສອງຝ່າຍລ້ວນແຕ່ມີຄວາມສົນໃຈເພື່ອຊີ້ແຈ້ງບັນດາບັນຫາໃຫຍ່, ສຳຄັນ ທີ່ໄດ້ ແລະ ພວມວາງອອກສຳລັບສອງປະເທດໃນສະພາບການປັດຈຸບັນ.

        ສ່ວນທ່ານ ຫງວຽນຊວັນຖັງ ຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ປະທານສະພາທິດສະດີສູນກາງພັກຄອມມູນິດ ຫວຽດນາມ ຢັ້ງຢືນວ່າ ສອງພັກ ເວົ້າລວມ ແລະ ສອງສະພາທິດສະດີສູນກາງຂອງສອງພັກ ເວົ້າສະເພາະ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານດ້ານທິດສະດີ, ແບ່ງປັນບົດຮຽນປະສົບການໃນວຽກງານຄົ້ນຄວ້າທິດສະດີ, ສະຫຼຸດພຶດຕິກຳຕົວຈິງ, ປະກອບສ່ວນປະຕິບັດມະຕິກອງປະຊຸມໃຫຍ່ຂອງແຕ່ລະພັກໃຫ້ມີໄຊ ກໍຄືກະກຽມຈັດຕັ້ງກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນ ມຸ່ງໄປເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງ ພັກຄອມມູນິດ ຫວຽດນາມ ແລະ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຄົນປະຕິວັດລາວ ໃຫ້ສຳເລັດຜົນ.

        ກ່ອນໜ້ານັ້ນ, ທ່ານ ຫງວຽນຊວັນຖັງ ຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ປະທານສະພາທິດສະດີສູນກາງພັກຄອມມູນິດ ຫວຽດນາມ ແລະ ທ່ານ ຄຳພັນ ເຜີຍຍະວົງ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກປະຊາຊົນປະຕິວັດ ລາວ ໄດ້ເປັນປະທານການເຈລະຈາລະຫວ່າງສອງສະພາທິດສະດີສູນກາງຂອງສອງພັກ.

ນັກຂ່າວ VOV ປະຈຳ ລາວ


TAG
VOV/VOVworld/ສະພາທິດສະດີສູນກາງ/ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ ໂຮ່​ຈີ​ມິນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ