logo

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ມາຮອດ ອາ​ເມ​ລິ​ກາ ເຂົ້າ​ຮ່ວມກອງ​ປະ​ຊຸມ​ໄຂ​ສະ​ພາ​ສັນ​ຕິ​ພາບ​ຢູ່​ເຂດ ກາ​ຊາ

2026/2/19 | 08:29:20
(VOVWORLD) - ທ່ານເລຂາທິການໃຫຍ່ ໂຕເລິມ ພ້ອມດ້ວຍບັນດາສະມາຊິກອື່ນຂອງສະພາ ໄດ້ແລກປ່ຽນ, ກຳນົດບັນດາວຽກງານເຊິ່ງສະພາຈະດຳເນີນ ເພື່ອແນໃສ່ຜັນຂະຫຍາຍແຜນການສັນຕິພາບໃຫ້ແກ່ເຂດ ກາຊາ ຕາມມະຕິສະບັບເລກທີ 2830 ຂອງສະພາຄວາມໝັ້ນຄົງ ສປຊ.
ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ມາຮອດ ອາເມລິກາ (ພາບ: VOV)

ຕອນທ່ຽງວັນທີ 18 ກຸມພາ, ຕາມເວລາທ້ອງຖິ່ນ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ມາຮອດສະໜາມບິນການທະຫານ Andrews, ລັດ Maryland (ອາເມລິກາ) ເລີ່ມຕົ້ນບັນດາການເຄື່ອນໄຫວເຂົ້າຮ່ວມກອງປະຊຸມໄຂສະພາສັນຕິພາບເຂດ ກາຊາ ຕາມຄຳເຊື້ອເຊີນຂອງທ່ານ Donald Trump ປະທານາທິບໍດີ ອາເມລິກາ, ປະທານ ຜູ້ກໍ່ຕັ້ງສະພາສັນຕິພາບເຂດ ກາຊາ.

        ໃນຂອບເຂດການປະຕິບັດງານ, ທ່ານເລຂາທິການໃຫຍ່ ໂຕເລິມ ພ້ອມດ້ວຍບັນດາສະມາຊິກອື່ນຂອງສະພາ ໄດ້ແລກປ່ຽນ, ກຳນົດບັນດາວຽກງານເຊິ່ງສະພາຈະດຳເນີນ ເພື່ອແນໃສ່ຜັນຂະຫຍາຍແຜນການສັນຕິພາບໃຫ້ແກ່ເຂດ ກາຊາ ຕາມມະຕິສະບັບເລກທີ 2830 ຂອງສະພາຄວາມໝັ້ນຄົງ ສປຊ.

        ການເຂົ້າຮ່ວມຂອງທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ສະແດງໃຫ້ເຫັນການສະໜັບສະໜູນ ແລະ ຄວາມພ້ອມຂອງ ຫວຽດນາມ ໃນການເຂົ້າຮ່ວມບັນດາຄວາມມານະພະຍາຍາມລວມຂອງປະຊາຄົມສາກົນເພື່ອສັນຕິພາບ ແລະ ການພັດທະນາ. ນີ້ກໍແມ່ນການຫັນຂໍ້ຕົກລົງຮ່ວມມືໃນບັນດາບັນຫາສາກົນໃນຂອບເຂດການຮ່ວມມືຍຸດທະສາດຮອດດ້ານລະຫວ່າງ 2 ປະເທດ ຫວຽດນາມ - ອາເມລິກາ ໃຫ້ປະກົດຜົນເປັນຈິງ.

ວັນຫຽວ   


TAG
VOV/VOVworld/ສະພາສັນຕິພາບເຂດ ກາຊາ/ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ/ອາ​ເມ​ລິ​ກາ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ