logo

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ພົບ​ປະ​ກັບ​ ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ລາວ

2025/4/29 | 11:37:26
(VOVWORLD) - ວັນທີ 29 ເມສາ, ຢູ່ນະຄອນ ໂຮ່ຈີມິນ, ທ່ານ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຄອມມູນິດ ຫວຽດນາມ ໂຕເລິມ ໄດ້ພົບປະກັບທ່ານເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ.ລາວ ທອງລຸນ ສີສຸລິດ ເນື່ອງໃນໂອກາດມາເຂົ້າຮ່ວມພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດ ຫວຽດນາມ ເປັນເອກະພາບ. 
ທ່ານ ເລຂາທິການໃຫຍ່  ໂຕເລິມ ພົບປະກັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ

ນະທີ່ນີ້, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ເນັ້ນໜັກວ່າ ຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນ ພ້ອມກັບລາວ ເພື່ອເພີ່ມພູນຄູນສ້າງ, ປົກປັກຮັກສາສາຍພົວພັນ ຫວຽດນາມ - ລາວ ໃຫ້ນັບມື້ນັບພັດທະນາຢ່າງໝັ້ນແກ່ນ, ເກີດດອກອອກຜົນ, ເພື່ອຜົນປະໂຫຍດຂອງປະຊາຊົນແຕ່ລະປະເທດ, ເພື່ອສັນຕິພາບ, ເອກະລາດ, ປະຊາທິປະໄຕ ແລະ ຄວາມກ້າວໜ້າຂອງພາກພື້ນ ແລະ ໃນໂລກ. ທ່ານເລຂາທິການໃຫຍ່ຢັ້ງຢືນວ່າ ສອງປະເທດ ເຄີຍຄຽງບ່າຄຽງໄຫຼ່ຕໍ່ສູ້ຍາດເອົາເອກະລາດ, ປົດປ່ອຍຊາດໃນເມື່ອກ່ອນແລ້ວ, ປັດຈຸບັນ ກໍຈະສືບຕໍ່ໜູນຊ່ວຍກັນພັດທະນາເສດຖະກິດ - ສັງຄົມ.

ບັນຍາກາດການພົບປະ

        ການນຳສອງທ່ານຢັ້ງຢືນວ່າ ໃນບໍ່ວ່າເງື່ອນໄຂກໍລະນີໃດ, ສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ຫວຽດນາມ - ລາວ ຈະໃຫ້ບຸລິມະສິດແກ່ກັນ, ສືບຕໍ່ເພີ່ມພູນຄູນສ້າງ, ຖະໜຸຖະໜອມ ແລະ ພັດທະນາສາຍພົວພັນຫວຽດນາມ - ລາວ ໃຫ້ນັບມື້ນັບໝັ້ນແກ່ນ, ເພື່ອພ້ອມກັນກ້າວເຂົ້າສູ່ສັງກາດໃໝ່, ສັງກາດເອກະລາດແຫ່ງຊາດ ແລະ ພັດທະນາຢ່າງວັດທະນາຖາວອນຂອງສອງປະເທດ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພົບປະກັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ (ພາບ: TTXVN)
  ຕອນບ່າຍວັນດຽວກັນ, ຢູ່ນະຄອນ ໂຮ່ຈີມິນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກໍໄດ້ມີການພົບປະກັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ເຊັ່ນດຽວກັນ.
TAG
VOV/VOVworld/ເລຂາທິການໃຫຍ່/ປະທານປະເທດ ລາວ ທອງລຸນ ສີສຸລິດ/ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ