logo

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ພັກ, ລັດ ຈະ​ສືບ​ຕໍ່​ໃຫ້​ບຸ​ລິມ​ະ​ສິດ​ສູງ​ສຸດ​​ແກ່​ບັນ​ດາ​ນະ​ໂຍ​ບາຍ​ພັດ​ທະ​ນາ​ມະ​ນຸດ

2026/2/4 | 10:49:40
(VOVWORLD) - ເນື່ອງໃນໂອກາດສະເຫຼີມສະຫຼອງ 96 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ (ວັນທີ 3 ກຸມພາ 1930 – 3 ກຸມພາ 2026), ຕ້ອນຮັບລະດູບານໃໝ່ປີມະເມຍ 2026, ຕອນເຊົ້າວັນທີ 04 ກຸມພາ, ຢູ່ສຳນັກງານສູນກາງພັກ (ຮ່າໂນ້ຍ), ກົມການເມືອງ, ຄະນະເລຂາທິການ ໄດ້ພົບປະກັບອະດີດກຳມະການຄະນະບໍລິຫານງານສູນກາງພັກສະໄໝຕ່າງໆ.
ບັນຍາກາດງານພົບປະ

 ເຂົ້າຮ່ວມງານພົບປະ ມີ ທ່ານ ໂຕເລິມ ເລຂາທິການໃຫຍ່ສູນກາງພັກກອມມູນິດ ຫວຽດນາມ, ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ຫວຽດນາມ, ທ່ານ ເຈິ່ນເກີມຕູ ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດ ຫວຽດນາມ.

ທ່ານເລຂາທິການໃຫຍ່ ໂຕເລິມ  ກ່າວຄຳເຫັນທີ່ງານພົບປະ

ເມື່ອກ່າວຄຳເຫັນນະທີ່ນີ້, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ແນະນຳໂດຍສັງເຂບກ່ຽວກັບບັນດາຜົນງານອັນພົ້ນເດັ່ນຂອງປະເທດຊາດໃນທຸກຂົງເຂດ; ພ້ອມທັງໃຫ້ຮູ້ວ່າ ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ຫຼາຍໜ້າທີ່ຈຸດສຸມໃນວຽກງານກໍ່ສ້າງພັກຈະໄດ້ຮັບການຜັນຂະຫຍາຍຢ່າງຄົບຊຸດ.

ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ໄດ້ກຳນົດຄວາມຕັດສິນໃຈປະຕິບັດ 2 ເປົ້າໝາຍ 100 ປີຂອງປະເທດຊາດໃຫ້ປະກົດຜົນເປັນຈິງ. ເພື່ອໃຫ້ປະເທດເຮົາກາຍເປັນປະເທດພັດທະນາ, ມີລາຍຮັບສູງໃນປີ 2045, ພວກເຮົາຕ້ອງສູ້ຊົນບັນລຸໄດ້ລະດັບການເຕີບໂຕ 2 ຕົວເລກຢ່າງລຽນຕິດໃນຕະຫຼອດໄລຍະຈະມາເຖິງ. ພວກເຮົາກຳນົດການເຕີບໂຕໄວ ແຕ່ຕ້ອງຍືນຍົງ, ບົນພື້ນຖານເສດຖະກິດມະຫາພາກເປັນປົກກະຕິ, ຍົກສູງສະມັດຕະພາບ, ຄຸນນະພາບ ແລະ ກຳລັງແກ້ງແຍ້ງຂອງພື້ນຖານເສດຖະກິດ. ເພື່ອຫັນບັນດາເປົ້າໝາຍນີ້ໃຫ້ປະກົດຜົນເປັນຈິງ, ພວກເຮົາຕ້ອງລົງມືເຮັດໃນທັນທີ”.

ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ ໃນໄລຍະຈະມາເຖິງ, ພັກ, ລັດ ຈະສືບຕໍ່ໃຫ້ບຸລິມະສິດສູງສຸດແກ່ບັນດານະໂຍບາຍພັດທະນາມະນຸດ, ຮັບປະກັນໃຫ້ທຸກຄົນລ້ວນແຕ່ໄດ້ຊົມໃຊ້ຜົນປະໂຫຍດຂອງການພັດທະນາ; ຢຶດໝັ້ນປະຕິບັດທັດສະນະພັດທະນາຢ່າງຮອບດ້ານ ແລະ ກວມລວມ, ບົນເນື້ອໃນຈິດໃຈແມ່ນ “ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ເບື້ອງຫຼັງ”.

ວັນຫຽວ

TAG
VOV/VOVworld/ຕ້ອນ​ຮັບ​ລະ​ດູ​ບານ​ໃໝ່​ປີ​ມະ​ເມຍ 2026/​ອະດີດ​ກຳ​ມະ​ການ​ຄ​ະ​ນະ​ບໍ​ລິ​ຫານ​ງານ​ສູ​ນ​ກາງ​ພັກ​

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ