ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມໂຕເລິມ ກ່າວຄຳເຫັນທີ່ການພົບປະ (ພາບ: TTXVN) |
ໃນການພົບປະ, ບັນດາເອກອັກຄະລັດຖະທູດ, ຫົວໜ້າອົງການຕາງໜ້າທຸຕານຸທູດ ຫວຽດນາມ ປະຈຳ ຕ່າງປະເທດ ໄດ້ແບ່ງປັນກ່ຽວກັບຈິດໃຈປິຕິຊົມຊື່ນຂອງພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສ ຢູ່ຕ່າງປະເທດ ຕໍ່ຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ, ສະແດງຄວາມເຊື່ອໝັ້ນຕໍ່ຈິດໃຈໃໝ່, ທີ່ຕັ້ງບົດບາດໃໝ່ຂອງ ຫວຽດນາມ ໃນສັງກາດບືນຕົວຂຶ້ນຂອງຊາດ.
ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຖ່າຍຮູບພ້ອມກັບບັນດາຜູ້ແທນ (ພາບ: TTXVN) |
ຊົມເຊີຍການເຂົ້າຮ່ວມກອງປະຊຸມໃຫຍ່ຂອງບັນດາເອກອັກຄະລັດຖະທູດ, ຫົວໜ້າບັນດາອົງການຕາງໜ້າທຸຕານຸທູດ, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ ບັນດາກຳນົດທິດໃຫຍ່ໃນມະຕິທີ່ໄດ້ຮັບການຮັບຮອງເອົາໃນກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ. ທ່ານເລຂາທິການໃຫຍ່ກໍເນັ້ນໜັກວ່າ ບັນດາເອກອັກຄະລັດຖະທູດ, ຫົວໜ້າຜູ້ຕາງໜ້າອົງການທຸຕານຸທູດຢູ່ຕ່າງປະເທດຕ້ອງເສີມຂະຫຍາຍຈິດໃຈເປັນເຈົ້າການ, ມີຄວາມສະດຸ້ງໄວ, ຕັ້ງໜ້າໃນສະພາບການໂລກພວມມີການຜັນແປຢ່າງສັບສົນ, ຍາກທີ່ຈະຄາດຄະເນໄດ້, ໂດຍສະເພາະແມ່ນເພີ່ມທະວີວຽກງານຄາດຄະເນ, ກຳນົດໄດ້ແຫຼ່ງກຳລັງການຕ່າງປະເທດເພື່ອຮັບປະກັນຄວາມເປັນເຈົ້າຍຸດທະສາດ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງເພື່ອຜົນປະໂຫຍດລວມຂອງຊາດ, ກໍຄືການເຂົ້າຮ່ວມຢ່າງມີຄວາມຮັບຜິດຊອບກັບບັນດາບັນຫາສາກົນ, ບັນຫາທົ່ວໂລກ.




