logo

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ລົງ​ຢ້ຽມ​ຢາມອວຍ​ພອນ​ບຸນ​ເຕັດ​ອົງ​ຄະ​ນະ​ພັກ, ອຳ​ນາດ​ການ​ປົກ​ຄອງ, ປະ​ຊາ​ຊົນ​ນະ​ຄອນ ໂຮ່​ຈີ​ມິນ

2026/2/9 | 07:56:45
(VOVWORLD) - ການຜັນຂະຫຍາຍປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ມີຄວາມໝາຍເປັນບານພັບ, ຕັດສິນການປະຕິບັດເປົາໝາຍ 100 ປີແຫ່ງການສ້າງຕັ້ງພັກກອມມູນິດ ຫວຽດນາມ ໃຫ້ສຳເລັດຜົນ (1930 – 2030).
ການພົບປະ (ພາບ: VOV)

ເນື່ອງໃນໂອກາດກະກຽມຕ້ອນຮັບບຸນປີໃໝ່ປະຈຳຊາດປີມະເມຍ 2026, ຕອນເຊົ້າວັນທີ 9 ກຸມພາຢູ່ນະຄອນ ໂຮ່ຈີມິນ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ໄດ້ລົງຢ້ຽມຢາມ ແລະ ອວຍພອນບຸນເຕັດອົງຄະນະພັກ, ອຳນາດການປົກຄອງ, ປະຊາຊົນນະຄອນ ໂຮ່ຈີມິນ. ກ່າວຄຳເຫັນທີການຢ້ຽມຢາມ, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ ການຜັນຂະຫຍາຍປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ມີຄວາມໝາຍເປັນບານພັບ, ຕັດສິນການປະຕິບັດເປົາໝາຍ 100 ປີແຫ່ງການສ້າງຕັ້ງພັກກອມມູນິດ ຫວຽດນາມ ໃຫ້ສຳເລັດຜົນ (1930 – 2030) ແລະ ສ້າງພື້ນຖານອັນໝັ້ນແກ່ນມຸ່ງໄປເຖິງເປົ້າໝາຍ 100 ປີແຫ່ງວັນສະຖາປະນາປະເທດຊາດ (1945 - 2045).

ການເຊື່ອມຊືມຢ່າງເລິກເຊິ່ງ ແລະ ຜັນຂະຫຍາຍປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ຢ່າງຄົບຊຸດ, ມີປະສິດທິຜົນ, ບັນດາຕະຕິຍຸດທະສາດຂອງກົມການເມືອງ, ມະຕິຂອງກອງປະຊຸມໃຫຍ່ອົງຄະນະພັກນະຄອນ ໂຮ່ຈີມິນ ອາຍຸການ 2025 – 2030. ຫັນເປັນ ລະອຽດດ້ວຍໂຄງການກະທຳທີ່ມີວຽກງານຈະແຈ້ງ, ມີຄວາມຮັບຜິດຊອບ, ມີຄວາມຄືບໜ້າ; ຈັດຕັ້ງສຳເລັດການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະພາປະຊາຊົນທຸກຂັ້ນ, ຮັບປະກັນປະຊາທິປະໄຕ, ຄວາມປອດໄພ, ຖືກຕ້ອງຕາມກົດໝາຍ.

TAG
VOV/VOVworld/ບຸ​ນ​ເຕັດ/ການ​ພົບ​ປະ/ໂຮ່​ຈີ​ມິນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ